ເຈົ້າໜ້າທີ່ ປກສ ເມືອງຫົງສາ ແຂວງໄຊຍະບູລີ ຖະແຫຼງກ່ຽວກັບປະຕິບັດການສະກັດລົດຂົນສົ່ງຢາເສບຕິດ ໃນລະຫວ່າງວັນທີ 11 ແລະ 12 ເມສາ 2022 ສາມາດຢຶດລົດໃຫຍ່ໄດ້ 2 ຄັນ, ຜູ້ຖືກຫາ 1 ຄົນ ລວມຂອງກາງຢາບ້າ 952 ກິໂລກຼາມ ແລະ ໄອສ໌ 534 ກິໂລກຼາມ.

ພັທ ທອງໄຫຼ ເພັດດາວົງ ຫົວໜ້າກອງບັນຊາການ ປກສ ແຂວງ ກ່າວວ່າ:

ໃນວັນທີ 11 ເມສາ 2022, ເຈົ້າໜ້າທີ່ໄດ້ຮັບລາຍງານຈາກພົນລະເມືອງດີວ່າ ຈະມີກຸ່ມຄົນຈຳນວນໜຶ່ງເຄື່ອນຍ້າຍຂົນສົ່ງຢາເສບຕິດຜ່ານເມືອງຫົງສາ. ດັ່ງນັ້ນ, ປກສ ເມືອງ ຈຶ່ງໄດ້ຈັດຕັ້ງກຳລັງ ແລະ ວາງແຜນການເພື່ອສະກັດຈັບລົດເປົ້າໝາຍ.

ພໍຮອດເວລາ 12:00 ໂມງຂອງວັນດຽວກັນ, ເຈົ້າໜ້າທີ່ກໍພົບເຫັນລົດເປົ້າໝາຍ 1 ຄັນ ຈຶ່ງເຂົ້າສະກັດລົດຄັນດັ່ງກ່າວ ເປັນລົດວີໂກ້ແຊັມ ໝາຍເລກທະບຽນ ກວ ກຳແພງ ນະຄອນ 5869 ແລະ ໄດ້ຈັບຕົວຜູ້ຂັບຂີ່ທັນທີ ພ້ອມກວດຄົ້ນພາຍໃນລົດ ພົບເຫັນຢາບ້າ 1.690 ມັດ ເທົ່າກັບ 380 ກິໂລກຼາມ, ຢາໄອສ໌ 531 ຫໍ່ ເທົ່າກັບ 534 ກິໂລກຼາມ, ຢຶດໂທລະ ສັບມືຖື 2 ເຄື່ອງ ແລະ ນຳຕົວຜູ້ຖືຫາມາດຳເນີນການສືບສວນ-ສອບສວນ.

ຫຼັງຈາກຜ່ານການສອບສວນ ໄດ້ຮູ້ວ່າ: ຜູ້ຖືກຫາຊື່ ທ້າວ ສີແພງ ລີຢົງວ່າງ ພະນັກງານຢູ່ບ້ານແດນກາງ ເມືອງລອງ ແຂວງຫຼວງນໍ້າທາ ແລະ ຜູ້ກ່ຽວສາລະພາບວ່າ ໄດ້ຮ່ວມກັບພັກພວກຂົນສົ່ງຢາເສບຕິດໃນຄັ້ງນີ້.

ຈາກຄຳໃຫ້ການຂອງຜູ້ຖືກຫາ, ເຈົ້າໜ້າທີ່ໄດ້ຈັດວາງກຳລັງອອກຊອກໄລ່ຈັບຜູ້ຮ່ວມຂະບວນການທັນທີ ຈົນຮອດເວລາ 11:00 ໂມງ ຂອງວັນທີ 12 ເມສາ 2022 ເຈົ້າໜ້າທີ່ກໍພົບເຫັນລົດກະບະຣີໂວ້ ບໍ່ມີລົດເລກທະບຽນຈອດຖິ້ມໄວ້ແຄມທາງເຂດບ້ານພູແລ້ງກາງ ເມືອງຫົງສາ, ເຈົ້າໜ້າທີ່ເຂົ້າກວດຄົ້ນບໍລິເວນໃກ້ຄຽງພົບຮ່ອງຮອຍຂອງກຸ່ມຄົນຈຳນວນໜຶ່ງຫຼົບໜີເຂົ້າປ່າ ແລະ ພົບເຫັນຢາບ້າ ຈຳນວນ 21 ເປົາ ນໍ້າໜັກ 572 ກິໂລກຼາມ. ພ້ອມນັ້ນ, ຍັງພົບເຫັນຮ່ອງຮອຍການແກະປ້າຍທະບຽນອອກ ເຈົ້າໜ້າທີ່ຈຶ່ງກວດຄົ້ນບໍເວນໃກ້ຄຽງອີກຄັ້ງ ກໍພົບເຫັນປ້າຍທະບຽນລົດ ກລ ກຳແພງນະຄອນ 6328, ເຈົ້າໜ້າທີ່ຈຶ່ງນຳເອົາຢາບ້າ ແລະ ລົດມາ ກອງບັນຊາການ ປກສ ເມືອງ ເພື່ອສືບຕໍ່ສືບສວນ-ສອບສວນຂະຫຍາຍຜົນ.

ຫົວໜ້າ ປກສ ເມືອງຫົງສາ ຍັງໃຫ້ຮູ້ອີກວ່າ: ນີ້ກໍແມ່ນອີກໜຶ່ງຜົນງານຂອງ ປກສ ເມືອງຫົງສາ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດແກ້ໄຂຢາເສບຕິດ ເຊິ່ງຂອງກາງທີ່ຢຶດໄດ້ໃນຄັ້ງນີ້ ລວມມີຂອງກາງຢາບ້າ 952 ກິໂລກຼາມ, ໄອສ໌ 534 ກິໂລກຼາມ, ລົດໃຫຍ່ 2 ຄັນ, ຜູ້ຖືກຫາ 1 ຄົ ແລະ ໂທລະສັບມືຖື 2 ເຄື່ອງ ແລະ ເຈົ້າທີ່ກຳລັງເລັ່ງສືບສວນ-ສອບສວນ ເພື່ອນຳຈັບຜູ້ຮ່ວມຂະບວນການທັງໝົດມາລົງໂທດຕາມກົດໝາຍ.