ກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າປະຈຳປີ ຄັ້ງທີ 3 ຂອງໂຄງການການສ້າງຖານຂໍ້ມູນແຫ່ງຊາດດ້ານໂພຊະນາການ (NIPN) ຈັດຂຶ້ນໃນວັນທີ 26 ເມສາ 2022 ທີ່ນະຄອນຫຼວງວຽງຈັນ, ເປັນປະທານ ໂດຍທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທັງເປັນປະທານຄະນະບໍລິຫານງານໂຄງການ, ມີທ່ານ ນາງ Ina MARCIULIONYTÉ ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ທ່ານ ນາງ DrPiaRebello BRITTO ຕາງໜ້າອົງການສະຫະປະຊາຊາດ ສຳລັບເດັກ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນສອດຄ່ອງກັບສະພາບປັດຈຸບັນໃນສະພາບການລະບາດຂອງພະຍາດ COVID-19, ເຊິ່ງສົ່ງຜົນກະທົບຕໍ່ດ້ານໂພຊະນາການ ແລະ ການຄໍ້າປະກັນສະບຽງ ອາຫານຢ່າງໃຫຍ່ຫຼວງໜຶ່ງໃນຜົນໄດ້ຮັບຂອງການວິເຄາະທີ່ສຳຄັນນັ້ນແມ່ນພາວະການຂາດອາຫານເຮັດໃຫ້ສູນເສຍລວມຍອດຜະລິດຕະພັນພາຍໃນປະເທດຕໍ່ປີເຖິງ 2,66% ໃນ ສປປ ລາວ ມູນຄ່າການໃຊ້ຈ່າຍວຽກງານໂພຊະນາການທັງໝົດຂອງປະເທດແມ່ນ 204,2 ລ້ານໂດລາສະຫະລັດ ປະມານ 2.455,2 ຕື້ກີບ. ໃນນັ້ນ 19,1 ລ້ານໂດລາ (9%) ປະມານ 229,6 ຕື້ກີບມາຈາກແຫຼ່ງທຶນພາຍໃນ ແລະ ເຫຼືອນັ້ນ 184,8 ລ້ານໂດລາ (91%) ປະມານ 2.222 ຕື້ກີບແມ່ນມາຈາກທຶນຊ່ວຍເຫຼືອ ຂອງສາກົນ ໂດຍຜ່ານຄູ່ຮ່ວມພັດທະນາ ເຊັ່ນດຽວກັນກັບບັນດາຫຼັກຖານດ້ານໂພຊະນາການຂອງສາກົນ ໄດ້ສະແດງໃຫ້ເຫັນວ່າ ການລົງທຶນເຂົ້າໃນດ້ານໂພຊະນາການທຸກໆ 1 ໂດລາ ປະມານ 12 ພັນກີບ ປະເທດຈະໄດ້ຮັບຜົນຕອບແທນຄືນເຖິງ 16 ໂດລາ ປະມານ 192.383 ກີບ.

ທ່ານ ນາງ Ina MARCIU LIONYTÉ ກ່າວວ່າ: ການເພີ່ມທຶນພາກລັດໃຫ້ແກ່ວຽກງານໂພຊະນາການແມ່ນສຳຄັນຫຼາຍ ເພື່ອເຮັດໃຫ້ຜົນສຳເລັດໃນຊຸມປີຜ່ານມາໃຫ້ມີຄວາມຍືນຍົງການດໍາເນີນງານຂອງແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການໃໝ່ (2021 -2025) ໄດ້ຮຽກຮ້ອງໃຫ້ມີຄວາມມຸ່ງໝັ້ນ ແລະ ການລົງທຶນທີ່ເຂັ້ມແຂງຂຶ້ນ ເພື່ອໃຫ້ບັນລຸເປົ້າໝາຍທີ່ວາງໄວ້ .

ທ່ານ ນາງ DrPiaRebello BRITTO ກ່າວວ່າ: “ ຂະນະທີ່ ສປປ ລາວ ໄດ້ກະກຽມໃນການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ (LDC) ໃນປີ 2025 ຕ້ອງໄດ້ເພີ່ມຄວາມພະຍາຍາມຫຼາຍຂຶ້ນໃນການຕອບສະໜອງຄວາມໜັ້ນຄົງດ້ານສະບຽງອາຫານ ແລະ ຄວາມຕ້ອງການດ້ານໂພຊະນາການ ຂອງເດັກນ້ອຍ ແລະ ແມ່ຍິງຈໍາເປັນ ຕ້ອງມີການປະຕິບັດແບບຫຼາຍຂະແໜງການຢ່າງຮອບດ້ານ ແລະ ກວ້າງຂວາງ ເພື່ອຈະຮັບປະກັນການປັບປຸງຕົ້ນທຶນມະນຸດທີ່ຈຳເປັນຂອງ ສປປ ລາວ ນັ້ນແມ່ນລູກຫຼານຂອງພວກເຮົາ, ພວກເຮົາຕ້ອງຮັບປະກັນວ່າພວກເຂົາສາມາດມີທ່າແຮງໃນການຈະເລີນເຕີບ ໂຕໄດ້ຢ່າງເຕັມສ່ວນໃນສະພາບແວດລ້ອມທີ່ປອດໄພ ແລະ ມີສຸຂະພາບທີ່ດີ.