ສະຫະພັນກໍາມະບານ ກະຊວງ ປກສ ໄດ້ຈັດພິທີເປີດຝຶກອົບຮົມວຽກງານກໍາມະບານໄລຍະສັ້ນ ປະຈໍາປີ 2022 ຂຶ້ນໃນລະຫວ່າງວັນທີ 4-5 ພຶດສະພາ 2022, ເປັນປະທານໂດຍ ພັອ ວັນນະເລດ ບຸດຕະວົງ ປະທານສະຫະພັນກໍາມະບານ ກະຊວງ ປກສ, ມີ ທ່ານ ນາງ ອາລຸແສງ ວິຈິດວົງສາ ຄະນະບໍລິຫານງານສູນກາງ ສະຫະພັນກໍາມະບານລາວ ຫົວໜ້າກົມໂຄສະນາອົບຮົມ, ມີບັນດາຄະນະຮັບຜິດຊອບ, ແຂກຮັບເຊີນຈາກກົມກອງອ້ອມຂ້າງ, ຄູ-ອາຈານ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ພັອ ວັນນະເລດ ບຸດຕະວົງ ປະທານສະຫະພັນກໍາມະບານ ກະຊວງ ປກສ

ພັອ ພົມມາ ທອງດາວັນ ຮອງປະທານສະຫະພັນກໍາມະບານ ກະຊວງ ປກສ ກ່າວວ່າ:

ຈຸດປະສົງຂອງການຈັດຝຶກອົບຮົມຄັ້ງນີ້ ກໍເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດວິຊາສະເພາະກໍາມະບານ ກະຊວງ ປກສ ໃຫ້ແກ່ພະນັກງານ-ນັກຮົບ, ສະມາຊິກກໍາມະບານ, ຊາວຜູ້ອອກແຮງງານ ໃຫ້ມີຄວາມຮັບຮູ້ທາງດ້ານວິຊາສະເພາະ ເພື່ອເປັນການປັບປຸງວຽກງານກໍາມະບານໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບໄລຍະໃໝ່, ແນໃສເຮັດໃຫ້ພະນັກງານ-ນັກຮົບ, ສະມາຊິກກໍາມະບານໄດ້ມີການເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່ການເມືອງຂອງກໍາມະບານ ໃນການເປັນເສນາທິການໃຫ້ແກ່ ຄະນະພັກ-ຄະນະບັນຊາ, ໃຫ້ແກ່ ສູນກາງສະຫະພັນກໍາມະບານລາວ, ກະຊວງ ປກສ ແລະ ກົມໃຫຍ່ການເມືອງ ປກສ ໃຫ້ໄດ້ຮັບຜົນດີ.

ການຝຶກອົບຮົມຄັ້ງນີ້ ມີນັກສໍາມະນາກອນທັງໝົດ 40 ສະຫາຍ ຍິງ 12 ສະຫາຍ ເຊິ່ງຈະໄດ້ຮຽນຮູ້ກ່ຽວກັບ ເອກະສານນະໂຍບາຍຂອງລັດກ່ຽວກັບວຽກງານກໍາມະບານ, ພາລະບົດບາດຂອງກໍາມະບານ, ຫຼັກການກ່ຽວກັບວຽກງານກໍາມະບານ, ເອກະສານໂຄສະນາອົບຮົມກໍາມະບານໄລຍະໃໝ່, ເອກະສານເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ, ສິດ ແລະ ໜ້າທີ່ຂອງສະຫະພັນກໍາມະບານ, ກະຊວງ, ອົງການ, ແຂວງ, ນະຄອນຫຼວງ, ເອກະສານຂໍ້ຄັດແຍ່ງ ແຮງງານ, ເອກະສານສັນຍາແຮງງານລວມໝູ່ ແລະ ກົດໝາຍກໍາມະບານລາວ.