ເຈົ້າໜ້າທີ່ໜ່ວຍງານສະກັດກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ໄດ້ຮັບການລາຍງານຈາກພົນລະເມືອງດີ ວ່າ: ມີກຸ່ມຄົນບໍ່ດີຈໍານວນໜຶ່ງມົ້ວສຸມ ແລະ ຄ້າຂາຍຢາເສບຕິດ ຢູ່ເຂດບ້ານນາຄອມ ເມືອງເຊບັ້ງໄຟ, ເມື່ອໄດ້ຮັບການລາຍງານຄືແນວນັ້ນ ທາງເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງເຊບັ້ງໄຟ ຈຶ່ງໄດ້ລົງຕິດຕາມກວດກາສະຖານທີ່ດັ່ງກ່າວ ເຊິ່ງເຫັນວ່າມີມູນຄວາມຈິງ.

ພໍຮອດເວລາ 15:00ໂມງ ຂອງວັນທີ 28 ມີນາ 2022, ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງນໍາກຳລັງເຂົ້າຈັບກຸມເປົ້າໝາຍໄດ້ 1 ຄົນ, ພາຍຫຼັງກັກຕົວຜູ້ຖືກຫາໄດ້ແລ້ວ ທາງເຈົ້າໜ້າທີ່ວິຊາສະເພາະ ກໍໄດ້ປະສານສົມທົບກັບ ເຈົ້າໜ້າທີ່ ປກສ ບໍລິການປະຊາຊົນກຸ່ມບ້ານຍາງໃຫຍ່ ແລະ ການຈັດຕັ້ງບ້ານນາຄອມ ເພື່ອກວດຄົ້ນເຮືອນຂອງເປົ້າໝາຍ; ຜ່ານການກວດຄົ້ນຂອງເຈົ້າໜ້າທີ່ ໄດ້ພົບເຫັນຢາບ້າຈໍານວນ 27 ເມັດ ແລະ ປືນດັດແປງຈໍານວນ 1 ກະບອກ.

ຜ່ານການສອບສວນຂອງເຈົ້າໜ້າທີ່ ຈຶ່ງຮູ້ວ່າ: ຜູ້ຖືກຫາຊື່ ທ້າວ ສຸກຂີ ຫຼື ເຕ້ ອາຍຸ 40 ປີ ຢູ່ບ້ານນາຄອມ ເມືອງເຊບັ້ງໄຟ ແລະ ຜູ້ກ່ຽວສາລະພາບວ່າ ໄດ້ມົ້ວສຸມຢາບ້າ ແລະ ຂາຍຢາບ້າໃຫ້ກັບໄວລຸ້ນຢູ່ພາຍໃນບ້ານແທ້, ຢາບ້າຈໍານວນດັ່ງກ່າວທີ່ເຈົ້າໜ້າທີ່ກວດພົບເຫັນນັ້ນ ແມ່ນຊື້ຢູ່ເຂດບ້ານໃກ້ຄຽງ; ປັດຈຸບັນ, ເຈົ້າໜ້າທີ່ ກໍາລັງເລັ່ງສອບສວນຂະຫຍາຍຜົນຫາກຸ່ມແກ້ງຮ່ວມຂະບວນການດຽວກັນ ມາດຳເນີນຄະດີຕາມກົດໝາຍ.