ວັນທີ 21 ເມສານີ້, ປກສ ເມືອງອະນຸວົງ ແຂວງໄຊສົມບູນ ໄດ້ສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ປະຈໍາໄຕມາດ I ແລະ ວາງທິດທາງແຜນການ ປະຈໍາໄຕມາດ II; ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ດົວຊົ່ງ ເລ່ຍໂກ້ ຮອງເລຂາພັກເມືອງ, ພັອ ອິນປັນ ຍາດຕິວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ພ້ອມດ້ວຍພະນັກງານ-ນັກຮົບ ກອງບັນຊາການປ້ອງກັນຄວາມສະຫງົບເມືອງເຂົ້າຮ່ວມ.

ໃນກອງປະຊຸມ, ພັທ ບຸນທັນ ອິນທະວົງ ຫົວໜ້າກອງບັນຊາການ ປກສ ເມືອງອະນຸວົງ ໄດ້ຜ່ານບົດສະຫຼຸບວ່າ: ຜ່ານການຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ແລະ ການເຄື່ອນໄຫວວິຊາສະເພາະ ປະຈໍາໄຕມາດ I ສາມາດປະຕິບັດໄດ້ ຄື: ສຶກສາອົບຮົມກຸ່ມມົ້ວສຸມຢາເສບຕິດໄດ້ທັງໝົດ 15 ຄົນ, ເລີກຮື້ເປົ້າໝາຍຄ້າຂາຍຢາເສບຕິດໄດ້ທັງໝົດ 6 ເລື່ອງ, ກັກຜູ້ຖືກຫາ ໄດ້ 13 ຄົນ ຍິງ 6 ຄົນ, ຢຶດຂອງກາງຢາບ້າໄດ້ 56.264 ເມັດ. ເງິນ 40.770.000 ກີບ, ລະເບີດ 2 ໜ່ວຍ, ແກັບໝາກຟ່າ 8 ດອກ ແລະ ເບືອໝາກຟ່າ 300 ກຼາມ, ລູກປືນ AK ຈໍານວນ 24 ລູກ, ອາວຸດລ່າເນື້ອ 7 ກະບອກ, ໂທລະສັບ 9 ເຄື່ອງ, ລົດຈັກ 2 ຄັນ, ການລັກລອບຂາຍຕົ້ນຝິ່ນຢູ່ຕະຫຼາດ 2 ຄັ້ງ ຢຶດຕົ້ນຝິ່ນໄດ້ 61 ກິໂລກຼາມ, ສ້າງບົດບັນທຶກສຶກສາ ອົບຮົມຕໍ່ຜູ້ລະເມີດໄດ້ທັງໝົດ 9 ຄົນ, ທໍາລາຍສວນຝິ່ນທີ່ລັກລອບ ປູກຢູ່ໃນເທດສະບານໄດ້ທັງໝົດ 160 ຕາແມັດ.

ໃນໂອກາດນີ້, ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼູບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈໍາໄຕມາດ I ແລະ ທິດທາງແຜນການ ປະຈໍາໄຕມາດ II ປະຈໍາປີ 2022 ເພື່ອປັບປຸງ ແລະ ແກ້ໄຂໃຫ້ມີເນື້ອໃນສົມບູນຄົບຖ້ວນຂຶ້ນກວ່າເກົ່າ. ຈາກນັ້ນ, ພັອ ອິນປັນ ຍາດຕິວົງ ຮອງຫົວໜ້າກອງບັນຊາການໄດ້ມີຄໍາເຫັນຊີ້ນໍາດ້ານວິຊາສະເພາະໃນການຈັດຕັ້ງປະຕິບັດແກ້ໄຂບັນຫາຢາເສບ ຕິດໃນຕໍ່ໜ້າ.

ໃນຕອນທ້າຍກອງປະຊຸມ, ທ່ານ ດົວຊົ່ງ ເລ່ຍໂກ້ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້, ພ້ອມເນັ້ນໃຫ້ຄະນະພັກ-ຄະນະບັນຊາເອົາ ໃຈໃສ່ຫຼັກການລວມສູນປະຊາທິປະໄຕ ເປັນໝູ່ຄະນະ, ຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທໍາ, ຢືດໝັ້ນຈັນຍາບັນ, ມີຄວາມຊື່ສັດໂປ່ງໃສ, ເປັນເຈົ້າການຢ່າງແທ້ຈິງ, ເອົາໃຈໃສ່ສຶກສາອົບຮົມບັນດາເປົ້າໝາຍ ແລະ ຕ້ອງມີການປະສານງານຢ່າງກົມກຽວກັບສາຍຕັ້ງ ແລະ ສາຍຂວາງ ເພື່ອພ້ອມກັນຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ສຳເລັດຕາມຈຸດປະສົງຄາດໝາຍທີ່ວາງໄວ້.