ພິທີປະກາດສ້າງຕັ້ງກໍາມະບານຮາກຖານໂຮງຮຽນອະນຸບານ-ປະຖົມ-ມັດທະຍົມສາຍຝົນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 28 ເມ ສາ 2022 ເຈົ້າຮ່ວມໂດຍ ທ່ານ ບຸນພະຈິດ ມະໂນສານປະທານສະຫະພັນກໍາມະ ບານເມືອງໄຊເສດຖາ, ທ່ານ ແກ້ວອຸດອນ ແສງທອງສຸກ ຮອງຫົວໜ້າຫ້ອງການສຶກສາເມືອງໄຊເສດຖາ, ທ່ານ ບຸນເນືອງ ຈັນທອງທິບ ຜູ້ອໍານວຍການໂຮງຮຽນອະນຸບານ-ປະຖົມ-ມັດທະຍົມສາຍຝົນ, ມີແຂກຮັບເຊີນ ແລະ ສະມາຊິກກໍາມະບານເຂົ້າຮ່ວມ.

ທ່ານ ນາງ ພິມພອນ ລໍວັນໄຊ ຮອງຫົວໜ້າໜ່ວຍງານຈັດຕັ້ງກໍາມະບານເມືອງໄຊເສດຖາ ໄດ້ຜ່ານຂໍ້ຕົກລົງຂອງສະຫະພັນກໍາມະບານເມືອງໄຊເສດຖາ ວ່າດ້ວຍການສ້າງຕັ້ງກໍາມະບານຮາກຖານໂຮງຮຽນອະນຸບານ-ປະຖົມ-ມັດທະຍົມສາຍຝົນ; ມາດຕາ 1 ເຫັນດີຕົກລົງສ້າງກໍາມະບານຮາກຖານໂຮງ ຮຽນອະນຸບານ-ປະຖົມ-ມັດທະຍົມສາຍຝົນ, ມາດຕາ 2 ການຈັດຕັ້ງກໍາມະບານຮາກຖານໂຮງຮຽນອະນຸບານ-ປະຖົມ-ມັດທະຍົມສາຍຝົນ ແລະ ທຸກການເຄື່ອນໄຫວວຽກງານກໍາມະບານແມ່ນຂຶ້ນກັບສະຫະພັນກໍາມະບານເມືອງໄຊເສດຖາ.

ຈາກນັ້ນ, ກໍໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະກໍາມະບານຮາກ ຖານໂຮງຮຽນອະນຸບານ-ປະຖົມ-ມັດທະຍົມສາຍຝົນ; ໃນນີ້, ແຕ່ງຕັ້ງ ທ່ານ ບຸນທະວີ ຈັນທອງທິບ ເປັນປະທານ, ທ່ານ ກິ່ງຄໍາ ຈັນທອງທິບ ເປັນຮອງປະທານ, ທ່ານ ນາງ ມະນີຈັນ ສັນໄຊ ເປັນຮອງປະທານທັງເປັນປະທານກວດກາ, ທ່ານ ນາງ ພອນໄຊ ພັນທະວົງ ແລະ ທ່ານ ນາງ ຕາມົນ ຄໍາສິງ ເປັນຄະນະ.

ຈາກນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງ ວ່າ ດ້ວຍການຮັບເອົາມະຫາຊົນກ້າວໜ້າເຂົ້າ ເປັນສະມາຊິກກໍາມະບານ; ໂດຍຕົກລົງ ຮັບເອົາມະຫາຊົນກ້າວໜ້າ, ຫ້າວຫັນ, ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກກໍາມະບານ ຈໍານວນ 26 ສະຫາຍ ຍິງ 20 ສະຫາຍ.