ເມືອງຄໍາເກີດ ແຂວງບໍຄໍາໄຊ ຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງານກວດກາ, ຄຸ້ມຄອງພາຫະນະທີ່ບໍ່ມີປ້າຍທະບຽນ, ເອກະສານບໍ່ຄົບຖ້ວນ ແລະ ດັດແປງສະພາບເຕັກນິກລົດພາຍໃນເມືອງຄໍາເກີດ ໃນວັນທີ 26 ເມສາ 2022 ເປັນປະທານຂອງ ທ່ານ ທອງໄຂ ຄໍາມະວົງ ຫົວໜ້າຫ້ອງວ່າການເມືອງຄໍາເກີດ, ມີຫ້ອງການໂຍທາ, ຫ້ອງການການເງິນ, ພະນັກງານກອງຕໍາຫຼວດຈະລາຈອນ-ມອດໄຟ ກອງບັນຊາການ ປກສ ເມືອງຄໍາເກີດ ເຂົ້າຮວ່ມ.

ກອງປະຊຸມໄດ້ຮັບຟັງການສະຫຼຸບລາຍງານຈາກຄະນະສະເພາະກິດ ແກ້ໄຂປະກົດການຫຍໍ້ທໍ້ໃນໄລຍະ 10 ເດືອນ ຜ່ານມາເຫັນວ່າ ພະນັກງານທຸກພາກສ່ວນໄດ້ຕັ້ງໜ້າປະຕິບັດວຽກງານ ໂດຍພື້ນຖານມີຫຼັກການລວມສູນປະຊາທິປະໄຕ, ອີງໃສ່ລະບຽບກົດໝາຍ, ຂໍ້ກໍານົດຕ່າງໆ ເປັນບ່ອນອີງໃນການຈັດຕັ້ງປະຕິບັດຜ່ານການຈັດຕັ້ງປະຕິບັດກວດກາໂຕຈິງ: ກວດກາລົດໄດ້ທັງໝົດ 1.352 ຄັນ, ລົດ ໃຫຍ່ 770 ຄັນ, ລົດຈັກ 582 ຄັນ, ມີຜູ້ ລະເມີດລະບຽບການສັນຈອນ 785 ຄົນ, ສຶກສາອົບຮົມຜູ້ຂັບຂີ່ 617 ຄົນ; ໃນນີ້, ບໍ່ ມີເອກະສານ 377 ຄັນ, ບໍ່ມີໃບອານຸ ຍາດຂັບຂີ່ 227 ຄົນ, ເຕັກນິກລົດໃຫຍ່ໝົດກໍານົດ 65 ຄັນ.

ຜ່ານການຈັດຕັ້ງປະຕິບັດວຽກງານ ເຫັນວ່າ ສະພາບການສັນຈອນພາຍໃນເມືອງຄໍາເກີດ ຍັງມີຜູ້ຂັບຂີ່ຈໍານວນໜຶ່ງບໍ່ໃສ່ໝວກກັນກະທົບ, ບໍ່ມີໃບອານຸຍາດຂັບຂີ່, ບໍ່ມີເອກະສານ, ຂັບຂີ່ລົດໄວເກີນກໍານົດ ແລະ ມີການດັດແປງສະພາບເຕັກນິກລົດ, ເຊິ່ງບັນຫາດັ່ງກ່າວເປັນສາເຫດທີ່ເຮັດໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນ; ຫຼັງຈາກນັ້ນ, ຄະນະສະເພາະກິດແກ້ໄຂປະກົດການຫຍໍ້ທໍ້ທຸກພາກສ່ວນ ກໍຜັດປ່ຽນກັນປະກອບຄໍາຄິດຄໍາເຫັນປຶກສາຫາລືວາງແຜນຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ.