ຫ້ອງການຊາວໜຸ່ມ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ( ຄຊປປລ) ຄົບຮອບ 67 ປີ ( 14 ເມສາ 1955- 14 ເມສາ 2022 ) ແລະ ການຜັນຂະຫຍາຍ 2 ວາລະແຫ່ງຊາດ ໂດຍສະເພາະການແກ້ໄຂບັນຫາຢາເສບຕິດຢູ່ເມືອງໄຊເສດຖາ ພາຍໃຕ້ຄຳຂວັນ: ” ຊາວໜຸ່ມເມືອງໄຊເສດຖາ ຮ່ວມໃຈຫ່າງໄກຢາເສບຕິດ ” ໃນວັນທີ 20 ເມສາ 2022, ໃຫ້ກຽດປາຖະກະຖາໂດຍ ທ່ານ ຄຳມາ ແສງມີໄຊ ເຈົ້າເມືອງໄຊເສດຖາ ມີບັນດາຄະນະປະຈຳພັກ, ຄະນະພັກ, ຫົວໜ້າຫ້ອງການ, ເລຂາພັກບ້ານ, ເລຂາຊາວໜຸ່ມຮາກຖານທົ່ວເມືອງໄຊເສດຖາ ເຂົ້າຮ່ວມ.

ທ່ານ ຄຳມາ ແສງມີໄຊ ກ່າວວ່າ: ການຫວນຄືນມູນເຊື້ອອັນພິລະດອາດຫານຂອງວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ ຕິດພັນກັບການຜັນຂະຫຍາຍ 2 ວາລະແຫ່ງຊາດ ໂດຍສະເພາະການແກ້ໄຂບັນຫາຢາເສບຕິດຢູ່ເມືອງໄຊເສດຖາໃນຄັ້ງນີ້, ເພາະຊາວໜຸ່ມແມ່ນຂະ ບວນແຫ່ງການຕໍ່ສູ້, ການກຳເນີດ, ຄວາມໝາຍຄວາມສຳຄັນ ແລະ ຜ່ານການເຕີບໃຫຍ່ຂະຫຍາຍຕົວຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ, ພ້ອມທັງໄດ້ຊຸກຍູ້ໃຫ້ຊາວໜຸ່ມມີຄວາມຕື່ນຕົວ, ມີຄວາມສະດຸ້ງໄວ, ມີນຳໃຈສາມັກຄີໃຫ້ສົມດັ່ງຄຳເວົ້າ ຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ ແສນເຄົາລົບຮັກ ໄດ້ມອບນາມມະຍົດໄວ້ ໃຫ້ຊາວໜຸ່ມທີ່ວ່າ: ” ຊາວໜຸ່ມຈົ່ງເປັນດັ່ງ ນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພະຍຸລົມແດງ ຈົ່ງກາຍເປັນສິນໄຊຂອງຍຸກສະໄໝພວກເຮົາ “.

ເຊິ່ງຍາມໃດຂະບວນການຂອງຊາວໜຸ່ມ ກໍເປັນກຳລັງທີ່ສຳຄັນ ແລະ ເປັນແຂນຂວາຂອງພັກ ໃນການປະກອບສ່ວນປົກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ກຳລັງຊາວໜຸ່ມຂອງເມືອງໄຊເສດຖາ ແມ່ນໄດ້ປະຕິບັດໜ້າທີ່ຕາມການມອບໝາຍຂອງການຈັດຕັ້ງໃນທຸກວຽກງານ ແລະ ການມີສ່ວນຮ່ວມໃນການພັດທະນາເມືອງໄຊເສດຖາ ໃຫ້ກ້າວຂຶ້ນ, ໂດຍສະເພາະໃນການຮ່ວມໃຈການແກ້ໄຂບັນຫາຢາເສບຕິດໃນກຸ່ມຊາວໜຸ່ມ-ໄວໜຸ່ມຢູ່ພາຍໃນເມືອງໄຊເສດຖາ ໃຫ້ນັບມື້ນັບຫຼຸດໜ້ອຍຖອຍລົງ.