ໃນອາທິດຜ່ານມາ, ກອງບັນຊາການ ປກສ ເມືອງນາແລ ແຂວງຫຼວງນ້ຳທາ ໄດ້ຈັດພິທີທໍາລາຍອາວຸດລ່າເນື້ອ ແລະ ເຄື່ອງຕ້ອງຫ້າມ, ເຂົ້າຮ່ວມໂດຍ ທ່ານ ອິນແພງ ແສງມີໄຊ ຮອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ມີສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງນາແລ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ກອງບັນຊາການ ປກຊ-ປກສ ເມືອງ, ຫ້ອງການກະສິກໍາ ແລະ ປ່າໄມ້, ຂະແໜ່ງການທີ່ກ່ຽວຂ້ອງ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ທອງໄຊ ເທືອຄໍາເຮືອງ ຫົວໜ້າກອງບັນຊາການ ປກສ ເມືອງນາແລ ໃຫ້ຮູ້ວ່າ:

ໃນໄລຍະ 1 ປີ ຜ່ານມາ, ຄະນະພັກ-ຄະນະກອງບັນຊາການ ປກສ ເມືອງນາແລ ໄດ້ເອົາໃຈລົງຊຸກຍູ້ພະນັກງານ-ນັກຮົບແຕ່ລະກຸ່ມບ້ານ ໃຫ້ສົມທົບກັບ ອໍານາດການປົກຄອງບ້ານ, ປກຊ-ປກສ ບ້ານ ປຸກລະດົມຂົນຂວາຍໃຫ້ພໍ່-ແມ່ປະຊາຊົນ ມີຄວາມຕື່ນຕົວສະໝັກໃຈເຂົ້າຮ່ວມຂະບວນການໃນການຕ້ານ ແລະ ສະກັດກັ້ນ, ການຄອບຄອງ ແລະ ການນໍາໃຊ້ອາວຸດເສິກ ແລະ ອາວຸດລ່າເນື້ອທີ່ບໍ່ຖືກຕ້ອງ ໃຫ້ຈິງໃຈນໍາເອົາມາມອບໃຫ້ເຈົ້າໜ້າທີ່.

ເຊິ່ງໃນປັດຈຸບັນ, ສາມາດເກັບໂຮມອາວຸດລ່າເນື້ອ ແລະ ເຄື່ອງຕ້ອງຫ້າມທີ່ຜິດກົດໝາຍໄດ້ທັງໝົດ 185 ກະບອກ; ໃນນີ້, ມີປືນແມັກ 3 ກະບອກ, ປືນເບີ 1 ກະບອກ, ປືນກິລາ 2 ກະບອກ, ປືນແກັບ 94 ກະບອກ, ເຄື່ອງຊ໋ອດປາ 2 ເຄື່ອງ ແລະ ຈັກສະຕິນ 4 ເຄື່ອງ.

ພັທ ທອງໄຊ ເທືອຄໍາເຮືອງ ຍັງກ່າວອີກວ່າ:

ຈຸດປະສົງໃນການທໍາລາຍອາວຸດລ່າເນື້ອ ແລະ ເຄື່ອງຕ້ອງຫ້າມທີ່ຜິດກົດໝາຍຄັ້ງນີ້ ເປັນການສະກັດກັ້ນ ແລະ ປ້ອງກັນບັນຫາປະກົດການຫຍໍ້ທໍ້ທາງສັງຄົມ, ບໍ່ໃຫ້ກຸ່ມຄົນບໍ່ດີສວຍໃຊ້ອາວຸດຊະນິດຕ່າງໆ ເພື່ອທໍາລາຍສັດນໍ້າ-ສັດປ່າ, ຊີວະນາໆພັນທາງທໍາມະຊາດ ແລະ ຊ່ວຍກັນອະນຸລັກສິ່ງແວດລ້ອມທາງທໍາມະຊາດ ໃຫ້ຢູ່ຄູ່ກັບຄົນເຮົາຕະຫຼອດໄປ.