ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ສຶກສາອົບຮົມກຸ່ມມົ້ວສຸມເສບຢາເສບຕິດ ໃນທ້າຍອາທິດທີ່ຜ່ານມາ ໂດຍມີ ພັທ ສຸລິສັກ ສີສົດໃສ ຫົວໜ້າພະແນກຄຸມຂັງນັກໂທດ-ຕ້ອງຫາ ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຈຳປາສັກ, ພັຕ ໄຊຊະນະ ອິນທະວົງສາ ຮອງພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ, ຮອ ສຸພາວັນ ສໍວິໄລສານ ຮອງກອງໂຄສະນາພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ແລະ ກຸ່ມມົ້ວສຸມຢາເສບຕິດ ຈຳນວນ 16 ຄົນ ເຂົ້າຮ່ວມ.

ໃນການສຶກສາອົບຮົມແມ່ນໄດ້ນຳເອົາເອກະສານຕ່າງໆມາສຶກສາອົບຮົມ ເປັນຕົ້ນແມ່ນເອກະສານສິດ ແລະ ພັນທະຂອງພົນລະເມືອງລາວ, ເອກະສານ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນສັງຄົມລາວ, ເອກະສານຜົນຮ້າຍຂອງຢາເສບ ຕິດ, ປະມວນກົດໝາຍ (ສະບັບປັບປຸງ) ແລະ ເອກະສານກົດລະບຽບຂອງຄ້າຍຄຸມຂັງ-ດັດສ້າງ.

ການສຶກສາອົບຮົມໃນຄັ້ງນີ້, ກໍເພື່ອໃຫ້ກຸ່ມມົ້ວສຸມຢາເສບຕິດໄດ້ຮັບຮູ້ຄວາມໝາຍຄວາມສຳຄັນຂອງລະບຽບການຕ່າງໆ ເປັນຕົ້ນແມ່ນລະບຽບຂອງຄ້າຍຄຸມຂັງ-ດັດສ້າງ ຮູ້ໄດ້ ແລະ ຈຳແນກສິ່ງທີ່ຜິດ ແລະ ຖືກຮັບຮູ້ໄດ້ເຖິງແນວທາງນະໂຍບາຍຂອງພັກ-ລັດທີ່ມີຕໍ່ປະຊາຊົນບັນດາເຜົ່າ, ຮູ້ໄດ້ຜົນຮ້າຍ ແລະ ອັນຕະລາຍຂອງຢາເສບຕິດທີ່ເປັນໄພຮ້າຍແຮງຕໍ່ສັງຄົມ ແລະ ສ້າງຜົນເສຍຫາຍໃຫ້ແກ່ຊາວໜຸ່ມ ແລະ ປະເທດຊາດບ້ານເມືອງ, ຮັບຮູ້ໄດ້ເຖິງສິດ ແລະ ພັນທະຂອງພົນລະເມືອງລາວ ໂດຍສະເພາະຊາວໜຸ່ມທີ່ຈະກາຍເປັນໜໍ່ແໜງຂອງປະເທດຊາດ ເປັນຜູ້ສືບທອດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ເຂົ້າໃຈຕໍ່ບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ, ປັບປຸງແນວຄິດ ແລະ ພຶດຕິກຳຂອງຕົນ ເຮັດໃຫ້ຕົນເອງກາຍ ເປັນລູກທີ່ດີຂອງພໍ່-ແມ່, ເປັນພົນລະເມືອງດີຂອງສັງຄົມ ພ້ອມກັນສະກັດກັ້ນ ແລະ ຕ້ານບັນຫາຢາເສບຕິດໃຫ້ຫຼຸດໜ້ອຍຖອຍລົງໄປເທື່ອລະກ້າວ.