ນາງ ອຸໄລວັນ ພາວິວົງກອນ ຫຼື ເພັງ ອາຍຸ 60 ປີ ຢູ່ບ້ານປາກກະດິງເໜືອ ເມືອງປາກກະດິງ ແຂວງບໍລິຄໍາໄຊ ເຊິ່ງເປັນໜຶ່ງໃນຄູ່ຮ່ວມຂະບວນການກ່ຽວກັບຄະດີ ທ້າວ ສີສຸກ ດາວເຮືອງ ຖືກຄະນະສານອາຍາ ສານປະຊາຊົນ ນະຄອນຫຼວງວຽງຈັນ ຕັດສິນລົງໂທດຕັດອິດສະລະພາບຈໍາຄຸກຕະຫຼອດຊີວິດ ໃນສະຖານການຄ້າຂາຍຢາເສບຕິດ ແລະ ການຟອກເງິນ.

ຕາງໜ້າ ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ເປີດເຜີຍການກະທໍາຜິດຂອງ ນາງ ອຸໄລວັນ ຫຼື ເພັງ ໃນວັນທີ 3 ມີນາ 2022 ໃຫ້ຮູ້ວ່າ:

ຈໍາເລີຍໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດ (ຢາບ້າ) ມາແຕ່ປີ 2010, ຢາບ້າທີ່ນໍາມາຂາຍແມ່ນຊື້ນຳ ທ້າວ ໜູເສີ ຢູ່ແຂວງອຸດົມໄຊ ຈຳນວນຫຼາຍຄັ້ງ ຄັ້ງລະ 10 ຫາ 200 ມັດ ແລະ ເມື່ອໄດ້ຢາບ້າແລ້ວ ກໍໄດ້ເອົາໄປຂາຍໃຫ້ ນາງ ຕັ້ງ ນາຂະຈັດ.

ສ່ວນການຊື້-ຂາຍແຕ່ລະຄັ້ງ ນາງ ຕັ້ງ ແມ່ນຈະໂທລະສັບສັ່ງຊື້ຢາບ້ານໍາຈຳເລີຍ. ຈາກນັ້ນ, ຈໍາເລີຍຈຶ່ງໄດ້ໂທລະສັບສັ່ງຊື້ຢາບ້ານຳ ທ້າວ ໝູເສີ ອີກເທື່ອໜຶ່ງ ເພື່ອໃຫ້ເອົາຢາບ້າມາສົ່ງໃຫ້ໂດຍນຳໃຊ້ລົດໂຕໂຍຕ້າ ຟໍຈູນເນີ ສີດຳ ບໍ່ຈື່ໝາຍເລກທະບຽນ ມາຮັບເອົາຈຳເລີຍຢູ່ເຮືອນ; ພໍຂັບຂີ່ລົດໄປຮອດເຂດປ່າບ້ານເລົ່າຄາ ເມືອງຫີນບູນ ແຂວງຄຳມ່ວນ, ຈຳເລີຍໄດ້ບອກ ທ້າວ ໝູເສີ ຂົນຢາບ້າລົງຊຸກເຊື່ອງໄວ້ໃນປ່າແຄມທາງ ແລ້ວຈຶ່ງໂທລະສັບຫາ ນາງ ຕັ້ງ ໃຫ້ມາເອົາຢາບ້າຢູ່ຈຸດດັ່ງກ່າວ, ພາຍຫຼັງທີ່ ນາງ ຕັ້ງ ເອົາຢາບ້າໄປຂາຍໝົດ ແລ້ວຈຶ່ງເອົາເງິນມາຈ່າຍໃຫ້ຈຳເລີຍ ແລະ ຜູ້ກ່ຽວຈຶ່ງເອົາເງິນໄປຈ່າຍໃຫ້ ທ້າວ ໝູເສີ.

ບາງຄັ້ງ ຈຳເລີຍກໍຈະເປັນຄົນໄປເອົາເງິນຄ່າຢາເສບຕິດຢູ່ເຮືອນຂອງ ນາງ ຕັ້ງ ດ້ວຍຕົນເອງ ແລະ ບາງຄັ້ງກໍເອົາເງິນນຳ ທ້າວ ຄໍາມ່ວນ (ລູກນ້ອງຂອງ ນາງ ຕັ້ງ) ຈຳນວນຫຼາຍຄັ້ງ ຄັ້ງລະ 1.000.000 ບາດຫາ 2.000.000 ບາດ ໂດຍ ທ້າວ ແສງ (ຄົນໄທ) ເປັນຄົນຂັບລົດວີໂກ້ແຊ້ມ ສີດຳ (ບໍ່ຈື່ປ້າຍທະບຽນ) ພາໄປ. ປັດຈຸບັນ, ລົດຄັນດັ່ງກ່າວໄດ້ເອົາໄປໃຊ້ໜີ້ ທ້າວ ໝູເສີ ແລ້ວ; ນອກຈາກນັ້ນ, ໃນປີ 2012 ຈຳເລີຍຍັງໄດ້ຕິດຕໍ່ຫາ ທ້າວ ອາຢອງ (ຄົນມຽນມາ) ໃຫ້ເອົາຢາບ້າມາສົ່ງໃຫ້ ນາງ ຕັ້ງ ຈຳນວນ 3 ຄັ້ງ ໄດ້ເງິນຄ່າຕິດຕໍ່ທັງໝົດ ຈຳນວນ 135.000 ບາດ.

ເດືອນມັງກອນ 2014, ຈຳເລີຍໄດ້ຕິດຕໍ່ຊື້ຢາບ້ານຳ ທ້າວ ອາປີງ ເຊິນ ເຈົ້າຂອງຮ້ານຂາຍລົດມັງກອນ ຢູ່ບ້ານໂພນທັນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ຈຳນວນ 50 ມັດ ເທົ່າກັບ 100.000 ເມັດ ໂດຍແມ່ນ ທ້າວ ອາປີງ ເຊິນ ເປັນຄົນເອົາຢາບ້າມາສົ່ງຢູ່ເຂດປ່າບ້ານດານຮີ ເມືອງຫີນບູນ ແຂວງຄຳມ່ວນ ແລ້ວໂທລະສັບໃຫ້ ນາງ ຕັ້ງ ມາເອົາຢາບ້າຢູ່ຈຸດນັດສົ່ງດັ່ງກ່າວ ໃນລາຄາມັດລະ 83.000 ບາດ ແຕ່ໄດ້ເງິນພຽງຈໍານວນ 1.000.000 ບາດ ເພາະ ນາງ ຕັ້ງ ບອກວ່າເປັນຢາບ້າເກດບໍ່ດີ.

ຜ່ານມາ, ຈຳເລີຍຍັງໄດ້ໂອນເງິນຄ່າຢາບ້າໃຫ້ ທ້າວ ອາປີງ ເຊິນ 2 ຄັ້ງ ຄື: ຄັ້ງທີ 1 ຈໍານວນ 100.000 ໂດລາສະຫະລັດ ແລະ ຄັ້ງທີ 2 ຈຳນວນ 96.130 ໂດລາສະຫະລັດ; ຕໍ່ມາປີ 2015 ຫາ 2016, ຈຳເລີຍໄດ້ໂທລະສັບສັ່ງຊື້ຢາບ້ານຳ ທ້າວ ອ້ອຍ (ບໍ່ຮູ້ບ້ານຢູ່) ຢູ່ແຂວງອຸດົມໄຊ ຈຳນວນຫຼາຍຄັ້ງ ຄັ້ງລະ 100 ຫາ 300 ມັດ ໂດຍນັດສະຖານທີ່ຊື້-ຂາຍ ແມ່ນຢູ່ເສັ້ນທາງເຂດປ່າບ້ານເລົ່າຄາ ເມືອງຫີນບູນ ແຂວງຄຳມ່ວນ ແລະ ເມື່ອຮອດສະຖານທີ່ນັດໝາຍແລ້ວ ຈຳເລີຍຈຶ່ງໂທລະສັບບອກໃຫ້ ນາງ ຕັ້ງ ມາຮັບເອົາຢາບ້າໂດຍຂາຍໃຫ້ ນາງ ຕັ້ງ ລາຄາມັດລະ 63.000 ຫາ 66.000 ບາດ  (ຕິດໜີ້) ພາຍຫຼັງໄດ້ຂາຍຢາບ້າໝົດແລ້ວ ຈຶ່ງຈ່າຍເງິນກັນຕາມພາຍຫຼັງ.

ເມື່ອໄດ້ເງິນຈາກການການຢາບ້າແລ້ວ ຈໍາເລີຍຈຶ່ງເອົາເງິນໄປຈ່າຍໃຫ້ ທ້າວ ອ້ອຍ ຄັ້ງລະ 2.000.000 ຫາ 3.000.000 ບາດ, ສ່ວນສະຖານທີ່ຈ່າຍເງິນ ແມ່ນຢູ່ຕາມເສັ້ນທາງເລກ 13 ໃຕ້ ເຂດບ້ານປາກກະດິງເໜືອ. ສໍາລັບເງິນທີ່ ນາງ ອຸໄລວັນ ຫຼື ເພັງ (ຈໍາເລີຍ) ໄດ້ມາຈາກການຄ້າຂາຍຢາເສບຕິດແຕ່ລະຄັ້ງ ແມ່ນໄດ້ເອົາໄປຊື້ທີ່ດິນຢູ່ນະຄອນຫຼວງວຽງຈັນ ຈຳນວນ 4 ຕອນ ແລະ ຢູ່ແຂວງບໍລິຄຳໄຊ ຈຳນວນ 7 ຕອນ; ພໍມາຮອດວັນທີ 11 ມີນາ 2018 ຈຳເລີຍຈຶ່ງຖືກເຈົ້າໜ້າທີ່ຈັບຕົວ ແຕ່ບໍ່ມີຂອງກາງຢາເສບຕິດມາດຳເນີນຄະດີຕາມກົດໝາຍ.

ການກະທໍາຂອງ ນາງ ອຸໄລວັນ ຫຼື ເພັງ ແມ່ນໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດ (ຢາບ້າ) ມາແຕ່ປີ 2010 ເຊິ່ງສະແດງອອກຄື: ຈຳເລີຍ 3 ໄດ້ຕິດຕໍ່ຊື້ຢາບ້າຈາກຄົນທາງແຂວງພາກເໜືອຂອງລາວ ແລະ ຊື້ຈາກຄົນພະມ້າຈຳນວນຫຼາຍຄັ້ງ ຄັ້ງລະ 10 ມັດ ຫາ 300 ມັດ, ແລ້ວກໍເອົາມາຂາຍຕໍ່ກິນກຳໄລໃຫ້ແກ່ບຸກຄົນທົ່ວໄປ ຢູ່ໃນນະຄອນຫຼວງວຽງຈັນ ແລະ ແຂວງຄຳມ່ວນ.

ເຖິງແມ່ນວ່າໃນເວລາຈັບຕົວຈຳເລີຍນັ້ນ ຈະບໍ່ພົບຂອງກາງຢາເສບຕິດກໍຕາມ ແຕ່ຈຳເລີຍກໍໄດ້ໃຫ້ການຮັບສາລະພາບແລ້ວວ່າ: ໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດເພື່ອກິນກຳໄລແທ້. ນອກຈາກນີ້, ໃນເວລາເຈົ້າໜ້າທີ່ເຂົ້າມ້າງກຸ່ມເຄືອຄ່າຍ ທ້າວ ໄຊຊະນະ ແກ້ວພິມພາ ຢູ່ແຂວງຄໍາມ່ວນ ຍັງໄດ້ພົບປຶ້ມບັນທຶກການຊື້-ຂາຍຢາເສບຕິດຢູ່ເຮືອນຂອງ ນາງ ຕັ້ງ (ນ້ອງເມຍຂອງ ທ້າວ ໄຊຊະນະ ແກ້ວພິມພາ) ກໍມີລາຍຊື່ຂອງ ນາງ ອຸໄລວັນ ເປັນລູກຄ້າທີ່ມີໜີ້ຕ້ອງຮັບ ແລະ ໜີ້ຕ້ອງສົ່ງຄ່າຢາເສບຕິດຢູ່ໃນປຶ້ມຫົວດັ່ງກ່າວ.

ໃນເວລາດໍາເນີນຄະດີຕໍ່ ທ້າວ ຄຳມ່ວນ ນ້ອຍອານົນ (ລູກນ້ອງຂອງ ນາງ ຕັ້ງ) ກໍໄດ້ໃຫ້ການຊັດທອດວ່າ: ທີ່ຜ່ານມາ ແມ່ນເຄີຍເອົາເງິນຄ່າຢາບ້າຈາກ ນາງ ຕັ້ງ ນາຂະຈັດ ໄປມອບໃຫ້ຈຳເລີຍປະມານ 7 ຫາ 8 ຄັ້ງ ຄັ້ງລະ 1.000.000 ບາດ ຫາ 2.000.000 ບາດ. ຫຼັງຈາກໄດ້ເງິນຈາກການຄ້າຂາຍຢາເສບຕິດແລ້ວ ຈຳເລີຍກໍນຳເງິນໄປປ່ຽນຮູບ ໂດຍການນຳໄປຊື້ທີ່ດິນຈຳນວນຫຼາຍຕອນເພື່ອປູກຢາງພາລາ; ນອກຈາກນີ້, ຍັງໄດ້ເປີດບັນຊີເງິນຝາກ ຢູ່ທະນາຄານຈຳນວນຫຼາຍບັນຊີ ແລະ ຫຼາຍສະກຸນເງິນ ເພື່ອເອົາເງິນທີ່ໄດ້ມາຈາກການຄ້າຂາຍຢາເສບຕິດເຂົ້າໃສ່ບັນຊີໄວ້ ແລະ ເພື່ອໃຫ້ບຸກຄົນທີ່ຄ້າຢາເສບຕິດໂອນເງິນຄ່າຢາເສບຕິດເຂົ້າບັນຊີໃຫ້ຈຳເລີຍ ເພື່ອປົກປິດເຊື່ອງອຳທີ່ມາຂອງເງິນ ໂດຍເຮັດໃຫ້ເງິນທີ່ໄດ້ມາຈາກການກະທຳຜິດນັ້ນຖືກຕ້ອງຕາມກົດໝາຍ.

ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ, ຄະນະສານອາຍາ ສານປະຊາຊົນ ນະຄອນຫຼວງວຽງຈັນ ຈຶ່ງໄດ້ພິຈາລະນາຕັດສິນລົງໂທດການກະທໍາຜິດຂອງຈໍາເລີຍ ຕາມມາດຕາ 2 ຂໍ້ 2 ວັກ 4 ຂອງກົດໝາຍວ່າດ້ວຍການປັບປຸງ ມາດຕາ 146 ຂອງກົດໝາຍອາຍາ ສະບັບປີ 2005 ແລະ ມາດຕາ 75, 76 ຂອງກົດໝາຍວ່າດ້ວຍຢາເສບຕິດ ສະບັບປີ 2013, ມາດຕາ 64 ວັກ 2 ຂອງກົດໝາຍອາຍາ ສະບັບປີ 2005 ຄື: ລົງໂທດຕັດອິດສະລະພາບ ນາງ ອຸໄລວັນ ພາວິວົງກອນ ຫຼື ເພັງ ໃນຂໍ້ຫາການຟອກເງິນ 5 ປີ ແລະ ປັບໃໝ 3% ຂອງມູນຄ່າເງິນທີ່ຟອກ, ລົງໂທດປະຫານຊີວິດຈຳເລີຍ ໃນຂໍ້ຫາການຄ້າຂາຍຢາເສບຕິດ (ຢາບ້າ).

ໃນນັ້ນ, ລວມໂທດທັງໝົດແລ້ວ ເຫັນວ່າ ໂທດປະຫານຊີວິດແມ່ນໂທດສູງສຸດ ຈຶ່ງເຫັນຄວນໃຫ້ ນາງ ອຸໄລວັນ ພາວິວົງກອນ ຫຼື ເພັງ ປະຕິບັດໂທດປະຫານຊີວິດ ແຕ່ເຫັນວ່າໃນເວລາດຳເນີນຄະດີ ຈຳເລີຍແມ່ນມີອາຍຸເກີນກວ່າ 60 ປີ ຈຶ່ງເປັນສາເຫດທີ່ພາໃຫ້ມີການຫຼຸດຜ່ອນຄວາມຮັບຜິດຊອບໂທດທາງອາຍາ ຕາມມາດຕາ 64 ຂໍ້ 1 ແລະ ເຫັນຄວນວາງໂທດໃສ່ຈຳເລີຍ ຕາມມາດຕາ 51 ວັກ 3 ຂອງປະມວນກົດໝາຍອາຍາ ທີ່ໄດ້ກໍານົດໄວ້ວ່າ: ຫ້າມລົງໂທດປະຫານຊີວິດ ໃສ່ຜູ້ກະທຳຜິດທີ່ມີອາຍຸຕ່ຳກວ່າສິບແປດປີ, ຜູ້ຍິງຖືພາ, ແມ່ທີ່ລ້ຽງລູກນ້ອຍອາຍຸແຕ່ສາມປີລົງມາ, ຜູ້ທີ່ມີອາຍຸແຕ່ 60 ປີຂຶ້ນໄປ ແລະ ຜູ້ພິການທາງສະໝອງ ໃນເວລາກະທຳຜິດ ຫຼື ໃນເວລາຕັດສິນ ຫຼື ໃນເວລາປະຕິບັດໂທດ ໂດຍໃຫ້ລົງໂທດຕັດອິດສະລະພາບຕະຫຼອດຊີວິດ. ສະນັ້ນ, ຈຶ່ງເຫັນຄວນໃຫ້ ນາງ ອຸໄລວັນ ພາວິວົງກອນ ຫຼື ເພັງ ປະຕິບັດໂທດຕັດອິດສະລະພາບຈໍາຄຸກຕະຫຼອດຊີວິດ.

ສ່ວນທີ່ດິນ ແລະ ຊັບສິນທີ່ມີສ່ວນກ່ຽວຂ້ອງກັບຄະດີດັ່ງກ່າວຂອງຈໍາເລີຍ ສານຍັງຕັດສິນຮິບເຂົ້າເປັນຂອງລັດ ຄື: ຮິບທີ່ດິນ ຈໍານວນ 6 ຕອນ, ຮິບເງິນບາດ ຈໍານວນ 745.480 ບາດ, ເງິນໂດລາ 200 ໂດລາສະຫະລັດ, ເງິນກີບ 1.145.000 ກີບ, ໂທລະສັບ 2 ເຄື່ອງ, ສາຍແອວສີເຫຼືອງຄ້າຍຄືທອງ 1 ເສັ້ນ ແລະ ກີ້ພະສີເຫຼືອງຄ້າຍຄືຄໍາ 1 ອົງ.

ນອກນັ້ນ, ຍັງໄດ້ຮິບຊັບສິນຂອງ ທ້າວ ເອລາວັນ ແລະ ນາງ ອົ້ນ (ລູກຊາຍ ແລະ ລູກໃພ້) ຂອງຈໍາເລີຍ ຄື: ຮິບທີ່ດິນ 5 ຕອນ ແລະ ວັດຖຸສິ່ງຂອງ, ເງິນ ແລະ ຄໍາຮູບປະພັນ ປະເພດສາຍຄໍສີເຫຼືອງຄ້າຍຄືຄໍາ ລາຍດູກງູ 1 ເສັ້ນ ຍາວ 50 ຊັງຕີແມັດ, ສາຍຄໍສີເຫຼືອງຄ້າຍຄືຄຳ ລາຍຕ້ອງໂສ້ 1 ເສັ້ນ ຍາວ 47 ຊັງຕີແມັດ, ພວງກະແຈສີທອງ 1 ພວງ, ແຜ່ນທອງ ຈຳນວນ 6 ແຜ່ນ, ຫຼອດຄາຖາສີທອງແດງ ຈຳນວນ 27 ຫຼອດ, ຫຼອດຄາຖາສີຂາວ ຈຳນວນ 9 ຫຼອດ, ສາຍຄໍສີຂາວຄ້າຍຄືເລດ ລາຍລູກຕຸ້ມ 1 ເສັ້ນ ຍາວ 50 ຊັງຕີແມັດ, ເຂັ້ມຂັດສີຂາວຄ້າຍຄືເລດຝັງແກ້ວສີຂາວ 1 ອັນ, ສາຍແຂນສີຂາວຄ້າຍຄືເລດ 1 ເສັ້ນຍາວ 20 ຊັງຕີແມັດ, ຕຸ້ມຫູສີຂາວຝັງແກ້ວສີຂາວ 1 ຄູ່, ຕຸ້ມຫູສີຂາວຄ້າຍຄືເລດຍ່ອຍລູກຕຸ້ມ 1 ກິ່ງ, ສາຍຄໍສີຂາວມີລູກຕຸ້ມຄ້າຍຄືເລດ 1 ເສັ້ນ ຍາວ 44 ຊັງຕີແມັດ, ກີ້ພຣະສີທອງເຫຼືອງ ຈຳນວນ 2 ອົງ, ກີ້ພຣະສີຂາວ 1 ອົງ ພ້ອມຄາຖາສີທອງ ຈຳນວນ 4 ອັນ, ສາຍແຂນລູກປັດໄມ້ 1 ເສັ້ນ, ຕຸ້ມຫູສີເຫຼືອງຄ້າຍຄືຄຳຝັງແກ້ວສີແດງ 1 ຄູ່ ແລະ ເງິນກີບ 300.000 ກີບ ເຂົ້າເປັນຂອງລັດ.