ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປະດັບຊັ້ນໃຫ້ນາຍທະຫານ ທີ່ສໍາເລັດການສຶກສາໃນອາທິດຜ່ານມາ, ປະດັບຊັ້ນໂດຍ ພັອ ບົວເງິນ ຫົງໄຂຄໍາ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາ, ພະແນກ, ນາຍທະຫານທີ່ໄດ້ຮັບການປະດັບຊັ້ນ ເຂົ້າຮ່ວມ.

ພັທ ເຂັມເພັດ ຫັນທະວົງ ຫົວໜ້າພະແນກພະນັກງານກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການເລື່ອນຊັ້ນ ແລະ ທຽບຊັ້ນໃຫ້ນາຍທະຫານຢູ່ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ວ່າ: ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ( ສະບັບປັບ ປຸງ ) ໄດ້ລະບຸໄວ້ ໃນພາກທີ II ໝວດ III ມາດຕາ 20 ວ່າດ້ວຍອາຍຸກະສຽນ ແລະ ການປະດັບຊັ້ນ, ປະດັບທຽບຊັ້ນໃຫ້ນາຍທະຫານ ແລະ ອີງຕາມການຄົ້ນຄວ້ານຳສະເໜີຂອງກົມພະນັກງານ ສະບັບເລກທີ 1092/ກທມ, ລົງວັນທີ 9 ມີນາ 2022. ດັ່ງນັ້ນ, ກົມໃຫ່ຍການເມືອງກອງທັບ ຈຶ່ງຕົກ ລົງປະດັບທຽບຊັ້ນ ຮ້ອຍໂທ ໃຫ້ນັກຮຽນທີ່ຮຽນຈົບຂັ້ນປະລິນຍາຕີ, ຊັ້ນສູງ ຈໍານວນ 7 ສະຫາຍ; ໃນນີ້, ຈົບລະດັບປະລິນຍາຕີ 2 ສະຫາຍ, ຈົບລະດັບຊັ້ນສູງ 5 ສະຫາຍ.

ໂອກາດນີ້, ພັອ ບົວເງິນ ຫົງໄຂຄໍາ ໄດ້ຊີ້ນໍາໃຫ້ຜູ້ທີ່ໄດ້ຮັບການປະດັບຊັ້ນຄັ້ງນີ້ ໂດຍເນັ້ນໃຫ້, ເອົາໃຈໃສ່ຝຶກຝົນຫຼ່ໍຫຼອມພັດທະນາຕົນເອງໃນທຸກດ້ານ, ມີແບບແຜນວິທີເຮັດວຽກໃນການນຳພາ-ບັນຊາ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ໂດຍເຮັດວຽກເປັນໝູ່ຄະນະ, ມີຄວາມເສຍສະຫຼະສູງຕໍ່ໜ້າທີ່ ແລະ ເປັນແບບຢ່າງໃຫ້ແກ່ນາຍ ແລະ ພົນທະຫານ ເພື່ອພ້ອມກັນສຸມໃສ່ເຮັດສຳເລັດທຸກໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບ ໝາຍໃຫ້.