ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກອງບັນຊາການ ປກສ ແຂວງໄຊຍະບູລີ ສົມທົບກັບພະແນກຕໍາຫຼວດກອງບັນຊາການ ປກສ ເມືອງຄອບ ໄດ້ເປີດຊຸດຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ພະນັກງານ-ນັກຮົບ ໃນວັນທີ 8 ເມສາ 2022, ເຂົ້າ ຮ່ວມໂດຍ ພັທ ປານ ບຸນປອນ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງ, ຜູ້ຊີ້ນໍາວຽກງານຈະລາຈອນ, ກັນ ແລະ ມອດໄຟ, ມີ ພັທ ເຂັມເພັດ ວັນນະລາດ ຫົວໜ້າກອງບັນຊາການ ປກສ ເມືອງຄອບ, ມີພະນັກງານ-ນັກຮົບ ກ່ຽວຂ້ອງເຂົ້າຮ່ວມຝຶກອົບຮົມ.

ພັທ ປານ ບຸນປອນ ກ່າວວ່າ: ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ເປັນວຽກງານໜຶ່ງຂອງວຽກງານປ້ອງກັນຄວາມສະຫງົບສຸກ, ເຊິ່ງໄດ້ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານການເຄື່ອນໄຫວຂອງສັງຄົມ ຕິດພັນກັບການສ້າງສາພັດທະນາເສດຖະກິດຂອງຊາດ ໂດຍມີຈຸດປະສົງ ເພື່ອເຮັດໃຫ້ພະນັກງານ-ນັກຮົບພາຍໃນກົມກອງມີຄວາມຮູ້ພື້ນຖານ, ເຕັກນິກ ແລະ ຮູ້ນໍາໃຊ້ອຸປະກອນອື່ນໆໃນການປ້ອງກັນ, ສະກັດກັ້ນ ແລະ ຕ້ານອັກຄີໄພທີ່ອາດຈະເກີດຂຶ້ນ ໃຫ້ສາມາດດັບມອດໄດ້ຢ່າງທັນການ, ຮັບປະກັນບໍ່ໃຫ້ມີຄວາມເສຍຫາຍທາງດ້ານຊັບສິນ, ຊີວິດ ແລະ ສຸຂະພາບຂອງພົນລະເມືອງ, ເຮັດໃຫ້ສັງຄົມມີຄວາມສະຫງົບ-ປອດໄພ ແລະ ເປັນລະບຽບຮຽບຮ້ອຍ.

ຊຸດຝືກອົບຮົມຄັ້ງນີ້, ໄດ້ແບ່ງອອກເປັນ 2 ພາກຮຽນ ຄື: ພາກທິດສະດີ ແລະ ພາກປະຕິບັດຕົວຈິງໃນການນໍາໃຊ້ລົດມອດໄຟໃຫ້ຖືກຕ້ອງຕາມເຕັກນິກຢ່າງມີປະສິດທິພາບສູງ.