ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ໃຫ້ນ້ອງນັກຮຽນໂຮງຮຽນ ມສ ວຽງຈັນ-ໂຮ່ ຈິມິນ ນະຄອນຫຼວງວຽງຈັນ ໃນວັນທີ 22 ເມສາ 2022, ໂດຍມີ ອາຈານ ບຸນຈັນ ສີສຸກ ອໍານວຍການໂຮງຮຽນ ມສ ວຽງ ຈັນ-ໂຮ່ຈິມິນ ພ້ອມດ້ວຍຄູ-ອາຈານ, ທີມງາມກ່ຽວຂ້ອງ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

ພັທ ນາງ ຄໍາກອງ ເພັດສົມພູ ຫົວໜ້າພະແນກໂຄສະນາ ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກ່າວວ່າ: ຈຸດປະສົງຂອງການລົງໂຄສະນາເຜີຍ ແຜ່ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດຄັ້ງນີ້, ເພື່ອເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນວາລະແຫ່ງຊາດວາດ້ວຍການແກ້ໄຂບັນຫາຢາເສບ ຕິດ (2021-2023) ໃຫ້ມີຜົນສໍາເລັດ ແລະ ເພື່ອເປັນການສຶກສາອົບຮົມໃຫ້ຄູ-ອາຈານ ແລະ ນ້ອງນັກຮຽນເຫັນເຖິງຜົນຮ້າຍຂອງຢາເສບຕິດ, ເຊິ່ງຢາເສບຕິດສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຮ່າງກາຍ ເຊັ່ນ: ເຮັດໃຫ້ຮ່າງກາຍກໍຄືສຸຂະພາບອ່ອນເພຍ ແລະ ຈ່ອຍຜອມ, ລະບົບປະສາດສ່ວນຕ່າງໆ ຊຸດ ໂຊມໃຊ້ການບໍ່ໄດ້, ກາຍເປັນຄົນບ້າໄບ້ເສຍຈິດ, ມີອາການປະສາດຫຼອນ. ນອກຈາກນັ້ນ, ຍັງເປັນສາເຫດທີ່ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆຢູ່ໃນສັງຄົມ ເຊັ່ນ: ຂີ້ລັກງັດເເງະ, ປຸ້ນຈີ້ຊີງຊັບ, ສ້າງຄວາມສັບສົນວຸ້ນວາຍໃນສັງຄົມ ແລະ ສົ່ງຜົນກະທົບຕໍ່ລະບອບການເມືອງ, ຕໍ່ປະເທດຊາດ ແລະ ເປັນອັນຕະລາຍຕໍ່ຄວາມໝັ້ນຄົງຂອງຊາດ, ທັງເຮັດໃຫ້ຊາວໜຸ່ມ-ເຍົາວະຊົນ, ນ້ອງນັກຮຽນທີ່ເປັນອະນາຄົດຂອງຊາດບໍ່ສາມາດເປັນກຳລັງແຮງໃນການສ້າງສາພັດທະນາປະເທດຊາດໄດ້.

ນາງ ມຸລິດາ ມູນລະສິງ ນັກຮຽນຊັ້ນ ມ7/1 ຂອງໂຮງຮຽນ ມສ ວຽງຈັນ-ໂຮ່ຈິມິນ ກ່າວວ່າ: ພາຍຫຼັງທີ່ໄດ້ຮັບຟັງການເຜີຍແຜ່ຜົນຮ້າຍຂອງຢາເສບ ຕິດ ແລະ ໄພອັນຕະລາຍຂອງຢາເສບຕິດ າກທີມງານເຈົ້າໜ້າທີ່ດັ່ງກ່າວແລ້ວ ຕົນເອງແມ່ນສາມາດຮັບຮູ້ໄດ້ເຖິງຜົນຮ້າຍ ແລະ ຜົນເສຍຂອງຢາເສບ ຕິດ ຖ້າຫາກຜູ້ໃດຫາກເສບຢາເສບຕິດເຂົ້າໄປມັນຈະເຂົ້າໄປທໍາລາຍຮ່າງກາຍຂອງຄົນເຮົາ, ເຮັດໃຫ້ຮ່າງກາຍຈ່ອຍຜ່ອມ, ເປັນບ້າເສຍຈິດ ແລະ ສ້າງຄວາມວຸ້ນວາຍໃຫ້ກັບຄອບຄົວ, ເຮັດໃຫ້ເກີດມີສິ່ງຫຍໍ້ທໍ້ຕ່າງໆ. ນອກຈາກນີ້, ຖ້າເປັນນັກຮຽນ-ນັກສຶກສາ ກໍຈະພາໃຫ້ມີຜົນກະທົບຕໍ່ຕົນເອງຢ່າງຮ້າຍແຮງ ເປັນຕົ້ນແມ່ນອາດຈະມັກຂາດຮຽນ, ຮຽນບໍ່ທັນໝູ່ ຫຼື ອາດຈະຮຽນບໍ່ຈົບເປັນການຕັດອະນາຄົດທີ່ດີຂອງຕົນເອງ.