ອົງການກວດສອບແຫ່ງລັດ ໄດ້ຈັດກອງປະຊຸມຄົ້ນຄວ້າໂຄງປະກອບເນື້ອໃນ ຮ່າງກົດໝາຍວ່າດ້ວຍ ອົງການກວດສອບແຫ່ງລັດ ໃນວັນທີ 3 ພຶດສະພາ 2022 ທີ່ແຂວງວຽງຈັນ ເພື່ອກຽມສະເໜີຜ່ານ ກອງປະຊຸມສະໄໝສາມັນ ປະຈໍາປີ ຂອງສະພາແຫ່ງຊາດ, ເປັນປະທານໂດຍ ທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ ຜູ້ຊີ້ນໍາຄະນະປັບປຸງກົດໝາຍ, ມີຕາງໜ້າຈາກ ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທໍາ, ກົມກົດໝາຍ ສະພາແຫ່ງຊາດ, ຫົວໜ້າກົມນິຕິກຳ ອົງການກວດສອບແຫ່ງລັດ, ຫ້ອງການ, ຫົວໜ້າ-ຮອງພະແນກ ແລະ ວິຊາການກ່ຽວຂ້ອງ ເຂົ້າຮ່ວມ.

+ ທ່ານ ບຸນເລີດ ເທບວົງສາ ກ່າວວ່າ:

ກອງປະຊຸມຄົ້ນຄວ້າໂຄງປະກອບເນື້ອໃນ ຮ່າງກົດໝາຍວ່າດ້ວຍ ອົງການກວດສອບແຫ່ງລັດ ໄດ້ຈັດຂຶ້ນທີ່ແຂວງວຽງຈັນ ເຊິ່ງຈະດໍາເນີນໃນວັນທີ 3-6 ພຶດສະພາ 2022 ເພື່ອປຶກສາຫາລືກ່ຽວກັບໂຄງປະກອບ ແລະ ເນື້ອໃນບາງໝວດ, ບາງມາດຕາຂອງຮ່າງກົດໝາຍວ່າດ້ວຍ ອົງການກວດສອບແຫ່ງລັດ ເຊິ່ງປະກອບມີມາດຕາທີ່ໄດ້ປັບປຸງ 42 ມາດຕາ, ມາດຕາທີ່ສະເໜີຕັດອອກ 3 ມາດຕາ ແລະ ຈະໄດ້ມີການສະເໜີເພີ່ມໃໝ່ອີກບາງມາດຕາ ເພື່ອເຮັດໃຫ້ເນື້ອໃນຮ່າງກົດໝາຍສະບັບດັ່ງກ່າວ ຄົບຖ້ວນສົມບູນ, ພາວະວິໄສຮອບດ້ານ, ສອດຄ່ອງກັບໜ້າທີ່ວຽກງານໃນປັດຈຸບັນ, ຖືກຕ້ອງຕາມຂັ້ນຕອນການສ້າງ ແລະ ປັບປຸງນິຕິກໍາ, ມີຄວາມຮັບປະກັນ, ມີຄຸນນະພາບ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.

ກົດໝາຍສະບັບນີ້ ລວມມີ 10 ພາກ, 7 ໝວດ, ມີ 75 ມາດຕາ ແລະ ປະກາດໃຊ້ໃນປີ 2016.