ທ່ານ ອິມມູຮົງ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະ ໃນວັນທີ 20 ເມສາ 2022 ເພື່ອຕິດຕາມກວດກາບັນດາໂຄງການຕ່າງໆທີ່ໄດ້ຮັບການຊ່ວຍເຫຼືອຈາກ ລັດຖະບານ ສ.ເກົາຫຼີ.

ທ່ານ ອິມມູຮົງ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຈາກ ເຈົ້າແຂວງຊຽງຂວາງ ຂອງ ສປປ ລາວ ແລະ ທ່ານກໍໄດ້ກ່າວເຖິງຈຸດປະສົງຂອງການມາພົບປະຢ້ຽມຢາມ ເຈົ້າແຂວງຊຽງຂວາງ ໃນຄັ້ງນີ້ ເພື່ອລາຍງານການກວດກາຕິດຕາມບັນດາໂຄງການທີ່ໄດ້ຮັບການຊ່ວຍເຫຼືອຈາກ ລັດຖະບານ ສ.ເກົາຫຼີ; ເຊິ່ງໄດ້ໄປເບິ່ງພື້ນທີ່ທີ່ມີແຜນຈະສ້າງຊົນລະປະທານຢູ່ນ້ຳພອດ ເມືອງຄຳ, ຢ້ຽມຢາມໂຮງໝໍເມືອງພູກູດ, ຊົນລະປະທານບ້ານຖ້ຳຫອຍໄຊ ເມືອງຄູນ ທີ່ມອບ-ຮັບໄປແລ້ວເພື່ອກວດກາຄືນເຖິງຜົນໄດ້ຮັບຈາກຊົນລະປະທານດັ່ງກ່າວ.

ໂອກາດດັ່ງກ່າວ, ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການມາພົບປະຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ໃນຄັ້ງນີ້ ເປັນການເພີ່ມພູນຄູນສ້າງສາຍພົວພັນຮ່ວມມືລະຫ່ວາງ ແຂວງຊຽງຂວາງ ແລະ ສ.ເກົາຫຼີ; ພ້ອມນີ້, ທ່ານເຈົ້າແຂວງຍັງໄດ້ລາຍງານການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນໄລຍະຜ່ານມາ ພ້ອມທັງກ່າວຄຳຂອບໃຈມາຍັງລັດຖະບານ ກໍຄື ປະຊາຊົນ ສ.ເກົາຫຼີ ທີ່ໄດ້ໃຫ້ການອູ້ມຊູຊ່ວຍເຫຼືອ ແຂວງຊຽງຂວາງ ເປັນຕົ້ນແມ່ນຂົງເຂດວຽກງານສຶກສາ, ສາທາລະນະສຸກ, ການເກັບກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ພ້ອມທັງເຊີນຊວນນັກທຸລະກິດຊາວ ສ.ເກົາຫຼີ ເຂົ້າມາລົງທຶນຢູ່ແຂວງຊຽງຂວາງ.