ກອງບັນຊາການ ປກສ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ເປີດບັ້ນດໍາເນີນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຢູ່ບ້ານປາກປຶງ ໃນວັນທີ 21 ເມ ສາ 2022, ເປັນປະທານໂດຍ ທ່ານ ແສງອາລຸນ ແສງອາພອນ ຮອງເຈົ້າເມືອງປາກຊັນ ແລະ ພັທ ຮັກ ເທວາ ຮອງຫົວໜ້າກອງບັນຊາ ການ ປກສ ເມືອງປາກຊັນ, ມີຕ່າງໜ້າຫ້ອງຄຸ້ມຄອງສໍາມະໂນ ແລະ ກໍ່ສ້າງຮາກຖານ, ຫົວໜ້າ ປກສ ກຸ່ມ ບ້ານ ເທດສະບານ 1, ກໍາລັງ ປກຊ-ປກສ, ນາຍບ້ານ ຕະຫຼອດຮອດປະຊາຊົນ ເຂົ້າຮ່ວມ.

ທ່ານ ເຕ້ຍ ວົງສະຫວັດ ນາຍບ້ານປາກປຶງ ໄດ້ລາຍງານຫຍໍ້ກ່ຽວກັບສະພາບຈຸດພິເສດຂອງບ້ານວ່າ: ບ້ານປາກປຶງ ເປັນບ້ານວັດທະນະທໍາ, ບ້ານພັດທະ ນາຮອບດ້ານ ແລະ ເປັນບ້ານພັດທະນາທາງດ້ານກະສິກໍາ-ປ່າໄມ້, ມີ 144 ຫຼັງຄາເຮືອນ, ມີ 146 ຄອບຄົວ, ປະຊາຊົນພາຍໃນບ້ານແມ່ນນັບຖືສາສະ ໜາພຸດ, ປະກອບອາຊີບເປັນຊາວກະສິກອນ, ຄ້າຂາຍ ແລະ ອາຊີບພະນັກງານ. ໃນແຕ່ລະປີປະຊາຊົນພາຍໃນບ້ານຈະທໍາການຜະລິດປູກເຂົ້ານາປີ ແລະ ນາແຊງ ພ້ອມດ້ວຍປູກພືດຜັກສວນຄົວອື່ນໆ ສົ່ງຂາຍຕາມທ້ອງຕະຫຼາດ ສ້າງລາຍຮັບໃຫ້ຄອບຄົວ, ສະເລ່ຍຜົນຜະລິດເຂົ້ານາແຊງ-ນາປີ ປະມານ 4,5 ໂຕ່ນຕໍ່ເຮັກຕ່າ, ເຊິ່ງໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນພາຍໃນບ້ານນັບມື້ດີຂຶ້ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກຕາມແນວທາງຂອງພັກວາງອອກໄດ້ເປັນຢ່າງດີ.

ໃນກອງປະຊຸມ, ພັຕ ສົມຈັນ ສີບົວທອງ ຫົວໜ້າ ປກສ ກຸ່ມ ເທດສະບານ 1 ໄດ້ຜ່ານແຜນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຢູ່ບ້ານປາກປຶງ ເມືອງປາກຊັນ, ເຊິ່ງໄດ້ກໍານົດບາດກ້າວ, ຂັ້ນຕອນ, ໃນການດໍາເນີນ ເຊັ່ນ: ລົງເກັບກໍາສະຖິຕິຄອບຄົວປ້ອງກັນຄວາມສະຫງົບດີ, ການ ປະເມີນຄອບຄົວປ້ອງກັນຄວາມສະຫົງບດີ, ຂອງໜ່ວຍ, ຂອງບ້ານ, ຕົວແບບບົດບັນທຶກສັນຍາຮັກສາຄວາມສະຫງົບຂອງກຸ່ມບ້ານ, ລົງສົມທົບກັບອໍານາດການປົກຄອງບ້ານທຸກຕໍາແໜ່ງງານ ເພື່ອທາບທາມຫາງສຽງຄວາມກຽມພ້ອມ, ສົມທົບກັບຄະນະພັກບ້ານ, ປກສ ບ້ານລົງຈັດຕັ້ງກວດກາ, ເກັບກໍາຂໍ້ມູນການເໜັງຕີງຂອງພົນລະເມືອງ, ກວດກາປື້ມສໍາມະໂນຄົວຂອງແຕ່ລະຄອບຄົວພາຍໃນບ້ານໃຫ້ຖືກຕ້ອງ, ຄົບຖ້ວນ, ຊັດເຈນ, ກວດກາເກັບກໍາບັນດາເປົ້າໝາຍ ແລະ ການເຄື່ອນໄຫວກະທໍາຜິດຂອງພວກຕ້ອງໂທດ, ເຮັດວຽກງານສຶກສາອົບຮົມ, ຕ້ານ, ສະກັດກັ້ນຕໍ່ປະກົດການຫຍໍ້ທໍ້ທີ່ອາດ ຈະເກີດຂຶ້ນ ໂດຍສ້າງແຜນການແກ້ໄຂ ຫຼື ຕອບໂຕ້ຄືນຢ່າງທັນການ, ສະຫຼຸບສັງລວມເອົາແຕ່ລະຄອບຄົວພາຍໃນໜ່ວຍທີ່ໄດ້ຄົບຕາມ 5 ມາດຖານ, ເງື່ອນໄຂ ແລະ ຄອບຄົວທີ່ບໍ່ໄດ້ຕາມມາດຖານເງື່ອນໄຂຂອງຄອບຄົວຕົວແບບດ້ານປ້ອງກັນຄວາມສະຫງົບດີຂັ້ນບ້ານມາປະເມີນຄິດໄລ່ເປັນສ່ວນ ຮ້ອຍ ເພື່ອປະເມີນຜົນ ແລະ ເປັນເອກະພາບກັບອໍານາດການປົກຄອງບ້ານຢ່າງ ພາວະວິໄສ ແລະ ຖືກຕ້ອງຕາມລະບຽບຫຼັກການ ຈຶ່ງສະຫຼຸບລາຍງານໃຫ້ກອງບັນຊາການ ປກສ ເມືອງ ເພື່ອສະເໜີຂັ້ນເທິງອະນຸມັດອອກໃບຢັ້ງຢືນໃຫ້ແກ່ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ.