ໃນທ້າຍອາທິດຜ່ານມາ, ພົຈວ ສົມ ໄຊ ພູລະຄໍາມະນີ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວພົບປະປະຊາຊົນ ເຂດຈຸດສຸມພັດທະນາທີ 4 ບ້ານຈຸນລາ ເມືອງທ່າແຕງ ເພື່ອຊຸກຍູ້-ຊີ້ນຳການຈັດຕັ້ງປະຕິບັດວຽກງານການພັດທະນາຮອບດ້ານຢູ່ພາຍໃນເຂດດັ່ງກ່າວ, ໂດຍໃຫ້ການຕ້ອນຮັບຂອງ ພັທ ອ່ອນຕາ ສະສົມບັດ ຫົວໜ້າກອງບັນຊາການ ປກສ ເມືອງທ່າແຕງ, ມີຫົວໜ້າ-ຮອງ ເຂດ, ອົງການປົກຄອງບ້ານ ຕະ ຫຼອດຮອດພໍ່ແມ່ປະຊາຊົນ.

ຮອ ພອນໄຊ ສີພັກດີ ຮອງຫົວໜ້າ ປກສ ເຂດຈຸດສຸມພັດທະນາທີ 4 ໄດ້ລາຍງານສະພາບຄວາມເປັນລະບຽບຮຽບຮ້ອຍ ແລະ ການແກ້ໄຂປະກົດ ການຫຍໍ້ທໍ້ຢູ່ພາຍໃນເຂດຈຸດສຸມພັດທະນາທີ 4 ໃນໄລຍະ 3 ເດືອນຕົ້ນປີ 2022 ໂດຍໃຫ້ຮູ້ວ່າ: ທົ່ວເຂດມີ 9 ບ້ານຂຶ້ນກັບ, ມີພົນລະເມືອງທັງໝົດ 8.080 ຄົນ ຍິງ 4.113 ຄົນ, ມີ 1.202 ຫຼັງຄາເຮືອນ, ມີ 1.245 ຄອບຄົວ. ຜ່ານມາຢູ່ພາຍໃນເຂດມີປະກົດການຫຍໍ້ທໍ້ເກີດຂຶ້ນ ເຊັ່ນ: ເກີດອຸບັດ ຕິເຫດ ມີ 7 ເລື່ອງ, ຜິດຖຽງອາລະວາດຄອບຄົວ 1 ເລື່ອງ, ຮັບອາວຸດລ່າເນື້ອ 20 ກະບອກ, ໄດ້ສຶກສາອົບຮົມປະຊາຊົນມີເຄື່ອງທີ່ເກືອດຫ້າມ 2 ຄົນ, ອົບຮົມຜູ້ດັດແປງສະພາບເຕັກນິກຍານພາຫະນະຂັບຂີ່ລົດໄວໃຊ້ສຽງດັງ 15 ຄົນ, ອອກປຶ້ມສໍາມະໂນຄົວໄດ້ 28 ຊຸດ, ເຜີຍແຜ່ດໍາລັດເລກທີ 315/ລບ ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາ, ເຊື່ອມຊຶມແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢູ່ພາຍໃນເຂດມີຜູ້ເຂົ້າຮ່ວມທັງໝົດ 67 ຄົນ ຍິງ 20 ຄົນ. ນອກນັ້ນ, ຍັງໄດ້ຊຸກຍູ້ພໍ່-ແມ່ປະຊາຊົນພາຍໃນເຂດສ້າງເສດຖະກິດຮອບດ້ານ ເຊັ່ນ: ການປູກຝັ່ງ-ລ້ຽງສັດ, ສ້າງວຽກເຮັດງານທຳໃຫ້ປະຊາຊົນ, ເຮັດໃຫ້ເສດຖະກິດບຸກຄົນ, ຄອບຄົວດີຂຶ້ນເປັນກ້າວໆ.

ພົຈວ ສົມໄຊ ພູລະຄໍາມະນີ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ພ້ອມທັງຊີ້ນໍາໃຫ້ ປກສ ເຂດຈຸດສຸມ ພັດທະນາທີ 4 ສືບຕໍ່ປະຕິບັດໜ້າທີ່ໃຫ້ດີຂຶ້ນເລື່ອຍ ໂດຍສະເພາະແມ່ນການແກ້ໄຂບັນດາປະກົດການຫຍໍ້ທໍ່ຕ່າງໆໃຫ້ຖືກຕ້ອງຕາມແນວທາງນະໂຍບາຍ, ກົດໝາຍ ແລະ ເຮັດດ້ວຍຄວາມຍຸຕິທໍາຢ່າງແທ້ຈິງ.