ໃນວັນທີ 28 ເມສາ 2022, ສະຫະພັນແມ່ຍິງ ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ໄດ້ເຜີຍແຜ່ຜົນສຳເລັດຂອງ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII, ເຂົ້າຮ່ວມໂດຍ ພັອ ບຸນແພງ ທີລະສັກ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ພັທ ນາງ ບົວວັນ ພູນປະເສີດ ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງ ປກສ ປະທານສະພັນແມ່ຍິງ ກອງບັນຊາການປ້ອງກັນທີ່ຕັ້ງ, ມີຄະນະພັກ 4 ຫ້ອງ, 3 ກອງ ແລະ ກອງຮ້ອຍເອກະລາດ ພ້ອມດ້ວຍສະມາຊິກແມ່ຍິງ ທົ່ວກອງບັນຊາການ ເຂົ້າຮ່ວມ.

ພັອ ບຸນແພງ ທີລະສັກ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ

ພັທ ນາງ ບົວວັນ ພູນປະເສີດ ກ່າວວ່າ:

ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ ມີມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ເພື່ອໃຫ້ບັນດາສະມາຊິກແມ່ຍິງພາຍໃນກົມກອງ ໄດ້ຮັບຮູ້-ເຂົ້າໃຈຕໍ່ຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ຮັບຊາບທົ່ວເຖິງທຸກເປົ້າໝາຍ, ນຳເອົາເນື້ອໃນມະຕິດັ່ງກ່າວ ໄປຈັດຕັ້ງປະຕິບັດຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ໃຫ້ມີຜົນສຳເລັດເປັນກ້າວໆ.

ໃນພິທີ, ພັທ ນາງ ຈັນທະຈອນ ທຳມະວົງ ຄະນະສະຫະພັນແມ່ຍິງ ປ້ອງກັນທີ່ຕັ້ງ ໄດ້ຜ່ານຂໍ້ຕົກລົງຂອງ ສູນກາງສະຫະພັນແມ່ຍິງ ວ່າດ້ວຍ ການມອບໃບຍ້ອງຍໍ-ໃບຊົມເຊີຍໃຫ້ໜ່ວຍແມ່ຍິງ, ບຸກຄົນທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃນໄລຍະ 5 ປີ (2016-2020). ໃນນີ້, ມອບໃບຍ້ອງຍໍໜ່ວຍແມ່ຍິງ 3 ດີ ຈຳນວນ 5 ໜ່ວຍ, ມອບໃບຍ້ອງຍໍໃຫ້ບຸກຄົນທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສະໄໝທີ VII ຈຳນວນ 74 ສະຫາຍ ແລະ ມອບໃບຊົມເຊີຍບຸກຄົນ ຈຳນວນ 12 ສະຫາຍ ເຊິ່ງເປັນກຽດຂຶ້ນມອບໂດຍ ພັອ ບຸນແພງ ທີລະສັກ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ.