ໃນວັນວັນທີ 7-8 ເມສາ 2022, ເຈົ້າ ໜ້າທີ່ຕໍາຫຼວດກອງບັນຊາການ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ຮັບ ແຈ້ງເຫດວ່າ: ມີຄົນຮ້າຍມາລັກລົດຮຸນ ໄດຍີ່ຫຍໍ້ H100 ສີຂາວ ໝາຍເລກທະບຽນ ກກ 0424 ວຽງຈັນ (ປ້າຍຟ້າ) ຂອງ ທ້າວ ວົງສີ ຢູ່ບ້ານແສນຊຸມ ເມືອງໂພນໂຮງ; ຫຼັງຈາກນັ້ນ, ເຈົ້າໜ້າທີ່ໜ່ວຍງານວິຊາສະເພາະ ຈຶ່ງໄດ້ລົງສົບທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ຂຶ້ນບັນຊີເປົ້າໝາຍຜູ້ກໍ່ເຫດ. ມາຮອດວັນທີ 9 ເມສາ 2022, ຈຶ່ງພົບເຫັນລົດຮຸນໄດຄັນທີ່ຖືກລັກໄປນັ້ນ ໄປໃສ່ນ້ຳມັນຢູ່ປ້ຳນ້ຳມັນ ບ້ານຫ້ວຍປາມ້ອມ ເມືອງວັງວຽງ ກ່ອນເຂົ້າກັກຕົວ ທ້າວ ໄມ ອາຍຸ 25 ປີ ກຳມະ ກອນຢູ່ບ້ານ ທ່າເຮືອ ເມືອງວັງວຽງ ໄປສອບສວນ.

ຜ່ານການສອບສວນ, ທ້າວ ໄມ ຮັບສາ ລະພາບວ່າ: ເບື້ອງຕົ້ນເວລາປະມານ 18:00 ໂມງຂອງວັນທີ 8 ເມສາ 2022, ໄດ້ໄປຫາໝູ່ຊື່ ທ້າວ ຕຸ້ຍ ອາຍຸ 35 ປີ ຢູ່ ບ້ານຫ້ວຍໝໍ້ ເມືອງວັງວຽງ. ຈົນຮອດ ເວລາ 9:00 ໂມງມື້ຕໍ່ມາ; ຜູ້ກ່ຽວ ແລະ ທ້າວ ຕຸ້ຍ ໄດ້ພາກັນໄປເສບຢາບ້າຜູ້ລະ 2 ເມັດ ແລະ ຜູ້ກ່ຽວກໍຂັບຂີ່ລົດອອກໄປນອກ. ເວລາຕໍ່ມາ, ທ້າວ ອ໋ອດ ( ບໍ່ຮູ້ທີ່ຢູ່ ) ໄດ້ຂັບຂີ່ລົດຈັກເວບຈີນ ສີຟ້າຂຶ້ນມາຫາຢູ່ເຮືອນ ທ້າວ ຕຸ້ຍ ແລ້ວບອກໃຫ້ຜູ້ກ່ຽວເອົາລົດໃຫຍ່ໄປໃສ່ນ້ຳມັນໃຫ້ ແລະ ຜູ້ກ່ຽວ ກໍຂຶ້ນລົດຈັກໄປນຳ ທ້າວ ອ໋ອດ ມຸ້ງໜ້າໄປທາງວັດທ່າເຮືອ ບ່ອນມ້ຽນເຮືອລວມຂອງບ້ານ. ພໍໄປຮອດບ່ອນ ຈອດລົດໃຫຍ່ ທ້າວ ອ໋ອດ ເອົາເງິນໃຫ້ ຜູ້ກ່ຽວ 200.000 ກີບ ເພື່ອໄປໃສ່ນໍ້າມັນລົດໃຫ້ ແລ້ວ ທ້າວ ອ໋ອດ ໄດ້ບອກຜູ້ກ່ຽວອີກວ່າ: ຖ້າໃສ່ນໍ້າມັນລົດແລ້ວໃຫ້ຂັບໄປສົ່ງຢູ່ຂອບເຂດບ້ານສີວິໄລ ຈະຖ້າເອົາຢູ່ແຄມທາງ ແລ້ວຈະເອົາເງິນໃຫ້ອີກ.

ຈາກນັ້ນ, ຜູ້ກ່ຽວຈຶ່ງໄດ້ຂັບຂີ່ລົດຮຸນໄດຄັນດັ່ງກ່າວອອກໄປໃສ່ນໍ້າມັນຢູ່ປໍ້ານໍ້າມັນຫ້ວຍປາມ້ອມ ຈຶ່ງຖືກເຈົ້າໜ້າທີ່ກັກຕົວ ພ້ອມລົດຮຸນໄດ H100 ສີຂາວ ໝາຍເລກທະບຽນ ກກ 0424 ວຽງຈັນ ພ້ອມຢາບ້າຈໍານວນ 8 ເມັດ ໄປດໍາເນີນຄະດີ.

ສ່ວນ ທ້າວ ໄມ ແມ່ນຢູ່ບ້ານຫ້ວຍປາມ້ອມ ເມືອງວັງວຽງ ແຂວງວຽງຈັນ ແລະ ທ້າວ ອ໋ອດ ຢູ່ບ້ານຮ່ອງຄ້າ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຜູ້ ຮ່ວມລົງມືລັກຕົວຈິງ ແມ່ນເອົາຕົວຫຼົບໜີ. ປັດຈຸບັນ, ເຈົ້າໜ້າທີ່ໜ່ວຍງານວິຊາ ສະເພາະກອງບັນຊາການ ປກສ ເມືອງ ໂພນໂຮງ ກຳລັງຕິດຕາມຕົວພວກກ່ຽວທັງສອງຄົນມາລົງໂທດຕາມກົດໝາຍ.