ຄະນະກຳມະການອະໄພຍະໂທດຂັ້ນແຂວງ ໄດ້ລົງເຄື່ອນໄຫວສຶກສາອົບຮົມນັກໂທດຢູ່ຄ້າຍຄຸມຂັງ-ດັດສ້າງບັງລຽງ ພາກໃຕ້ ແຂວງຈຳປາສັກ ໂດຍການ ເຂົ້າຮ່ວມຂອງ ທ່ານ ພູວັງ ຈະເລີນລັດ ຮອງປະທານສານປະຊາຊົນ ແຂວງຈຳປາສັກ, ມີ ພັທ ວັງສະໄໝ ຫອມລຽງນາມ ຮອງຫົວໜ້າຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ, ທ່ານ ບຸນລັບ ບົວລີ ຫົວໜ້າຂະແໜງຄ້າຍຄຸມຂັງ-ດັດສ້າງ, ອົງການໄອຍະການແຂວງ, ພາກສ່ວນທີ່ກ່ຽວຂ້ອງ, ພະນັກງານວິຊາການ ແລະ ນັກໂທດ-ຜູ້ຖືກດັດສ້າງເຂົ້າຮ່ວມ, ໃນວັນທີ 26 ເມສາ 2022.

ໃນພິທີຄະນະກຳມະການອະໄພຍະໂທດຂັ້ນແຂວງ ພ້ອມຄະນະໄດ້ຜັດປ່ຽນກັນບັນຍາຍເອກະສານຕ່າງໆ ເຊັ່ນ: ເອກະສານລັດຖະບັນຍັດຂອງປະທານ ປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ ແລະ ປະມວນກົດໝາຍອາຍາ, ກົດໝາຍ ສະບັບປັບປຸງ ວ່າດ້ວຍການຈັດ ຕັ້ງປະຕິບັດຄຳຕັດສິນຂອງສານ, ກົດລະບຽບຂອງຄ້າຍຄຸມຂັງ-ດັດສ້າງ ແລະ ເອກະສານຕ່າງໆທີ່ສຳຄັນຕ່າງໆ.

ຈຸດປະສົງ ກໍເພື່ອເປັນການສຶກສາອົບຮົມນັກໂທດ-ຜູ້ຖືກດັດສ້າງ ໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ ແລະ ມີຄວາມຕັ້ງໜ້າຝຶກຝົນຫຼໍ່ ຫຼອມດັດສ້າງຕົນເອງໃຫ້ເປັນຄົນດີຂອງສັງຄົມ ເພື່ອປະຕິບັດຕາມນະໂຍບາຍຂອງພັກ-ລັດ ອັນຖືກຕ້ອງ ແລະ ສອດຄ່ອງ ແລະ ມີມະນຸດສະທຳເພື່ອ ກະຕຸກຊຸກຍູ້ທາງດ້ານຈິດໃຈໃຫ້ນັກໂທດຊ່ວຍເຫຼືອແກ້ໄຂທາງດ້ານແນວຄິດ ເພື່ອຝຶກຝົນຫຼ່ໍຫຼອມຕົນເອງ ພັດທະນາສີມືແຮງງານ, ປ່ຽນແປງທັດສະ ນະແນວຄິດ, ຮູ້ສຶກກິນແໜງແຄງໃຈການກະທຳທີ່ບໍ່ຖືກຕ້ອງໃນໄລຍະຜ່ານມາ.