ກອງບັນຊາການທະຫານ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມທາບທາມຄໍາຄິດເຫັນໃສ່ ຮ່າງລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍ ເຂດຍຸດທະສາດປ້ອງກັນຊາດ ໃນອາທິດຜ່ານມາ, ເປັນປະທານໂດຍ ພົຈວ ຄຳມ່ວນ ເລືອງວັນຫຼ້າ ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ, ມີ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ, ຄະນະກອງບັນຊາການທະຫານແຂວງ, ກອງບັນຊາການ ປກສ ແຂວງ, ພະນັກງານວິຊາການກົດໝາຍ ກະຊວງປ້ອງກັນປະເທດ, ຫົວໜ້າ-ຮອງຫົວໜ້າພະແນກການກ່ຽວຂ້ອງ ເຂົ້າຮ່ວມ.

ພັອ ສີສົມໃຈ ມະໂນລາ ຮອງຫົວໜ້າກົມກົດໝາຍ ກະຊວງປ້ອງກັນປະເທດ ໄດ້ຜ່ານຮ່າງລັດຖະບັນຍັດຂອງ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າດ້ວຍ ເຂດຍຸດທະສາດປ້ອງກັນຊາດ, ໂດຍຈຸດປະສົງຂອງລັດຖະບັນຍັດສະບັບນີ້ ເພື່ອເປັນການກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການກຳນົດ, ຄຸ້ມຄອງ ແລະ ຕິດຕາມກວດກາເຂດຍຸດທະສາດປ້ອງກັນຊາດ ເພື່ອເຮັດໃຫ້ພື້ນທີ່ເຂດຍຸດທະສາດປ້ອງກັນຊາດ ໄດ້ຮັບການປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ໃຫ້ຖືກຕ້ອງສອດຄ່ອງຕາມແຜນຍຸດທະສາດປ້ອງກັນຊາດ, ແນໃສ່ຮັບປະກັນຄວາມໝັ້ນຄົງຂອງຊາດ, ມີສະຖຽນລະພາບທາງດ້ານການເມືອງ, ສ້າງເງື່ອນໃນການພັດທະນາເສດຖະກິດ-ສັງຄົມ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຂດຍຸດທະສາດປ້ອງກັນຊາດ ໂດຍໄດ້ກຳນົດເອົາຂອບເຂດພື້ນທີ່, ພູມີປະເທດ ແລະ ທຳມະຊາດທີ່ມີຄວາມສຳຄັນຕໍ່ວຽກງານປ້ອງກັນຊາດ ເຊິ່ງປະກອບດ້ວຍໜ້າດິນ, ພູຜາ, ປ່າໄມ້, ເກາະດອນ ລວມທັງດິນພື້ນນ້ຳ, ນ່ານນ້ຳ ແລະ ນ່ານຟ້າທີ່ມີເງື່ອນໄຂ ແລະ ສາມາດນຳໃຊ້ເຂົ້າໃນການເຄື່ອນໄຫວປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດ.

ທັງນີ້, ລັດຖະບັນຍັດສະບັບນີ້ ປະກອບມີ 9 ໝວດ, 36 ມາດຕາ.

ໂອກາດນີ້, ຜູ້ແທນກອງປະຊຸມ ຍັງໄດ້ພ້ອມກັນປະກອບຄວາມຄິດ, ຄຳເຫັນໃສ່ ຮ່າງລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍ ເຂດຍຸດທະສາດປ້ອງກັນຊາດ ເພື່ອເປັນການປັບປຸງບາງໝວດ, ບາງມາດຕາ ທີ່ເນື້ອໃນຍັງບໍ່ທັນຄົບຖ້ວນສົມບູນ.