ວັນທີ 20 ເມສາ 2022, ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດນາຍຕໍາຫຼວດພັກການ ຮັບອຸດໜູນບຳນານໂດຍມີ ພົຈວ ໄຊສີ ແກ້ວສະຫງ່າ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ມີຄະນະພັກ 4 ຫ້ອງ, 3 ກອງພັນ, ກອງຮ້ອຍເອກະລາດ ແລະ ໂຮງຮຽນ ປກສ ຊັ້ນຕົ້ນ, ພ້ອມດ້ວຍຜູ້ທີ່ພັກການຮັບອຸດໜູນບໍານານເຂົ້າຮ່ວມ.

ໃນພິທີ, ພັທ ກອງແກ້ວ ກຸສານົນ ຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ນາຍຕຳຫຼວດພັກການຮັບອຸດໜູນບຳນານ ຈຳນວນ 5 ສະຫາຍ. ໃນນີ້, ໄດ້ອະນຸມັດໃຫ້ ພັທ ໄຊເຕົາ ວິລະຈິດ ຮອງຫົວໜ້າກອງພັນ 206; ພັທ ຄຳໃບ ແສງພູມີ ຮອງຫົວໜ້າກອງຮ້ອຍເອກະລາດ; ພັທ ນິພົນ ແກ້ວແສງສີ ຮອງຫົວໜ້າຫ້ອງເສນາທິການ; ພັຕ ບຸນຕັ້ງ ແສງຄຳພາ ຫົວໜ້າໝວດກອງພັນ 207 ແລະ ຮອ ສີທາ ວົງສະຫວັດ ຮອງໝູ່ກອງພັນ 206 ໃຫ້ພັກການຮັບອຸດໜູນບຳນານ.

ຄຽງຄູ່ກັນນີ້, ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 293/ປກສ, ລົງວັນ ທີ 18 ກຸມພາ 2022 ວ່າດ້ວຍ ການມອບໃບຍ້ອງຍໍ ກະຊວງ ປກສ ໃຫ້ອະນຸກຳ ມະການປ້ອງກັນທີ່ຮັບໃຊ້ງານໃນໄລຍະສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ຈໍານວນ 52 ສະຫາຍ, ມອບໂດຍ ພັອ ຈັນທອນ ແກ້ວມະນີວົງ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ.

ໃນໂອກາດນີ້, ພົຈວ ໄຊສີ ແກ້ວສະຫງ່າ ຍັງໄດ້ໂອ້ລົມຕໍ່ພະນັກງານພັກການຮັບອຸດໜູນບຳນານຕາມນະໂຍບາຍຕາມກົດໝາຍ ວ່າດ້ວຍການປະກັນສັງຄົມ ແລະ ກົ ໝາຍ ວ່າດ້ວຍກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ແຕ່ລະສະຫາຍ ເມື່ອຮອດກຳນົດອາຍຸກະສຽນ, ຄົບຖ້ວນຕາມມາດຖານທີ່ກຳນົດກໍຈະໄດ້ຮັບນະໂຍບາຍດັ່ງກ່າວ, ຕະຫຼອດການປະຕິບັດໜ້າທີ່ບັນດາສະຫາຍມີຄວາມພະຍາຍາມ, ມີຄວາມສູ້ຊົນບຸກບືນປະກອບສ່ວນເຂົ້າໃນການປົກປັກຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ສັງຄົມມີຄວາມສະຫງົບ-ປອດໄພໂດຍພຶື້ນຖານ.