ໃນທ້າຍອາທິດຜ່ານມານີ້, ເຈົ້າໜ້າທີ່ ປກສ ເມືອງກວັນ ແຂວງຫົວພັນ ໄດ້ນໍາກໍາລັງເຂົ້າກວດຄົ້ນເຮືອນເປົ້າໝາຍເສບ ແລະ ຄ້າຂາຍຢາເສບຕິດ ຢູ່ບ້ານຫ້ວຍເຫວີ້ຍ ສາມາດຈັບຕົວຜູ້ຖືກຫາ 1 ຄົນ ພ້ອມຢາບ້າ 1.400 ກວ່າເມັດ.

+ ເຈົ້າໜ້າທີ່ ປກສ ເມືອງກວັນ ໃຫ້ຂໍ້ມູນວ່າ:

ພາຍຫຼັງສືບຮູ້ວ່າມີຄົນມົ້ວສຸມເສບຢາເສບຕິດ ຢູ່ຂອບເຂດບ້ານຫ້ວຍເຫວີ້ຍ ເມືອງກວັນ ແຂວງຫົວພັນ, ເຈົ້າໜ້າທີ່ຈຶ່ງໄດ້ແຕ່ງຕັ້ງໜ່ວຍງານວິຊາສະເພາະ ລົງໄປເກັບກໍາຂໍ້ມູນ, ພິສູດຕາມແຫຼ່ງຂ່າວຕົວຈິງ ເຫັນວ່າມີມູນຄວາມຈິງ; ມາຮອດເວລາ 14:30 ໂມງ ຂອງວັນທີ 30 ເມສາ 2022 ຈຶ່ງໄດ້ນໍາກໍາລັງເຂົ້າໄປກວດຄົ້ນເຮືອນຂອງເປົ້າໝາຍດັ່ງກ່າວ ຊື່ ທ້າວ ຊົວຢາສົ່ງ ອາຍຸ 36 ປີ ປະຊາຊົນບ້ານຫ້ວຍເຫວີ້ຍ.

ຜ່ານການກວດຄົ້ນຂອງເຈົ້າໜ້າທີ່ ພົບເຫັນຢາບ້າຈໍານວນ 7 ຖົງ ເທົ່າກັບ 1.400 ເມັດ ຢູ່ໃນຕູ້ເຄື່ອງ, ອີກ 94 ເມັດ ຢູ່ຖົງໂສ້ງຂອງຜູ້ກ່ຽວ ລວມເປັນ 1.494 ເມັດ, ຢາຝິ່ນ 7 ຈອກນ້ອຍ, ປືນມະດົກມ້າ 1 ກະບອກ, ປືນແກັບ 3 ກະບອກ, ແກັບລະເບີດ 4 ແກັບ, ໝື້ລະເບີດ 1 ຫຼອດ, ລູກປືນ AK ຈໍານວນ 8 ລູກ, ລູກປືນມະດົກມ້າ 16 ລູກ, ເລົາປືນແກັບ 1 ເລົາ, ແກັບປືນແກັບ 27 ກັບເງິນກີບທະນາຄານ 617.000 ກີບ. ສະນັ້ນ, ເຈົ້າໜ້າທີ່ ປກສ ເມືອງກວັນ ຈຶ່ງຢຶດຂອງກາງຈໍານວນດັ່ງກ່າວ ພ້ອມທັງຈັບໂຕຜູ້ກ່ຽວມາດໍາເນີນການສືບສວນ-ສອບສວນຫາກຸ່ມແກ້ງຜູ້ຮ່ວມຂະບວນການ.

ຜູ້ຖືກຫາຍັງຮັບສາລະພາບວ່າ: ໄດ້ພົວພັນກັບຕິດຢາເສບຕິດ ມາໄດ້ປະມານ 5 ປີແລ້ວ, ເຄື່ອງຂອງກາງຈໍານວນດັ່ງກ່າວ ແມ່ນຂອງຜູ້ກ່ຽວແທ້. ສ່ວນຢາບ້າຈໍານວນດັ່ງກ່າວ ໃນມື້ວັນທີ 20 ເມສາ 2022 ໄດ້ຊື້ມາຈາກຄົນຮ່ວມຂະບວນການດຽວກັນ; ຈາກນັ້ນ, ກໍນໍາມາເສບ ແລະ ຂາຍໃຫ້ກັບກຸ່ມມົ້ວສຸມຢາເສບຕິດ ແລະ ມາຮອດວັນທີ 30 ເມສາ 2022 ກໍຖືກເຈົ້າໜ້າທີ່ຈັບຕົວໄດ້.