ໃນວັນທີ 20 ເມສາ 2022, ຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ມອບລົດຈັກຍີ່ຫໍ້ຮອນດາຄຮິກ 125 ໄອສີສົ້ມ-ດໍາ ໝາຍເລກທະບຽນ ດຕ 4706 ກໍາແພງນະຄອນ ທີ່ຖືກຄົນຮ້າຍຊິງຊັບຄືນໃຫ້ເຈົ້າຂອງເດີມກ່າວ ຮັບໂດຍ ນາງ ພວນ ອາຍຸ 22 ປີ ຢູ່ບ້ານອຸດົມຜົນ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ພັຕ ໃໝ່ ຄໍາຝຸ່ນວິໄລ ຮອງຫົວໜ້າພະແນກສືບສວນ-ສອບສວນ ໃຫ້ຮູ້ວ່າ: ລົດຈັກຄັນດັ່ງກ່າວຖືກຄົນຮ້າຍຊິງຊັບໄປ ເມື່ອເວລາປະມານ 5:00 ໂມງ ຂອງວັນທີ 22 ເມສາ 2022, ເຊິ່ງ ນາງ ພວນ ເຈົ້າຂອງລົດ ໄດ້ຂີ່ລົດຈັກຄຣິກ 125 ໄອ ໄປສົ່ງໃຫ້ ທ້າວ ແປງ ຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນຂະນະຂັບຂີ່ລົດ ໄດ້ຖືກຄົນຮ້າຍ 2 ຄົນ ຂັບຂີ່ລົດຈັກຊ້ອນທ້າຍກັນນໍາຫຼັງມາຢັນລົດຈັກຂອງນາງ ພວນ ເຮັດໃຫ້ລົດຈັກເສຍຫຼັກລົ້ມລົງ ແລ້ວຄົນຮ້າຍກໍໄດ້ຍາດຊິງເອົາລົດ ແລ້ວເອົາຕົວຫຼົບໜີ; ພາຍຫຼັງໄດ້ຮັບໜັງສືປະສານງານຈາກເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ຫ້ອງຕຳຫຼວດ ປກສ ແຂວງໄຊຍະບູລີ ໄດ້ລົງ, ຕິດຕາມ, ກວດກາ.

ມາຮອດວັນທີ 8 ເມສາ 2022, ເຈົ້າໜ້າທີ່ ໄດ້ພົບເຫັນລົດຈັກຄັນດັ່ງກ່າວທີ່ຖືກຂາຍຕໍ່ກັນມາຢູ່ບ້ານນາເລົາ ເມືອງນານ ແຂວງຫຼວງພະບາງ ເຈົ້າ ໜ້າທີ່ຈຶ່ງໄດ້ເກັບກູ້ ແລະ ນຳມາມອບຄືນໃຫ້ເຈົ້າຂອງເດີມ ; ປັດຈຸບັນ, ເຈົ້າໜ້າທີ່ພວມສືບຄົ້ນຫາຕົວຜູ້ກະທຳຜິດມາດຳເນີນຄະດີຕາມລະບຽບກົດໝາຍ.