ກອງໂຄສະນາ ພະແນກຕໍາຫຼວດຈະລາຈອນ ແຂວງບໍລິຄໍາໄຊ ໄດ້ສົມທົບກັບໜ່ວຍງານຕໍາຫຼວດຈາລະຈອນ ປກສ ເມືອງບໍລິຄັນ ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນໃຫ້ນ້ອງນັກຮຽນໂຮງຮຽນມັດທະຍົມສົມບູນສົມມຸງຄຸນ ເມືອງບໍລີຄັນ ໃນວັນທີ 29 ເມສາ 2022, ເພື່ອເຮັດໃຫ້ນ້ອງນັກ ຮຽນຮັບຮູ້ ແລະ ເຂົ້າໃຈຕໍ່ກົດ ລະບຽບຈະລາຈອນໃຫ້ຫຼາຍຂຶ້ນ ແລ້ວນໍາໄປຈັດຕັ້ງປະຕິບັດໃນການ ຂັບຂີ່ຍານພາຫະນະໃນຊີວິດປະຈໍາວັນ.

ພັຕ ສີສົມພອນ ສີມາລາວົງ ຫົວໜ້າກອງໂຄສະນາ ພະແນກຕໍາຫຼວດຈະລາຈອນ ແຂວງບໍລິຄໍາໄຊ ກ່າວວ່າ: ເພື່ອເປັນການຈັດຕັ້ງປະຕິບັດໂຄງການຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນຫຼວງ ປະຈໍາປີ 2022 ກອງໂຄສະນາພະແນກຕໍາຫຼວດຈະລາຈອນ ປກສ ແຂວງບໍລິຄໍາໄຊ ຈຶ່ງໄດ້ສົມທົບກັບກອງຈະລາຈອນ ປກສ ເມືອງບໍລິຄັນ ລົງເຜີຍແຜ່ກົດລະບຽບຈະລາຈອນໃຫ້ໂຮງຮຽນ ມສ ສົມມຸງຄຸນ ມີນ້ອງນັກຮຽນ ເຂົ້າຮ່ວມຮັບຟັງທັງໝົດ 628 ຄົນ ຍິງ 300 ຄົນ ການລົງໂຄງສະນາຄັ້ງນີ້ ກໍເພື່ອແນໃສ່ເຮັດໃຫ້ຄູອາຈານ ແລະ ນ້ອງນັກຮຽນຜູ້ໃຊ້ລົດ-ໃຊ້ຖະໜົນໄດ້ຮັບຮູ້ເຂົ້າໃຈກົດລະບຽບຈະລາຈອນ ພ້ອມທັງນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມກົດລະບຽບຈະລາຈອນຢ່າງເຂັ້ມງວດ ແນໃສ່ຫຼຸດຜ່ອນການອຸບັດຕິເຫດຕາມທ້ອງຖະໜົນໃຫ້ຫຼຸດໜ້ອຍຖອຍລົງຢ່າງຈະແຈ້ງ.

ການລົງໂຄສະນາໃນຄັ້ງນີ້, ປະກອບມີເອກະສານ: ກົດໝາຍ ວ່າດ້ວຍການຈະລາຈອນທາງບົກ, ບັນດາເຄື່ອງໝາຍປ້າຍຫ້າມ, ປ້າ ເຕືອນອັນຕະລາຍ, ປ້າຍກໍານົດ, ປ້າຍບອກສິດ, ປ້າຍແນະນໍາຈຸດໝາຍປາຍທາງ, ສາລະບານເດີນລົດ, ລະບຽບວ່າດ້ວຍການຍ່າງ, ການຂີ້ລົດຖີບ, ການຂັບຂີ່ລົດຈັກ-ລົດໃຫ່ຍ ແລະ ລົດໄຖນາເດີນຕາມ; ພ້ອມດຽວກັນນີ້, ກໍໄດ້ສາຍພາບວີດີໂອຈາກການບັນຖຶກພາບເຫດການອຸບັດຕິເຫດ ໂດຍຍົກໃຫ້ເຫັນສາເຫດຕົ້ນຕໍຂອງການເກີດອຸບັດຕິເຫດຢູ່ຕາມເສັນທາງຕ່າງໆທີ່ເກີດຈາກການຂາດການກວດສະພາບເຕັກນິກລົດ, ດື່ມສິ່ງມຶນເມົາແລ້ວຂັບລົດ, ການໃຊ້ຄວາມໄວເກີນກໍານົດ, ບໍ່ປ່ອຍສິດ, ລ້ຽວຊ້າຍ-ລ້ຽວຂວາ ແລະ ປ່ຽນທິດທາງເດີນກະທັນຫັນ, ການແຊງບໍ່ຮັບປະກັນໃຫ້ບັນດານ້ອງນັກຮຽນໄດ້ຮັບຮູ້ ແລະ ເຂົ້າ ໃຈຕໍ່ຜົນຮ້າຍ ແລະ ໄພອັນຕະລາຍ ໃນການເກີດອຸບັດຕິເຫດດັ່ງກ່າວ.

ໃນໂອກາດດຽວກັນນີ້, ຍັງໄດ້ຈັດກິດຈະກຳຖາມຕອບ ເພື່ອທົດສອບຄວາມຮັບຮູ້-ຄວາມເຂົ້າໃຈຂອງນ້ອງນັກຮຽນຕໍ່ກົດລະບຽບຈະລາຈອນທີ່ທີມງານໄດ້ໂຄສະນາເຜີຍແຜ່ ແລະ ເຫັນໄດ້ວ່ານ້ອງນັກຮຽນມີຄວາມຮັບຮູ້ ແລະ ເຂົ້າໃຈສູງສາມາດຕອບຄໍາຖາມໄດ້ຢ່າງຖືກຕ້ອງ.