ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃນຂົງເຂດສານປະຊາຊົນ ເປັນວຽກງານໜຶ່ງທີ່ສໍາຄັນ ແລະ ຮີບດ່ວນທີ່ຈະຕ້ອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເພື່ອພ້ອມກັນປະຕິບັດໃຫ້ສໍາເລັດຕາມຄາດໝາຍ. ໃນນັ້ນ, ສານປະຊາຊົນສູງສຸດ ຍັງໄດ້ແຕ່ງຕັ້ງ ຄະນະຮັບຜິດຊອບຕໍ່ວຽກງານດ່ັງກ່າວຢ່າງລະອຽດ ເພື່ອຄົ້ນຄວ້າ ແລະ ປຶກສາຫາລືຜັນຂະຫຍາຍວຽກງານ 4 ດ້ານ ທີ່ພົວພັນກັບຢາເສບຕິດ ໂດຍສະເພາະແມ່ນ ການຕິດຕາມດໍາເນີນ ແລະ ພິພາກສາຄະດີໃນແຕ່ລະຂັ້ນ.

ທ່ານ ຄໍາພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ ຜູ້ຊີ້ນໍາການດໍາເນີນຄະດີອາຍາ ໃຫ້ສໍາພາດໃນວັນທີ 2 ມີນາ 2022 ຜ່ານມາວ່າ:

ຕະຫຼອດໄລຍະຜ່ານມາ, ສານປະຊາຊົນ ໃນນາມທີ່ເຮັດພາລະບົດບາດຕົ້ນຕໍຂອງສານຕາມທີ່ກົດໝາຍ ແລະ ລັດຖະທໍາມະນູນກໍານົດໄວ້ນັ້ນ ສານແມ່ນອົງການພິພາກສາແຫ່ງລັດ ມີພາລະບົດບາດໜ້າທີ່ໃນການສຶກສາອົບຮົມພົນລະເມືອງ ໃຫ້ມີສະຕິເຄົາລົບກົດໝາຍ ແລະ ນໍາຕົວຜູ້ກະທໍາຜິດມາລົງໂທດ, ປະກອບສ່ວນສ້າງຄວາມສະຫງົບສຸກແກ່ສັງຄົມ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສານປະຊາຊົນສູງສຸດ ໃນນາມອົງການສາຍຕັ້ງຂອງສານປະຊາຊົນທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ພ້ອມທັງຮັບຜິດຊອບຊີ້ນໍາວຽກງານວິຊາການນັ້ນ ໄດ້ມີຄວາມຕັ້ງໜ້າບຸກບືນຫ້າວຫັນໃນການຈັດຕັ້ງປະຕິບັດພາລະບົດບາດຂອງຕົນ ຕິດພັນກັບ ການປະຕິບັດ 2 ວາລະແຫ່ງຊາດ ກໍຄື ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ແລະ ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ.

ໃນນີ້, ສໍາລັບວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດນັ້ນ ພາຍຫຼັງທີ່ສະພາແຫ່ງຊາດໄດ້ຮັບຮອງເອົາ 2 ວາລະດັ່ງກ່າວ ແລະ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຍັງໄດ້ອອກແຈ້ງການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດດັ່ງກ່າວ ເຊິ່ງສານປະຊາຊົນສູງສຸດ ໄດ້ອອກຂໍ້ຕົກລົງແຕ່ງຕັ້ງ ຄະນະຮັບຜິດຊອບກ່ຽວກັບ ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໂດຍແມ່ນ ຮອງປະທານສານປະຊາຊົນສູງສຸດ ເປັນຜູ້ຊີ້ນໍາ. ໃນນັ້ນ, ມີຄະນະສານອາຍາ ແລະ ກົມຄຸ້ມຄອງວິຊາການ ແລະ ສະຕິສານ ເປັນຄະນະໃນການຈັດຕັ້ງຄັ້ງນີ້ ໂດຍຄະນະຮັບຜິດຊອບ ຈຶ່ງໄດ້ຈັດກອງປະຊຸມຄົ້ນຄວ້າ ແລະ ສຶກສາແບ່ງງານຄວາມຮັບຜິດຊອບຢ່າງລະອຽດ ໃນການຜັນຂະຫຍາຍວຽກງານໃຫ້ລົງເລິກ 4 ດ້ານ ເປັນຕົ້ນແມ່ນ ດ້ານນິຕິກໍາ ໄດ້ຄົ້ນຄວ້າກົດໝາຍ ແລະ ນິຕິກໍາ ພາຍໃຕ້ກົດໝາຍທີ່ພົວພັນກັບ ການຈັດຕັ້ງປະຕິບັດໜ້າທີ່ຂອງສານປະຊາຊົນ ເປັນຕົ້ນວ່າ: ນິຕິກໍາໃດຄວນຈະໄດ້ຮັບການປັບປຸງ ແລະ ນິຕິກໍາໃດທີ່ຈະຕ້ອງໄດ້ສ້າງຂຶ້ນໃໝ່ ເພື່ອຕອບສະໜອງໃຫ້ກັບ ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ.

ດ້ານທີສອງ ແມ່ນການຈັດຕັ້ງດ້ວຍການຄົ້ນຄວ້າໂຄງຈັກໂຄງງານຂອງສານປະຊາຊົນ ໃນການດໍາເນີນຄະດີຢາເສບຕິດໃຫ້ເໝາະສົມ ເປັນຕົ້ນແມ່ນ ໄດ້ມີການສ້າງຕັ້ງໜ່ວຍງານສະເພາະ ເພື່ອຮັບຜິດຊອບຄະດີຢາເສບຕິດ, ເຊິ່ງຄະດີຢາເສບຕິດນີ້ ເປັນຄະດີອາຍາ ມີຂັ້ນລົງໂທດສູງສຸດ ແລະ ຍັງເປັນຊ່ອງທາງພິເສດທີ່ບໍ່ປະປົນກັບ ການດໍາເນີນຄະດີອາຍາປະເພດອື່ນ ເຊິ່ງຈະໄດ້ເອົາໃຈໃສ່ພິເສດໃນການຕິດຕາມກ່ຽວກັບການລົງໂທດຜູ້ກະທໍາຜິດ. ນອກນັ້ນ, ໃນໄລຍະຜ່ານມາ ສານປະຊາຊົນ ຍັງສາມາດຕັດສິນຄະດີຢາເສບຕິດລາຍໃຫຍ່ໄດ້ເປັນຈໍານວນຫຼາຍ ເຊິ່ງເປັນຄະດີທີ່ສັງຄົມໃຫ້ຄວາມສົນໃຈຫຼາຍສົມຄວນ ແລະ ໃນຖານະອົງການພິພາກສາຕັດສິນ ກໍບໍ່ໄດ້ລົດລະເອົາໃຈໃສ່ຕິດຕາມ ເຊິ່ງເປັນໄລຍະທີ່ສັງຄົມລໍຖ້າຟັງຄໍາຕອບວ່າ: ການດໍາເນີນຄະດີຕ່າງໆເຫຼົ່ານັ້ນຮອດໃສແລ້ວ.

ດ້ານກົນໄກການເຮັດວຽກ ຍັງໄດ້ມີການສະຫຼຸບຄືນດ້ານດີ-ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະຜ່ານມາ ພ້ອມທັງໄດ້ກໍານົດເປັນທິດທາງໃນການແກ້ໄຂຄະດີວຽກງານ ໂດຍສະເພາະແມ່ນ ກ່ຽວຂ້ອງກັບການພິຈາລະນາຕັດສິນຄະດີ ແລະ ພິພາກສາໃນຂໍ້ຫາຢາເສບຕິດ ລວມທັງການປະສານງານດ້ານຕ່າງໆ ເພື່ອເຮັດໃຫ້ວຽກງານດ້ານນີ້ສາມາດສະໜັບສະໜູນວາລະແຫ່ງຊາດໄດ້ ເປັນຕົ້ນແມ່ນ ການປະສານສົມທົບກັບ ກະຊວງ ປກສ ໃນຖານະອົງການສືບສວນ-ສອບສວນ ແລະ ອົງການໄອຍະການ ໃນນາມຜູ້ສັ່ງຟ້ອງ ແລະ ສານປະຊາຊົນ ໃນຖານະເປັນຜູ້ພິພາກສາຄະດີ ແລະ ຕັດສິນລົງໂທດຜູ້ກະທໍາຜິດ ແລະ ອີກອັນໜຶ່ງ ພວກເຮົາໄດ້ກະກຽມອຸປະກອນການຮັບໃຊ້ໃນການຕັດສິນ ແລະ ພິພາກສາຄະດີຢາເສບຕິດຢ່າງລະອຽດ ເປັນຕົ້ນແມ່ນ ເຄື່ອງມືພິສູດຢາເສບຕິດໃນທີ່ປະຊຸມສານ ແລະ ອຸປະກອນປ້ອງກັນໃນທີ່ປະຊຸມສານໃຫ້ມີຄວາມປອດໄພ; ຈາກນັ້ນ, ກໍໄດ້ສ້າງເປັນນິຕິກໍາໃນການຜັນຂະຫຍາຍເນື້ອໃນວາລະແຫ່ງຊາດນັ້ນ. ປັດຈຸບັນ, ສານປະຊາຊົນ ກໍໄດ້ດໍາເນີນການຜັນຂະຫຍາຍວຽກງານທີ່ກ່ຽວຂ້ອງຫຼາຍດ້ານ ເພື່ອເຮັດໃຫ້ການແກ້ໄຂບັນຫາຢາເສບຕິດ ເປັນບັນຫາທີ່ພົ້ນເດັ່ນ ແລະ ຍັງເປັນວຽກສໍາຄັນທີ່ສຸດຂອງສານປະຊາຊົນ.

ທ່ານ ຄໍາພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ ຍັງກ່າວຕື່ມວ່າ: ນອກຈາກຈະຈັດຕັ້ງຜັນຈະຫຍາຍການປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດຢູ່ຂັ້ນສູນກາງແລ້ວ ຍັງໄດ້ນໍາພາຄະນະຮັບຜິດຊອບເຄື່ອນໄຫວຜັນຂະຫຍາຍວາລະດັ່ງກ່າວ ລົງສູ່ທ້ອງຖິ່ນຢ່າງຫ້າວຫັນ ເພື່ອປຸກລະດົມ ແລະ ຊຸກຍູ້ພະນັກງານຫຼັກແຫຼ່ງຂອງສານ ໃນຂອບເຂດທົ່ວປະເທດ ໂດຍສະເພາະກໍຄື ຜູ້ພິພາກສາຕັດສິນຄະດີ. ທັງນີ້, ກໍເພື່ອເຮັດໃຫ້ການປະຕິບັດໜ້າທີ່ ໂດຍສະເພາະ ຂົງເຂດສານປະຊາຊົນ ແມ່ນຈະບໍ່ມີການລະເວັ້ນຜູ້ກະທໍາຜິດ ແລະ ບໍ່ລົງໂທດຜູ້ບໍລິສຸດນັ້ນ ແມ່ນຫຼັກການເຮັດວຽກຂອງສານທີ່ແທ້ຈິງ.