ພາຍຫຼັງສານປະຊາຊົນ ນະຄອນຫຼວງວຽງຈັນ ນໍາເອົາສໍານວນຄະດີຢາເສບຕິດລາຍໃຫຍ່ທີ່ມີ ທ້າວ ສີສຸກ ດາວເຮືອງ ເປັນຫົວໂປ່ໂຕການ ແລະ ມີພັກ ພວກຮ່ວມຂະບວນການດຽວກັນອີກ 4 ຄົນ ຂຶ້ນມາພິຈາລະນາຕັດສິນໃນ ວັນທີ 3 ມີນາ 2022 ແລະ ໜຶ່ງໃນນັ້ນແມ່ນ ທ້າວ ທົງໄຊ ຫຼື ເຫຼືອກ (ຈຳເລີຍ 4 ) ທີ່ເຄີຍເປັນຄົນຮັບໃຊ້ຈຳເລີຍ 1 ( ສີສຸກ ດາວເຮືອງ ) ສານໄດ້ພິຈາລະນາຕັດ ສິນໃນຂໍ້ຫາມີຢາເສບຕິດປະເພດຢາອີໄວ້ຄອບຄອງ ແລະ ອາວຸດເສີກ ຈໍາຄຸກ 7 ປີ ພ້ອມທັງປັບ ໃໝ 12 ລ້ານກີບ.

ໃນປີ 2014, ທ້າວ ທົງໄຊ ຫຼື ເຫຼືອກ ໄດ້ເປັນຄົນຮັບໃຊ້ ທ້າວ ສີສຸກ ດາວເຮືອງ ໄປຕາມສະຖານທີ່ຮ້ານບັນເທີງຕ່າງໆໄປແຕ່ລະຄັ້ງ ຈໍາເລີຍ 1 ຈະເອົາຢາອີ ໃຫ້ເກັບຮັກສາຄັ້ງລະ 8 ຫາ 10 ເມັດ, ບາງຄັ້ງ ຈຳເລີຍ 1 ຍັງບອກໃຫ້ເອົາຢາອີ ໃສ່ຈອກເຫຼົ້າ, ຈອກເບຍ ໄປແຕ່ລະຄັ້ງ ຈຳເລີຍ 1 ເອົາເງິນຄ່າຈ້າງໃຫ້ຄັ້ງລະ 1.000 ບາດ. ມາຮອດໄລຍະເດືອນມັງກອນ 2017, ທ້າວ ໄຊຊະນະ ແກ້ວພິມພາ ຖືກເຈົ້າໜ້າທີ່ປະເທດໄທຈັບຕົວ ແລ້ວຈໍາເລີຍ 1 ຈຶ່ງໄດ້ໂທລະສັບບອກໃຫ້ຈຳເລີຍ 4 ມາເອົາປືນຢູ່ເຮືອນຂອງຈໍາເລີຍ 1 ໄປ ເກັບມ້ຽນໄວ້ຢູ່ເຮືອນຂອງຈຳເລີຍ 4 ຈໍານວນ 4 ກະບອກຄື: ປືນສັ້ນຍີ່ຫໍ້ກັອກ 17 ຈໍານວນ 1 ກະບອກພ້ອມລູກຈຳນວນ 15 ລູກ, ປືນສັ້ນບີບີ ກັນດັດແປງ 1 ກະບອກ ພ້ອມລູກຈຳນວນ 6 ລູກ, ປືນສັ້ນ P238 ສີດໍາ ຈໍານວນ 1 ກະບອກ ພ້ອມລູກຈໍານວນ 2 ລູກ ແລະ ປືນສັ້ນຍີ່ຫໍ້ ຫັນລີ ຈຳນວນ 1 ກະບອກ ພ້ອມລູກຈຳນວນ 5 ລູກ; ນອກນີ້, ຍັງມີລູກປືນອີກຈຳນວນໜຶ່ງທີ່ບໍ່ໄດ້ນັບ; ມາຮອດວັນທີ 31 ມີນາ 2017, ເວລາ 10:00 ໂມງ ຈໍາເລີຍ 1 ໄດ້ໂທລະສັບບອກໃຫ້ຈໍາເລີຍ 4 ໄປຫາຢູ່ເຮືອນຂອງ ເພື່ອເດີນທາງໄປແຂວງຫຼວງພະບາງ; ຈາກນັ້ນ, ຈໍາເລີຍ 4 ກໍເອົາປືນສັ້ນ P238 ພ້ອມລູກປືນຕິດຕົວໄປນໍາ. ຈຳເລີຍ 1 ກໍໄດ້ເອົາ ຢາອີ ໃຫ້ຈໍານວນ 8 ເມັດ ກ່ອນໄປຂີ່ລົດໄປຮັບເອົາໝູອີກ 2 ຄົນ; ຕໍ່ມາ, ກໍພາກັນເດີນທາງໄປແຂວງຫຼວງພະບາງ ໄປຮອດເວລາປະມານ 18:00 ໂມງ ຂອງວັນດຽວກັນແລ້ວພາກັນໄປຈອງຫ້ອງພັກຢູ່ໂຮງແຮມແຫ່ງໜຶ່ງຮອດ ເວລາ 1:00 ໂມງ ຂອງວັນທີ 1 ເມສາ 2017 ຈຶ່ງຖືກເຈົ້າໜ້າທີ່ຈັບຕົວແລ້ວກວດຄົ້ນຕົວພົບ ເຫັນປືນສັ້ນຈຳນວນ 1 ກະບອກ ພ້ອມລູກ 2 ລູກ ແລະ ຢາອີ ຈຳນວນ 8 ເມັດ; ຕໍ່ມາເຈົ້າໜ້າທີ່ ຈຶ່ງໄດ້ທຳການກວດຄົ້ນເຄຫະສະຖານເຮືອນຂອງ ຈຳເລີຍ 4 ພົບ ເຫັນປືນສັ້ນຍີ່ຫໍ້ກັອກ17 ຈໍາ ນວນ 1 ກະບອກ ພ້ອມລູກຈຳນວນ 88 ລູກ, ປືນສັ້ນຍີ່ຫໍ້ SIGSAUERJ228 ສີດໍາ 1 ກະ ບອກ ພ້ອມລູກ 9 ລູກ, ປືນສັ້ນຫັນລີ 38 ສີເລດ ຈຳນວນ 1 ກະບອກ ພ້ອມລູກ 5 ລູກ, ລູກປືນສັ້ນບໍ່ຮູ້ຊະ ນິດຈຳນວນ 42 ລູກ ທີ່ເປັນປືນຂອງຈຳເລີຍ 1 ຝາກໄວ້ມາດໍາເນີນຄະດີ.

ທ້າວ ທົງໄຊ (ຈໍາເລີຍ4) ໄດ້ເຄື່ອນໄຫວກະ ທຳຜິດ ດ້ວຍຮູບການເປັນຄົນຮັບໃຊ້ໃຫ້ແກ່ຈຳ ເລີຍ 1 ເຊິ່ງສະແດງອອກຈໍາເລີຍ 4 ຈະເປັນຄົນ ຕິດຕາມຈໍາເລີຍ 1 ໄປຕາມສະຖານທີ່ຮ້ານອາ ຫານ ແລະ ຮ້ານບັນເທີງຕ່າງໆ ເຊິ່ງໄປແຕ່ລະຄັ້ງ ຈຳເລີຍ 1 ຈະເອົາຢາອີ ມອບໃຫ້ຈຳເລີຍ 4 ເປັນ ຄົນເກັບຮັກສາຄອບຄອງ ເພື່ອເອົາໄວ້ໃສ່ຈອກ ເຫຼົ້າ ໃຫ້ແກ່ໝູ່ຄູ່ຂອງຈໍາເລີຍ 1; ນອກຈາກນີ້, ຈໍາເລີຍ 4 ຍັງໄດ້ຮັບເອົາອາວຸດເສີກປະເພດປືນ ພ້ອມດ້ວຍລູກປືນຈາກຈຳເລີຍ 1 ໄປເກັບຮັກສາ ໄວ້ຢູ່ເຮືອນຂອງຕົນ ແລະ ຍັງພົບຂອງກາງຢາອີ ຈຳນວນ 8 ເມັດ ນໍ້າໜັກ 2,6597 ກຣາມ ແລະ ປືນຈໍານວນ 4 ກະບອກ ຕາມບົດບັນທຶກຈັບຕົວ ແລະ ບົດບັນທຶກກວດຄົ້ນເຄຫະສະຖານ, ຈຳ ເລີຍ 4 ກໍຮັບວ່າໄດ້ຄອບຄອງຢາເສບຕິດ (ຢາອີ) ແລະ ມີອາວຸດເສີກໄວ້ໃນຄອບຄອງໂດຍບໍ່ຖືກຕ້ອງຕາມກົດໝາຍແທ້.

ຕາມການພິລາລະນາຂອງຄະນະສານແລ້ວເຫັນວ່າຈໍາເລີຍ 4 ໄດ້ກະທໍາຜິດຕາມມາດຕາ 2 ຂໍ້ 2 ວັກ 1 ຂອງກົດໝາຍວ່າດ້ວຍການປັບປຸງ ມາດຕາ 146 ຂອງກົດໝາຍອາຍາສະບັບປີ 2005 ແລະ ມາດຕາ 75, 76 ຂອງກົດໝາຍວ່າດ້ວຍຢາ ເສບຕິດປີ 2013; ດັ່ງນັ້ນ, ຄະນະສານອາຍາສານ ປະຊາຊົນນະຄອນຫຼວງວຽງຈັນ ຈຶ່ງຕັດສິນຕັດອິດສະລະພາບລົງໂທດຈຳຄຸກ ທ້າວ ທົງໄຊ (ຈໍາເລີຍ4) 7 ປີ ແລະ ປັບໃໝ່ 12 ລ້ານກີບ.