ກອງບັນຊາການ ປກສ ນະຄອນປາກເຊ ແຂວງຈໍາປາສັກ ໄດ້ເປີດຊຸດຝຶກອົບຮົມວຽກງານວິຊາສະເພາະໃຫ້ກຳລັງ ປກສ ບ້ານຈັດສັນທີ່ຂຶ້ນກັບກຸ່ມ 5 ນະຄອນປາກເຊ ໃນອາທິດຜ່ານມາ, ເປັນປະທານ ພັທ ຄຳສິງ ພົນສະຫວັດ ຮອງຫົວໜ້າກອງບັນຊາການ ປກສ ນະຄອນປາກເຊ, ມີ ທ່ານ ວິໄຊສິນ ແກ້ວປາສາລີ ຫົວໜ້າກຸ່ມ 5 ນະຄອນປາກເຊ, ມີບັນດາພະນັກງານກໍ່ສ້າງຮາກຖານ, ປກສ ກຸ່ມ, ປກສ ບ້ານ ຕະຫຼອດຮອດພໍ່-ແມ່ປະຊາຊົນເຂົ້າ ຮ່ວມ.

ພັທ ລັດສະໝີ ຢຸລິສັງ ຮັກສາການຫົວໜ້າ ປກສ ກຸ່ມ 5 ກ່າວວ່າ: ການເປີດຊຸດຝືກອົບຮົມຄັ້ງນີ້ ເພື່ອເປັນການປັບປຸງຮາກຖານໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານວຽກງານວິຊາສະເພາະປ້ອງກັນຄວາມສະຫງົບໃຫ້ກຳລັງ ປກສ ບ້ານ ມີຄວາມຮັບຮູ້ ແລະ ເຂົ້າໃຈໃນການເຮັດວຽກງານວິຊາສະເພາະ, ຮັບປະກັນຕາມສິດ ແລະ ພາລະບົດບາດຂອງຕົນໃຫ້ມີປະສິດທິຜົນສູງ ແນໃສ່ຄວາມຖືກຕ້ອງ, ຄວາມຮັບປະກັນໃນໜ້າທີ່ວຽກງານວິຊາສະເພາະທີ່ພັກ-ລັດ ຂັ້ນເທິງມອບໝາຍໃຫ້.

ຊຸດຝຶກອົບຮົມຄັ້ງນີ້, ໄດ້ຮຽນຮູ້ເອກະສານກ່ຽວກັບສິດ ແລະ ໜ້າທີ່ຂອງ ປກສ ບ້ານ ເລກທີ 514 ເລກທີ 4164, ເອກະສານກ່ຽວກັບປຶ້ມສຳມະໂນ ຄົວ, ປຶ້ມບັນທຶກ 5 ຕາຕະລາງ, ຂໍ້ຕົກລົງເລກທີ 645, ເລກທີ 655 ແລະ ຄຳແນະນຳສະບັບເລກທີ 1268/ປກສ, ຂໍ້ຕົກລົງເລກທີ 702/ປກສ, ຂໍ້ຕົກ ລົງວ່າດ້ວຍການແຕ່ງຕັ້ງ ປກສ ບ້ານ ແລະ ຂໍ້ຕົກລົງວ່າດ້ວຍການມອບໃບຍ້ອງຍໍໃຫ້ບັນດາບ້ານທີ່ໄດ້ຮັບຮອງເປັນບ້ານປ້ອງກັນຄວາມສະຫງົບດີ 3 ປີຊ້ອນ, ເອກະສານວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ເອກະສານປ້ອງກັນສະຖານທີ່gກີດເຫດ.

ພັທ ຄຳສິງ ພົນສະຫວັດ ໄດ້ຮຽກຮ້ອງໃຫ້ ປກສ ກຸ່ມ, ປກສ ບ້ານ ແລະ ອຳນາດການປົກຄອງບ້ານ ຈົ່ງພ້ອມກັນເອົາໃຈໃສ່ໃນການຖອດຖອນບົດ ຮຽນຄັ້ງນີ້ໃຫ້ດີ ເພື່ອຈະນໍາເອົາໄປເປັນບົດຮຽນໃນການຈັດຕັ້ງປະຕິບັດວຽກງານຕົວຈິງD ພ້ອມນັ້ນ, ຍັງໄດ້ເນັ້ນໃຫ້ຕິດຕາມກວດກາການເໜັງຕີງຂອງພົນລະເມືອງ, ເອົາໃຈໃສ່ເຮັດວຽກງານຄຸ້ມຄອງສຳມະໂນຄົວ, ວຽກງານຍຸດທະສາດຂອງພັກ, ນຳເອົາເນື້ອໃນກອງປະຊຸມນຳໄປຈັດຕັ້ງຜັນຂະຫຍາຍ, ຍົກສູງຄວາມຮັບຜິດຊອບ, ເສີມຂະຫຍາຍສະຕິປັນຍາ, ເຊີດຊູຄວາມ ເປັນເຈົ້າການໃນນການຄົ້ນຄວ້າຮ່ຳຮຽນ ເພື່ອຮັບປະກັນຢູ່ຂັ້ນຮາກຖານໃຫ້ມີຄວາມສະຫງົບໂດຍພື້ນຖານ.