ອາທິດຜ່ານມາ, ພະແນກຕຳຫຼວດສືບສວນ-ສອບສວນ ຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ມອບລົດກະບະຣີໂວສີຂາວ ໝາຍເລກທະບຽນ ຄພ 9119 ກໍາແພງນະຄອນ ທີ່ຖືກຄົນຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ, ມອບໂດຍ ພັທ ປານີ ຫຼວງຊົມພູ ຮອງຫົວໜ້າຫ້ອງຕໍາຫຼວດ, ກ່າວຮັບໂດຍ ທ່ານ ດາວວົງ ອິນທະວົງ ຜູ້ເປັນເຈົ້າຂອງລົດຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

ເຈົ້າໜ້າທີ່ຫ້ອງຕໍາຫຼວດ ປກສ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ:

ພາຍຫຼັງໄດ້ຮັບແຈ້ງຄວາມຈາກເຈົ້າຂອງລົດວ່າ ເວລາປະມານ 3:00 ໂມງຂອງວັນທີ 8 ເມສາ 2022 ໄດ້ມີຄົນຮ້າຍເຂົ້າມາລັກເອົາລົດກະບະຣີໂວສີຂາວ ໝາຍເລກທະບຽນ ຄພ 9119 ກໍາແພງນະຄອນ ຈຶ່ງໄດ້ຮີບຮ້ອນປະສານສົມທົບກັບບັນດາຈຸດກວດກາຂອງ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໃນຂອບເຂດທົ່ວແຂວງ ເພື່ອຕິດຕາມກວດກາ.

ມາຮອດວັນທີ 11 ເມສາ 2022 ເວລາປະມານ 11:00 ໂມງ, ເຈົ້າໜ້າທີ່ຈຶ່ງໄດ້ຮັບຂໍ້ມູນແຫຼ່ງຂ່າວວ່າ ພົບເຫັນລົດຄັນດັ່ງກ່າວຈອດຊຸກເຊື່ອງໄວ້ຢູ່ປ່າເຂດບ້ານນາອິນ ເມືອງປາກກະດິງ ແຂວງບໍລິຄໍາໄຊ; ຈາກນັ້ນ, ຈຶ່ງໄດ້ປະສານຫາ ເຈົ້າໜ້າທີ່ ປກສ ເມືອງປາກກະດິງ ໃຫ້ສົມທົບກັບ ປກສ ກຸ່ມວຽງຄໍາ ລົງກວດກາ ແລະ ໄດ້ພົບເຫັນລົດຄັນດັ່ງກ່າວ.

ຜ່ານການກວດກາຂໍ້ມູນຫຼັກຖານຕ່າງໆຢ່າງລະອຽດ ເຫັນວ່າ ແມ່ນລົດຄັນທີ່ຖືກຄົນຮ້າຍລັກມາແທ້ ຈຶ່ງໄດ້ແຈ້ງໄປຍັງເຈົ້າຂອງລົດ ໃຫ້ນໍາເອກະສານມາຢັ້ງຢືນຮັບເອົາ.

ປັດຈຸບັນ, ເຈົ້າໜ້າທີ່ ປກສ ແຂວງບໍລິຄໍາໄຊ ພວມເລັ່ງຕິດຕາມນໍາຈັບຕົວຄົນຮ້າຍ ມາດໍາເນີນຄະດີຕາມກົດໝາຍ.