ບັນຫາການທຸຈະລິດ ຫຼື ການສໍ້ລາດບັງຫຼວງ ຢູ່ໃນປະເທດເຮົານັບມື້ນັບມີຫຼາຍ ແລະ ຍາກທີ່ຈະແກ້ໄຂໄດ້ ຖ້າຫາກບໍ່ມີການກວດສອບກັນຍ່າງຄັກແນ່ ເຊິ່ງໃນ 7 ປີຜ່ານມາ (2016-2022) ຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ, ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ເອົາໃຈໃສ່ສົມທົບກັບພາກສ່ວນກ່ຽວຂ້ອງ ດໍາເນີນການກວດກາບັນຫາໂຄງການລົງທຶນ, ການຄຸ້ມຄອງນໍາໃຊ້ທີ່ດິນ, ການຂຸດຄົ້ນ ແລະ ທຸລະກິດໄມ້, ການສຳຫຼວດຂຸດຄົ້ນແຮ່ທາດ ແລະອື່ນໆ ໄດ້ທັງໝົດ 4.185 ເປົ້າໝາຍ; ເຊິ່ງພົບເຫັນຜົນເສຍຫາຍ 8.370 ຕື້ກີບ, ເງິນໂດລາ 50,22 ລ້ານໂດລາ ແລະ ເງິນບາດ 36,89 ລ້ານບາດ.

ທ່ານ ວິໄລວັນ ບຸດດາຄໍາ ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ກ່າວໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ IV ຢູ່ທີ່ນະຄອນປາກເຊ ແຂວງຈຳປາສັກ ໃນວັນທີ 11 ເມສາ 2022 ວ່າ:

ວຽກງານກວດກາລັດ ແມ່ນໄດ້ສົມທົບກັບ ຄະນະນໍາກະຊວງ-ອົງການ, ນະຄອນຫຼວງ, ແຂວງ ແລະ ຄະນະກວດກາແຕ່ລະຂັ້ນ ດໍາເນີນການຕິດຕາມ, ກວດກາປົກກະຕິ, ກວດກາຕາມຄຳສັ່ງ, ຕາມການສະເໜີຂອງພົນລະເມືອງ ເຊິ່ງອັນທີ່ພົ້ນເດັ່ນແມ່ນ:

ການກວດກາບັນຫາໂຄງການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ການຄຸ້ມຄອງນໍາໃຊ້ທີ່ດິນ, ການຂຸດຄົ້ນ ແລະ ທຸລະກິດໄມ້, ການສຳຫຼວດຂຸດຄົ້ນແຮ່ທາດ ແລະອື່ນໆ; ນັບແຕ່ປີ 2016 ເຖິງປັດຈຸບັນ ສາມາດກວດກາໄດ້ທັງໝົດ 4.185 ເປົ້າໝາຍ, ພົບເຫັນຜົນເສຍຫາຍເປັນເງິນທັງໝົດ 8.370 ຕື້ກີບ, ເງິນໂດລາ 50,22 ລ້ານໂດລາ ແລະ ເງິນບາດ 36,89 ລ້ານບາດ; ໃນເບື້ອງຕົ້ນສາມາດເກັບກູ້ຄືນມາໃຫ້ລັດໄດ້ 1.782 ຕື້ກີບ, 3,55 ລ້ານໂດລາ ແລະ 11,16 ລ້ານບາດ.

ສະເພາະການກວດກາໂຄງການລົງທຶນຂອງລັດ ຕາມແຈ້ງການຂອງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 130/ຫສນຍ, ສໍາເລັດແລ້ວ 2.004 ໂຄງການ ໃນຈໍານວນ 5.542 ໂຄງການ; ໄດ້ດໍາເນີນການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ, ພົບເຫັນການລະເມີດ ແລະ ຜູ້ມີສ່ວນຮ່ວມພົວພັນ 1.119 ຄົນ; ໃນນີ້, ມີພະນັກງານລັດ 127 ຄົນ, ຜູ້ປະກອບການ 246 ຄົນ, ປະຊາຊົນ 746 ຄົນ, ຢຶດໄມ້ໄດ້ 11.351,75 ແມັດກ້ອນ ແລະ 33,17 ໂຕນ, ປັບໄໝ 22,28 ຕື້ກີບ, ພົບເຫັນການຄ້າງມອບພັນທະ ແລະ ຄ້າງຊໍາລະຄ່າໄມ້ໃຫ້ລັດ 121.120.861 ແມັດກ້ອນ ມູນຄ່າ 66,57 ຕື້ກີບ ແລະ 4,87 ລ້ານໂດລາ.

ຜ່ານມາ ໄດ້ດຳເນີນການສືບສວນ-ສອບສວນຄະດີກ່ຽວຂ້ອງກັບ ການສໍ້ລາດບັງຫຼວງ ທັງໝົດ 842 ເປົ້າໝາຍ ເຊິ່ງມີພະນັກງານລັດ 363 ຄົນ, ພະນັກງານລັດວິສາຫາກິດ 364 ຄົນ, ບຸກຄົນທົ່ວໄປທີ່ກ່ຽວຂ້ອງ 115 ຄົນ ແລະ ສາມາດສະຫຼຸບຄະດີສົ່ງໄອຍະການ 154 ຄົນ ເປັນພະນັກງານລັດ 79 ຄົນ, ພະນັກງານລັດວິສາຫະກິດ 41 ຄົນ, ບຸກຄົນທີ່ກ່ຽວຂ້ອງ 34 ຄົນ ແລະ ສານຕັດສິນແລ້ວ 100 ຄົນ ເປັນພະນັກງານລັດ 47 ຄົນ, ພະນັກງານລັດວິສາຫະກິດ 28 ຄົນ, ບຸກຄົນທີ່ກ່ຽວຂ້ອງ 25 ຄົນ, ແກ້ໄຂທາງບໍລິຫານໄດ້ 652 ຄົນ; ໃນນີ້, ພະນັກງານລັດ 265 ຄົນ, ວິສາຫະກິດ 313  ຄົນ, ບຸກຄົນກ່ຽວຂ້ອງ 72 ຄົນ, ພົບເຫັນຜົນເສຍຫາຍທັງໝົດ 747,512 ຕື້ກວ່າກີບ, 426,793 ລ້ານກວ່າບາດ, 13,814 ລ້ານກວ່າໂດລາ, ໃນເບື້ອງຕົ້ນສາມາດເກັບກູ້ຄືນໄດ້ 378,807 ຕື້ກວ່າກີບ, 30,604 ລ້ານກວ່າບາດ ແລະ 11,097 ລ້ານໂດລາ.

ຕໍ່ກັບບັນຫາດັ່ງກ່າວນີ້ ໄດ້ເລັ່ງທວງໃຫ້ ຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ, ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຕ້ອງສຸມໃສ່ແກ້ໄຂຢ່າງຈິງຈັງ ເພື່ອອັດປ່ອງຮົ່ວໄຫຼຂອງງົບປະມານ ໂດຍສຸມໃສ່ກວດກາຄືນບັນຫາໂຄງການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ການຄຸ້ມຄອງນໍາໃຊ້ທີ່ດິນ, ການຂຸດຄົ້ນ ແລະ ທຸລະກິດໄມ້, ການສຳຫຼວດຂຸດຄົ້ນແຮ່ທາດ ແລະອື່ນໆ ໃຫ້ລະອຽດຊັດເຈນ ຊອກໃຫ້ເຫັນບັນຫາຕ່າງໆຂອງໂຄງການທີ່ເກີດຂຶ້ນ ແລ້ວແກ້ໄຂໃຫ້ຖືກຕ້ອງຕາມລະບົບ ແລະ ທັນການ.

ທັງນີ້, ກໍເພື່ອເປັນການອັດປ່ອງຮົ່ວໄຫຼຂອງງົບປະມານທີ່ເສຍໄປ ຈາກໂຄງການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ການຄຸ້ມຄອງນໍາໃຊ້ທີ່ດິນ, ການຂຸດຄົ້ນ ແລະ ທຸລະກິດໄມ້, ການສຳຫຼວດຂຸດຄົ້ນແຮ່ທາດ ແລະອື່ນໆ ໃຫ້ກັບຄືນມາເປັນຂອງລັດ.