ໃນຄັ້ງວັນທີ 14 ມີນາ 2022, ເຈົ້າໜ້າທີ່ ພະແນກຕໍາຫຼວດໜ່ວຍງານສະກັດກັ້ນ ແລະ ຕ້ານ ຢາເສບຕິດ ປກສ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ມີກຸ່ມຄົນບໍ່ດີຈຳນວນໜຶ່ງມີການເຄື່ອນໄຫວຈໍາໜ່າຍ ແລະ ເສບຢາເສບຕິດປະເພດຢາບ້າ ຢູ່ເຂດບ້ານຍາງ ໃຫ່ຍ ເມືອງເຊບັ້ງໄຟ ແຂວງຄໍາມວນ ເມື່ອໄດ້ຮັບການລາຍງານຄືແນວນັ້ນທາງເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ລົງຕິດຕາມຢູ່ເຂດບ້ານດັ່ງກ່າວ, ຜ່ານການກວດກາຕິດຕາມຕົວຈິງພົບການເຄື່ອນໄຫວແທ້.

ພໍຮອດເວລາ 16:00 ໂມງ ຂອງວັນດຽວກັນ, ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກັກຕົວເປົ້າໝາຍດັ່ງກ່າວ ແລະ ສາມາດກັກຕົວໄດ້ຈໍານວນ 3 ຄົນ ພາຍຫຼັງກັກຕົວພວກກ່ຽວໄດ້ແລ້ວ ທາງເຈົ້າໜ້າທີ່ຕຳຫຼວດ ໜ່ວຍງານວິຊາສະເພາະໄດ້ປະສານສົມກັບເຈົ້າໜ້າທີ່ ປກສ ບໍລິການປະຊາຊົນກຸ່ມ ແລະ ການຈັດ ຕັ້ງບ້ານຍາງໃຫ່ຍ ເພື່ອທຳການກວດຄົ້ນເຮືອນຂອງເປົ້າໝາຍ. ຜ່ານການກວດຄົ້ນຂອງເຈົ້າໜ້າທີ່ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງໄດ້ພົບເຫັນຢາບ້າ ຈຳ ນວນ 1 ຖົງ ເທົ່າ 175 ເມັດ ແລະ ອຸ ປະກອນການເສບຢາບ້າຈໍານວນໜຶ່ງ.

ຜ່ານການສືບສວນ-ສອບສວນຂັ້ນເບື້ອງຕົ້ນຂອງເຈົ້າໜ້າທີ່ຕຳຫຼວດໃຫ້ຮູ້ວ່າຜູ້ຖືກຫາຊື່ : ທ້າວ ຄຳນ້ອຍ ອາຍຸ 29 ປີ, ທ້າວ ສົດສີ ອາຍຸ 22 ປີ ແລະ ທ້າວ ບຸນດາ ອາຍຸ 29 ປີ ພວກກ່ຽວທັງ 3 ຄົນ ຢູ່ບ້ານຍາງໃຫຍ່ ເມືອງເຊບັ້ງໄຟ ແຂວງຄຳມ່ວນ; ປັດຈຸບັນ, ເຈົ້າໜ້າທີ່ ປກສ ເມືອງເຊບັ້ງໄຟ ພວມທຳການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາກຸ່ມແກ້ງຜູ້ຮ່ວມຂະບວນການມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.