ໃນວັນທີ 15 ເມສາ 2022, ເຈົ້າໜ້າທີ່ ປກສ ເມືອງຫົວເມືອງ ແຂວງຫົວພັນ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ຈະມີບຸກຄົນບໍ່ດີເຄື່ອນໄຫວຄ້າ-ຂາຍຢາເສບຕິດຢູ່ລະຫວ່າງຂອບເຂດ ບ້ານນົກແອ່ນ ຫາ ບ້ານຫ້ວຍໃໝ່ ເມືອງຫົວເມືອງ; ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງສົມທົບກັບເຈົ້າໜ້າທີ່ ປກສ ກຸ່ມບ້ານ ຕັ້ງຈຸດກວດກາລົດຢູ່ ຕາມເສັ້ນທາງດັ່ງກ່າວ ທີ່ເປົ້າໝາຍຢາເສບຕິດຈະຜ່ານ.

ມາຮອດເວລາປະມານ 12:00 ໂມງຂອງວັນດຽວກັນ, ໄດ້ພົບເຫັນເປົ້າໝາຍສົງໄສ ຊື່ ທ້າວ ສຸວັນທິດ ອາຍຸ 36 ປີ ຢູ່ ບ້ານຈອມທອງ ເມືອງຄຳ ແຂວງຊຽງຂວາງ ໄດ້ຂັບຂີ່ລົດຈັກຮອນດ້າ ສີແດງດຳ ໝາຍເລກທະບຽນ ຈສ 3560; ຈຶ່ງໄດ້ສະກັດກັກລົດເພື່ອຂໍກວດຄົ້ນ, ຜ່ານການ ກວດຄົ້ນໄດ້ພົບເຫັນຢາບ້າ ຈຳນວນ 40 ຖົງ ເທົ່າກັບ 8.000 ເມັດ ຊຸກເຊື່ອງໄວ້ໃນປ໋ອງແລັກຕາຊອຍ, ເງິນກີບ 2.337. 000 ກີບ, ປຶ້ມບັນຊີເງິນຝາກ ຈຳນວນ 3 ຫົວ ແລະ ໂທລະສັບມືຖື 2 ເຄື່ອງ.

ຜ່ານການສອບສວນ, ຜູ້ກ່ຽວຮັບສາລະພາບວ່າ: ນອກຈາກຢາທີ່ກວດພົບເຫັນ ຍັງໄດ້ຊຸກເຊື່ອງຢາບ້າໄວ້ຢູ່ເຮືອນ ອີກຈຳນວນໜຶ່ງ. ຈາກນັ້ນ, ເຈົ້າໜ້າ ທີ່ ປກສ ເມືອງຫົວເມືອງ ໄດ້ປະສານຫາເຈົ້າໜ້າທີ່ ປກສ ເມືອງຄຳ ເຂົ້າກວດຄົ້ນເຮືອນຂອງຜູ້ກ່ຽວ. ໃນນີ້, ພົບເຫັນຢາບ້າຈຳ ນວນ 150 ຖົງເທົ່າ ກັບ 30.000 ເມັດ ທີ່ຊຸກເຊື່ອງໄວ້ໃນເຮືອນລວມຢາເສບຕິດ ມີທັງໝົດ 190 ຖົງ ເທົ່າກັບ 38.000 ເມັດ ໄປດໍາເນີນຄະດີ.