ໃນວັນທີ 4 ພຶດສະພາ 2022, ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມກ່ຽວກັບການຈັດຕັ້ງປະຕິບັດວຽກງານທະບຽນ ແລະ ຄຸ້ມຄອງວິຫາສະກິດ ຢູ່ນະຄອນຫຼວງວຽງຈັນ, ເປັນປະທານໂດຍ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສະຫະກໍາ ແລະ ການຄ້າ, ມີຫົວໜ້າພະແນກ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນກ່ຽວກັບ ການຈັດຕັ້ງປະຕິບັດວຽກງານທະບຽນ ແລະ ຄຸ້ມຄອງວິສາຫະກິດ ໃນໄລຍະຜ່ານມາ ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດຄໍາສັ່ງ 02/ນຍ, 03/ນຍ ກ່ຽວກັບ ຕົວຊີ້ວັດທີ 1 ຄື: ການເລີ່ມຕົ້ນທຸລະກິດ ແລະ ປັດຈຸບັນ ການແຈ້ງຂຶ້ນ ແລະ ປ່ຽນແປງເນື້ອໃນທະບຽນວິສາຫະກິດ ຢູ່ທົ່ວນະຄອນຫຼວງວຽງຈັນ ມີສະຖິຕິຫັວໜ່ວຍທຸລະກິດທັງໝົດ 60.325 ຫົວໜ່ວຍ ລວມທຶນຈົດທະບຽນວິສາຫະກິດທັງໝົດ 424.610 ຕື້ກວ່າກີບ, ເຊິ່ງການແຈ້ງຂຶ້ນ ແລະ ປ່ຽນແປງເນື້ອໃນທະບຽນວິສາຫະກິດດັ່ງກ່າວ ສາມາດຂຶ້້ນໄດ້ 3 ຈຸດ ຫຼື 3 ຂັ້ນ ຄື:

ຂັ້ນກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ຈຳນວນ 23.460 ຫົວໜ່ວຍ ລວມມີທຶນຈົດທະບຽນ 365.310 ຕື້ກວ່າກີບ, ກວມເອົາ 38,88% ຂອງຫົວໜ່ວຍວິສາຫະກິດທັງໝົດ ຢູ່ນະຄອນຫຼວງວຽງຈັນ; ຂັ້ນພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ຈໍານວນ 12.729 ຫົວໜ່ວຍ ລວມທຶນຈົດທະບຽນ 55.310 ຕື້ກວ່າກີບ, ກວມເອົາ 21,10% ຂອງຫົວໜ່ວຍວິສາຫະກິດທັງໝົດ ຢູ່ນະຄອນຫຼວງວຽງຈັນ ແລະ ຂັ້ນຫ້ອງການອຸດສາຫະກຳ ແລະ ການຄ້າ 9 ເມືອງ ຈຳນວນ 24.325 ຫົວໜ່ວຍ ລວມມີທຶນຈົດທະບຽນ 3.700 ຕື້ກວ່າກີບ, ກວມເອົາ 40,32% ຂອງຫົວໜ່ວຍວິສາຫະກິດທັງໝົດ ຢູ່ນະຄອນຫຼວງວຽງຈັນ.

ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ກ່າວວ່າ:

ສໍາລັບການຈັດຕັ້ງປະຕິບັດການແຈ້ງຂຶ້ນທະບຽນວິສາຫະກິດລະບົບໃໝ່ ຕາມຂໍ້ຕົກລົງເລກທີ 0023/ອຄ.ກທຄວ ລົງວັນທີ 9 ມັງກອນ 2019 ເປັນຕົ້ນມາ ສາມາດຈັດຕັ້ງປະຕິບັດໄດ້ທັງໝົດ 15.519 ຫົວໜ່ວຍ ລວມທຶນຈົດທະບຽນທັງໝົດ 182.297 ຕື້ກວ່າກີບ. ໃນນັ້ນ, ຂັ້ນກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ຈຳນວນ 5.244 ຫົວໜ່ວຍ ມີທຶນຈົດທະບຽນ 157.644 ຕື້ກວ່າກີບ, ຂັ້ນພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ຈຳນວນ 3.036 ຫົວໜ່ວຍ ມີທຶນຈົດທະບຽນ 24.261 ຕື້ກວ່າກີບ ແລະ ຂັ້ນຫ້ອງການອຸດສາຫະກຳ ແລະ ການຄ້າ 9 ເມືອງ ຈຳນວນ 7.092 ຫົວໜ່ວຍ ທຶນຈົດທະບຽນ 1.092 ຕື້ກວ່າກີບ.