ວັນທີ 12 ເມສາ 2022, ອົງການໄອຍະການປະຊາຊົນສູງສຸດ ໄດ້ລົງນາມບົດບັນທຶກຄວາມຮ່ວມມືການສຶກສາຄວາມເປັນໄປໄດ້ການຫັນເປັນທັນສະໄໝກ່ຽວກັບ ລະບົບຖານຂໍ້ມູນການຕິດຕາມກວດກາການດໍາເນີນຄະດີ, ວຽກງານຈັດຕັ້ງພະນັກງານ, ວຽກງານແຜນການ ແລະ ຮ່ວມມືກັບຕ່າງປະເທດ ຮ່ວມກັບກຸ່ມບໍລິສັດ ເອໄອເອັຟ ຈຳກັດຜູ້ດຽວ; ລົງນາມໂດຍ ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ລັດຕະນະມະນີ ຄູນນີວົງ ຮອງປະທານທີ່ປຶກສາອາວຸໂສ ບໍລິສັດ ເອໄອເອັຟ, ມີຮອງອົງການໄອຍະການປະຊາຊົນສູງສຸດ, ຄະນະບໍລິຫານງານພັກ, ຫ້ອງການ, ກົມ, ສະຖາບັນ, ພະນັກງານກ່ຽວຂ້ອງທັງສອງພາກສ່ວນ ເຂົ້າຮ່ວມ.

ທ່ານ ຈັນທະບູນ ເພັງຄໍາໃສ ຫົວໜ້າກົມຈັດຕັ້ງ-ພະນັກງານ ອົງການໄອຍະການປະຊາຊົນສູງສຸດ ກ່າວວ່າ:

ການລົງນາມບົດບັນທຶກຮ່ວມມືໃນຄັ້ງນີ້ ກໍເພື່ອເປັນພື້ນຖານໃນການສຶກສາຄວາມເປັນໄປໄດ້ໃນການຫັນເປັນທັນສະໄໝ ລະບົບຖານຂໍ້ມູນຂອງອົງການໄອຍະການປະຊາຊົນ, ປັບປຸງລະບົບການດໍາເນີນງານໃຫ້ມີຄວາມວ່ອງໄວ, ທັນການ, ປະຢັດລາຍຈ່າຍ ພ້ອມທັງສາມາດຕໍ່ຍອດໃຫ້ເກີດມີຜົນປະໂຫຍດຕໍ່ກັບວຽກງານໄອຍະການປະຊາຊົນ ທັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ທັນກັບຍຸກດີຈິຕອນທັນສະໄໝຍິ່ງໆຂຶ້ນ ເຊິ່ງມີກຳນົດເວລາຈັດຕັ້ງປະຕິບັດ 12 ເດືອນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ໂດຍນໍາໃຊ້ງົບປະມານຂອງບໍລິສັດ; ພາຍຫຼັງການສໍາຫຼວດຄວາມເປັນໄປໄດ້ສິ້ນສຸດລົງ ແລະ ເຫັນວ່າມີຄວາມເປັນໄປໄດ້ ສອງຝ່າຍກໍຈະພ້ອມກັນສ້າງເປັນແຜນງານ, ໂຄງການເພື່ອນໍາສະເໜີລັດຖະບານພິຈາລະນາຕາມລະບຽບການ. 

ການລົງນາມບົດບັນທຶກດັ່ງກ່າວ ເປັນການຈັດຕັ້ງແຜນພັດທະນາວຽກງານໄອຍະການປະຊາຊົນ 5 ປີ (2021-2025) ຕາມທິດກ້າວໜ້າ ແລະ ທັນສະໄໝ, ຍົກສູງຄຸນນະພາບຂອງການຕິດຕາມກວດກາການປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍ, ເຊື່ອມໂຍງການຄຸ້ມຄອງ-ບໍລິຫານຂໍ້ມູນຂ່າວສານ ໃນທົ່ວລະບົບອົງການໄອຍະການປະຊາຊົນ ເອກະພາບເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ຢ່າງມີປະສິດທິຜົນ, ເຮັດໃຫ້ວຽກງານໄອຍະການປະຊາຊົນ, ອົງການໄອຍະການປະຊາຊົນ ເຕີບໃຫຍ່ເຂັ້ມແຂງ, ນັບມື້ນັບທັນສະໄໝ, ວ່ອງໄວ, ປະຢັດຄ່າໃຊ້ຈ່າຍ, ປະຊາຊົນສາມາດເຂົ້າເຖິງການບໍລິການຂອງ ອົງການໄອຍະການປະຊາຊົນ ໄດ້ຢ່າງສະດວກສະບາຍ, ການດຳເນີນຄະດີຖືກຕ້ອງ, ເປັນທຳ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ຂອງລວມໝູ່, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ສັງຄົມມີຄວາມສະຫງົບ ແລະ ມີຄາວມເປັນລະບຽບຮຽບຮ້ອຍ.