ບໍລິສັດ ລາວນິວເພເທັກໂນໂລຢີຈອຍເວັນເຈີ ຈຳກັດ ໄດ້ນໍາກະຊວງ ປກສ ໃນວັນທີ 12 ເມສາ 2022 ກ່າວມອບໂດຍທ່ານ ເມກສະຫວ່າງ ພົມມາລີ ຜູ້ອຳນວຍການໃຫ່ຍບໍລິສັດ ລາວນິວເພເທັກໂນໂລຢີຈອຍເວັນເຈີ ຈຳກັດ, ຕາງໜ້າຮັບໂດຍ ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫ່ຍຕຳຫຼວດ, ມີຄະນະທັງສອງຝ່າຍເຂົ້າຮ່ວມ.

ທ່ານ ເມກສະຫວ່າງ ພົມມາລີ ກ່າວວ່າ: ການມອບຜ້າອັດປາກ-ດັງ ໃຫ້ກົມໃຫຍ່ຕໍາຫຼວດ ຄັ້ງນີ້ ເພື່ອເປັນການປະກອບສ່ວນດ້ານວຽກງານປ້ອງກັນສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19 ໃຫ້ກໍາລັງປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະແມ່ນກົມໃຫຍ່ຕໍາຫຼວດດ້ານຜ້າອັດປາກ-ດັງໃຫ້ພຽງພໍໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ.

ໂອກາດດັ່ງກ່າວ, ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ບໍລິສັດ ລາວນິວເພເທັກໂນໂລຢີຈອຍເວັນເຈີ ຈຳກັດ ທີ່ເຫັນໄດ້ຄວາມໝາຍ-ຄວາມສໍາຄັນຂອງວຽກງານປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະແມ່ນວຽກງານປ້ອງ ກັນສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19. ພ້ອມດຽວກັນນັ້ນ, ກໍໄດ້ມອບໃບຊົມເຊີຍຂອງກະຊວງ ປກສ ໃຫ້ກັບບໍລິສັດລາວນິວເພເທັກໂນໂລຢີຈອຍເວັນເຈີ ຈຳກັດ.