ວັນທີ 26 ເມສາ 2022, ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດໃຫ້ພະນັກງານພັກການ ຮັບອຸດໜູນບຳນານ, ເຂົ້າຮ່ວມໂດຍ ພັອ ຄໍາ ແພງເພັດ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກກອງບັນຊາການ, ຫົວໜ້າຫ້ອງ, ພະນັກນັກງານທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກ ງານທີ່ພັກການຮັບອຸດໜູນບຳນານເຂົ້າຮ່ວມ.

ພັອ ຄໍາສິນ ຜິວວັນນາ ຮອງຫົວໜ້າກອງບັນຊາການ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການອະນຸມັດໃຫ້ນາຍຕຳຫຼວດພັກການຮັບອຸດໜູນບຳນານ; ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເຫັນດີອະນຸມັດໃຫ້ນາຍຕໍາຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງໄຊຍະບູລີ ພັກການຮັບອຸດໜູນບຳນານ ຈຳນວນ 8 ສະຫາຍ ຄື: ພັທ ຄໍາເຜີຍ ພູມມາລີ, ພັທ ບຸນທັນ ທິບພະວົງ, ພັທ ນາງ ສົມຄິດ ສະຫວຽນລາດ, ພັທ ບຸນເລີດ ແກ້ວປະເສີດ, ພັທ ສົມໝາຍ ແກ້ວມະນີ, ພັທ ຄໍາເສົາ ປັນຍາ, ພັຕ ນາງ ຄໍາຫວັນ ວົງດາລາ ແລະ ພັຕ ອຸທອນ ພັກວິຊາ.

ໃນໂອກາດດັ່ງກ່າວ, ພັອ ຄໍາແພງ ເພັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍສ້າງໄວ້ໃນກຳລັງປ້ອງກັນຄວາມສະຫງົບ, ເຊິ່ງບັນ ດາສະຫາຍໄດ້ສຸມທຸກສະຕິປັນຍາເຫື່ອ ແຮງປະກອບສ່ວນເຂົ້າໃນການເຄື່ອນ ໄຫວວຽກງານປະສົບຜົນສໍາເລັດໃນໄລຍະຜ່ານມາ ເຊິ່ງພາຍຫຼັງທີ່ພັກການ ຮັບ ອຸດໜູນບຳນານແລ້ວ ພ້ອມກັນເປັນແບບ ຢ່າງໃຫ້ແກ່ປະຊາຊົນ ໃນການປະກອບສ່ວນເຂົ້າໃນການສ້າງສາພັດທະນາປະ ເທດຊາດ.