ໃນວັນທີ 4 ເມສາ 2022, ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 61 ປີ ( 5 ເມ ສາ 1961-5 ເມສາ 2022 ), ປາຖະກະຖາໂດຍ ພັອ ຄໍາຈັນ ແສງລາວົງ ຫົວໜ້າ ກອງບັນຊາການ ປກສ ແຂວງ, ມີບັນດາຄະນະພັກ-ຄະນະກອງບັນຊາການ, ຄະນະຫ້ອງ, ກອງພັນ, ພະນັກງານ-ຫຼັກແຫຼ່ງ ເຂົ້າຮ່ວມ.

ພັອ ຄໍາຈັນ ແສງລາວົງ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບຕະຫຼອດໄລຍະ 61 ປີ ຜ່ານມາ, ທາດແທ້ມູນເຊື້ອຂອງກໍາລັງປ້ອງກັນຄວາມສະຫງົບ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ, ກໍາລັງປ້ອງກັນຄວາມສະຫງົບ ແມ່ນກໍາລັງປະກອບອາວຸດອັນແຫຼມຄົມ ໂດຍພັກປະຊາຊົນ ປະຕິວັດລາວເປັນຜູ້ກໍ່ຕັ້ງ, ນໍາພາເດັດຂາດ, ໂດຍກົງ, ຮອບດ້ານ, ເປັນກໍາລັງທີ່ມາຈາກປະຊາ ຊົນ ໂດຍປະຊາຊົນ ແລະ ຮັບໃຊ້ສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າ, ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃນຂະບວນການຕໍ່ສູ້ປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກຮານ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເວລາໃດກໍມີມູນເຊື້ອຕໍ່ສູ້ຢ່າງອົງອາດກ້າ ຫານ, ມີນໍ້າໃຈເສຍສະລະເດັດດ່ຽວບໍ່ ຍອມຈໍານົນ ມີຄວາມສັດຊື່ບໍລິສຸດ ແລະ ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ. ຕະຫຼອດໄລຍະ 61 ປີ ແຫ່ງການ ກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ແມ່ນປະຫວັດສາດແຫ່ງການທົດສອບອັນໃຫຍ່ຫຼວງ ໃນການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນເອ ກະລາດແຫ່ງຊາດ, ຕະ ຫຼອດໄລຍະທາງອັນລະອິດລະອ້ຽວ, ຫຍຸ້ງຍາກລຳບາກທີ່ສຸດນັ້ນ ແຕ່ກໍ່ປ່ຽມ ລົ້ນໄປດ້ວຍຜົນງານອັນສູງສົ່ງ, ວິລະກໍາອັນພິລະອາດຫານ ແລະ ໄຊຊະນະອັນ ສະຫງ່າລາສີ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກເຮົາ, ກໍາລັງປ້ອງກັນຄວາມສະຫງົບໄດ້ສາມັກຄີເປັນຈິດ ໜຶ່ງໃຈດຽວໃນການປະຕິບັດໜ້າທີ່ການເມືອງ, ທັງປະສານກົມກຽວ ແລະ ຕໍ່ ສູ້ຢ່າງມີໄຊ ຕິດພັນກັບການອອກແຮງປັບປຸງ, ກໍ່ສ້າງກໍາລັງຂອງຕົນໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນກ້າວໆ.

ນອກນັ້ນ, ພັອ ຄໍາຈັນ ແສງສາວົງ ຍັງໄດ້ຍົກໃຫ້ເຫັນປະຫວັດແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບ ແຂວງຜົ້ງສາລີ ຄົບຮອບ 59 ປີ, ເຊິ່ງກໍາລັງປ້ອງ ກັນຄວາມສະຫງົບປະຊາຊົນ ແຂວງຜົ້ງສາລີ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 11 ພຶດສະພາ 1963 ແມ່ນກໍາລັງປະກອບ ວາວຸດທີ່ເກີດຈາກກອງບັນຊາການທະຫານແຂວງ ແລະ ປະຊາຊົນບັນດາເຜົ່າ, ເຮັດໜ້າທີ່ປົກປັກຮັກສາຄວາມສະຫງົບ ແລະ ຄວາມປອດໄພໃຫ້ແກ່ອໍານາດການປົກຄອງແຂວງ ແລະ ປະຊາຊົນບັນດາເຜົ່າໃນພາລະກິດປົກປັກຮັກສາ ແລະ ພັດທະນາແຂວງຜົ້ງສາລີ ຕາມຈຸດ ໝາຍຂອງແຂວງທີ່ໄດ້ວາງອອກໃນແຕ່ລະໄລຍະຈົນເຖິງປັດຈຸບັນ.