ໃນອາທິດຜ່ານມານີ້, ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີນຳໃຊ້ລະບົບການຄຸ້ມຄອງລາຍຮັບງົບປະມານແຫ່ງລັດ ດ້ວຍລະບົບທັນສະໄໝຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ, ເຂົ້າຮ່ວມມີ ທ່ານ ວັນດາວ ແວວທະນັດສີ ຫົວໜ້າພະແນກການເງິນແຂວງ, ທ່ານ ທະວີສັກ ໄຊຍະວົງ ວ່າການເຈົ້ົາເມືອງໆເງິນ, ມີທີມງານຂອງແຂວງ, ຫົວໜ້າຫ້ອງການ, ພະນັກງານວິຊາການ-ການເງິນ ຫ້ອງການອ້ອມຂ້າງ, ຕາງໜ້າຈາກທະນາຄານການຄ້າຕ່າງປະເທດລາວ, ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກຳ, ຕະຫຼອດຮອດນັກທຸລະກິດຜູ້ປະກອບການພາຍໃນເມືອງເງິນເຂົ້າ ຮ່ວມ.

ທ່ານ ບຸນເສັງ ວົງສະນິດ ຫົວໜ້າສ່ວຍສາອາກອນປະຈຳແຂວງໄຊຍະບູລີ ໄດ້ຜ່ານແຈ້ງການຂອງກະຊວງການເງິນ ສະບັບເລກທີ 1295/ກງ ລົງວັນທີ 9 ມີນາ 2021 ກ່ຽວກັບການຜັນຂະຫຍາຍລະບົບທັນສະໄໝໃນ 40 ເມືອງ ໃນປີ 2021, ຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໃນການຈັດຕັ້ງຜັນຂະຫຍາຍການນຳໃຊ້ລະບົບ ( tax Ris) ຢູ່ 3 ເມືອງພາຍໃນແຂວງໄຊຍະບູລີ ຄື: ເມືອງເງິນ, ເມືອງປາກລາຍ, ແລະ ເມືອງແກ່ນທ້າວ; ຈາກນັ້ນ, ກໍໄດ້ລາຍງານຄວາມພ້ອມໃນການກະກຽມເອກະສານ ແລະ ແນະນຳທາງດ້ານວິຊາການ ເປັນຕົ້ນແຈ້ງການຂອງຫ້ອງການ ກະຊວງການເງິນ ວ່າດ້ວຍການນຳໃຊ້ໃບເກັບເງິນແຫ່ງຊາດ ເປັນເອກະສານຢັ້ງ ຢືນການມອບພັນທະງົບປະມານແຫ່ງລັດຜ່ານລະບົບທະນະຄານ, ແຈ້ງການຂອງຄັງເງິນແຫ່ງຊາດ ວ່າດ້ວຍການນຳໃຊ້ລະບົບຄຸ້ມຄອງຕິດຕາມການອອກໃບຮັບເງິນຜ່ານລະບົບທະນາຄານຄັງເງິນແຫ່ງຊາດ ແລະ ສະຫຼຸບລາຍງານແບບ ວ່ອງໄວ ( ລະບົບ RTIS ). ໃນວາລະກອງປະຊຸມຕາງໜ້າທະນາຄານການຄ້າຕ່າງປະເທດລາວ, ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກຳ ກໍໄດ້ອະທິບາຍ ແລະ ນຳສະເໜີຊ່ອງທາງໃນການນຳໃຊ້ລະບົບທີທັນສະໄໝຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາ ກອນ.

ການເປີດນຳໃຊ້ລະບົບຄຸ້ມຄອງລາຍຮັບດ້ວຍລະບົບທັນສະໄໝ ເພື່ອຫັນເອົາວຽກງານການຄຸ້ມຄອງລາຍຮັບສ່ວຍສາອາກອນເປັນທັນສະໄໝຕາມແຜນຍຸດທະສາດ, ທັງເປັນການຜັນຂະຫຍາຍຈັດຕັ້ງປະຕິບັດແຜນວາລະແຫ່ງຊາດຂອງກະຊວງການເງິນ-ແຜນວາລະແຫ່ງຊາດຂອງແຂວງ-ຂອງພະແນກການເງິນ ເພື່ອອຳນວຍຄວາມສະດວກໃນການແຈ້ງມອບອາກອນຂອງຜູ້ເສຍອາກອນໃຫ້ນັບມື້ນັບດີຂຶ້ນ ແລະ ເທົ່າທຽມກັບສາກົນ, ສ້າງຄວາມສະດວກ, ວ່ອງໄວ, ຫຼຸດຜ່ອນຂັ້ັນຕອນ, ສ້າງຄວາມຍຸຕິທຳຕາມລະບຽບກົດໝາຍ, ຮັບປະກັນໃຫ້ທຸກເມັດເງິນຂອງຜູ້ເສຍອາກອນເຂົ້າງົບປະມານແຫ່ງລັດຢ່າງລວມສູນ, ມີຄວາມຖືກຕ້ອງໂປ່ງໃສ ແລະ ສາມາດກວດສອບໄດ້.