ໃນວັນທີ 28 ເມສາ 2022, ສານປະຊາຊົນສູງສຸດ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ -ຫວຽດນາມ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ໃຫ້ກຽດເຜີຍແຜ່ ໂດຍ ທ່ານ ຄໍາມີ ໄຊຍະວົງ ອະດີດປະທານສານປະຊາຊົນສູງສຸດ, ມີຮອງປະທານສານ, ຫ້ອງການ, ກົມ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ໃນພິທີ, ທ່ານ ຄໍາມີ ໄຊຍະວົງ ໄດ້ກ່າວເຖິງຄວາມໝາຍສຳຄັນປີ 2022, ເຊິ່ງເປັນປີສາມັກຄີມິດຕະພາບລາວ-ຫວຽດນາມ ກໍຄືວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18 ກໍລະກົດ 1977-18 ກໍລະກົດ 2022) ແລະ ວັນສ້າງຕັ້ງສາຍພົວພັນການ ທູດລາວ-ຫວຽດ ນາມ ຄົບຮອບ 60 ປີ ( 5 ກັນຍາ 1962-5 ກັນຍາ 2022 ) ເພື່ອເປັນການຈາລຶກຄຸນງາມຄວາມດີຂອງ ພັກ-ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ລໍ້າຄ່າໃນໄລຍະການຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ສປປ ລາວ; ທັງເປັນການປະກອບສ່ວນຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການທ້ອນໂຮມປະເທດຫວຽດນາມ ໃຫ້ເປັນອັນໜຶ່ງອັນດຽວໃນເມື່ອກ່ອນ ແລະ ການປົກປັກຮັກສາ, ສ້າງສາພັດທະນາປະເທດ ສສ ຫວຽດນາມ ໃນປັດຈຸບັນ.

ພ້ອມກັນນັ້ນ, ນັບແຕ່ການສ້າງຕັ້ງ ພັກກອມມູນິດອິນດູຈີນ ໃນປີ 1930 ໂດຍແມ່ນປະທານ ໂຮ່ຈິມິນ ເປັນຜູ້ກໍ່ຕັ້ງຂຶ້ນ, ຄວາມເປັນສະຫາຍອ້າຍນ້ອງລະຫວ່າງສອງຊາດມີຄວາມເລິກເຊິ່ງຂຶ້ນ; ໃນໄລຍະຜ່ານມາສອງຊາດລາວ-ຫວຽດນາມ ໄດ້ຄຽງບ່າຄຽງໄຫຼ່ກັນຕໍ່ສູ້ຢ່າງພິລະອາດຫານ, ຜ່ານຜ່າທຸກອຸປະສັກທຸລະກັນດານ ທີ່ເຕັມໄປດ້ວຍຄວາມເສຍສະລະ ແລະ ດ້ວຍຄຳສອນອຳມະຕະຂອງ ປະທານ ໂຮ່ຈິມິນ ວ່າ “ ການຊ່ວຍເຫຼືອເພື່ອນປຽບເໝືອນການຊ່ວຍເຫຼືອຕົນເອງ ” ສາຍພົວພັນ ແລະ ການຮ່ວມມື ລາວ-ຫວຽດນາມ ແມ່ນຄວາມຮຽກຮ້ອງຕ້ອງການຢ່າງພາວະວິໄສ ແລະ ເປັນປັດໄຈຕັດສິນໄຊຊະນະຂອງການປະຕິວັດ ທັງສອງປະເທດ ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ລະຫວ່າງ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ເປັນພາລະກິດລວມຂອງທັງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ພາລະກິດດັ່ງກ່າວຈະຕ້ອງໄດ້ປົກປັກຮັກສາ, ເພີ່ມພູນຄູນສ້າງໃຫ້ຈະເລີນງອກງາມຍິ່ງໆຂຶ້ນ, ທັງນີ້ ກໍເພື່ອຜົນປະໂຫຍດລວມໃນຕໍ່ໜ້າ ແລະ ຍາວນານຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດບົນພື້ນຖານຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ.