ວິທະຍາຄານຕຳຫຼວດປະຊາຊົນ ກະຊວງ ປກສ ຈັດຝຶກອົບຮົມວຽກງານພັກ-ວຽກງານການເມືອງໄລຍະສັ້ນ ຄັ້ງທີ I ໃຫ້ຄະນະພັກ, ຮາກຖານພັກ ທີ່ຂຶ້ນກັບ ຄະນະພັກ ວຕປ ໃນວັນທີ 4 ພຶດສະພາ 2022, ເຂົ້າຮ່ວມໂດຍ ພົຈວ ປອ ວົງເຊໂດນ ພັນທະແກ້ວ ຫົວໜ້າອຳນວຍການ ວຕປ, ມີບັນດາຄະນະພັກ, ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ໃນພິທີ, ພົຈວ ປອ ວົງເຊໂດນ ພັນທະແກ້ວ ໃຫ້ຮູ້ວ່າ:

ການເປີດຊຸດຝຶກອົບຮົມໃນຄັ້ງນີ້ ເພື່ອປະຕິບັດແນວທາງການກໍ່ສ້າງພັກ ຕາມ 5 ຫຼັກການ 3 ທິດນຳ, ເຮັດໃຫ້ບັນດາຮາກຖານພັກມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ຍົກລະດັບຄວາມຮູ້-ຄວາມສາມາດທາງດ້ານທິດສະດີ ແລະ ຫຼັກການກ່ຽວກັບວຽກງານພັກ-ວຽກງານການເມືອງ ໃຫ້ແກ່ຄະນະພັກ-ຄະນະບັນຊາ ທີ່ເຮັດວຽກງານພັກ ຢູ່ບັນດາຮາກຖານພັກ ແລະ ອົງການທີ່ເປັນເສນາທິການເຮັດວຽກ ງານພັກໄດ້ຮັບຮູ້, ເຂົ້າໃຈຖືກຕ້ອງ ແລະ ມີຄວາມເປັນເອກະພາບທາງດ້ານຫຼັກການໃນການຈັດຕັ້ງປະຕິບັດຕົວຈິງ, ແນໃສ່ເຮັດໃຫ້ວຽກງານພັກ, ວຽກງານການເມືອງຮັບປະກັນຄຸນນະພາບ, ວ່ອງໄວ ແລະ ເຮັດໃຫ້ພະນັກງານທີ່ເຮັດວຽກງານພັກກຳໄດ້ບັນດາຫຼັກການ, ທິດນຳ ແລະ ແນວທາງຂອງພັກ, ສາມາດເປັນເສນາທິການ ໃຫ້ແກ່ຄະນະພັກ-ຄະນະບັນຊາ ໃຫ້ໄດ້ຮັບຜົນດີ.

ເອກະສານທີ່ນຳມາຝຶກອົບຮົມ ປະກອບມີ: ເອກະສານອົງການການເມືອງ ແລະ ຜູ້ຮັບຜິດຊອບການເມືອງ ໃນກໍາລັງປ້ອງກັນຄວາມສະຫງົບ, ຝຶກຝົນຄຸນທາດການເມືອງ ແລະ ຄຸມສົມບັດສິນທໍາປະຕິວັດ, ການຈັດຕັ້ງ ແລະ ນໍາພາຂອງພັກ ຕໍ່ກໍາລັງປ້ອງກັນຄວາມສະຫງົບ, ຍົກສູງຄຸນນະພາບການນຳພາຮອບດ້ານຂອງການຈັດຕັ້ງຮາກຖານພັກ, ຍົກສູງຄຸນນະພາບຂອງສະມາຊິກພັກ ແລະ ວຽກງານຂະຫຍາຍພັກ ໃນໄລຍະໃໝ່.

ນອກນີ້, ຍັງມີເອກະສານກ່ຽວກັບ ການເພີ່ມທະວີວຽກງານຄຸ້ມຄອງ ແລະ ລະບຽບການຍົກຍ້າຍຮ່ວມຊີວິດພັກ, ເພີ່ມທະວີວຽກງານປ້ອງກັນພັກ ໃນໄລຍະໃໝ່, ລະບຽບວິໄນຂອງພັກ, ການຈັດຕັ້ງດຳເນີນກອງປະຊຸມໃຫຍ່ຂອງພັກ, ບາດກ້າວ ແລະ ຂັ້ນຕອນການກະກຽມດຳເນີນກອງປະຊຸມໃຫຍ່ຂອງພັກ, ບາດກ້າວ ແລະ ຂັ້ນຕອນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ບາດກ້າວ ແລະ ຂັ້ນຕອນລະບຽບການກໍ່ສ້າງ ແລະ ຂະຫຍາຍພັກ, ບາດກ້າວ ແລະ ຂັ້ນຕອນລະບຽບການຄຸ້ມຄອງ ແລະ ຍົກຍ້າຍສະມາຊິກພັກ.