ວາລະແຫ່ງຊາດວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດແມ່ນການສຸມທຸກກໍາລັງແຮງສັງລວມ ເຂົ້າໃສ່ການແກ້ໄຂບັນຫາຢາເສບຕິດເປັນສໍາຄັນ, ຈໍາເປັນ ແລະ ຮີບດ່ວນຂອງຊາດທີ່ສະສົມມາຫຼາຍປີ ໃຫ້ຫຼຸດລົງຢ່າງຈະແຈ້ງໃນເວລາກໍານົດທີ່ແນ່ນອນ ໂດຍຖືເອົາການແກ້ໄຂບັນຫາດັ່ງກ່າວເປັນໜ້າທີ່, ພັນທະ ແລະ ຄວາມຮັບຜິດຊອບຂອງທຸກພາກສ່ວນໃນສັງຄົມ. ພ້ອມນີ້, ຍັງໄດ້ເຜີຍແຜ່ມະຕິຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.

ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢູ່ເມືອງພຽງ ແຂວງໄຊຍະລີ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໃຫ້ບັນລຸຄາດ ໝາຍ. ໃນວັນທີ 19 ເມສາ 2022 ຄະນະຮັບຜິດຊອບແກ້ໄຂປະກົດການຫຍໍ້ທໍ້ຂັ້ນເມືອງ ໄດ້ຈັດກອງປະຊຸມການເຮັດທົດລອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢູ່ບ້ານໂພນໄຊ ເມືອງພຽງ ແຂວງໄຊຍະບູລີ ໂດຍການເປັນປະທານຂອງທ່ານ ສຸວັນທອງ ພູມມາວົງ ຮອງເລຂາພັກເມືອງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຄະນະຮັບຜິດຊອບຂັ້ນເມືອງພ້ອມດ້ວຍອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ໃນການເຮັດທົດລອງໃນເທື່ອນີ້, ກອງປະຊຸມກໍໄດ້ຮັບຟັງການເຊື່ອມຊືມກົດໝາຍອາຍາ ວ່າດ້ວຍຢາເສບຕິດບາງມາດຕາ, ຮັບຟັງການເຜີຍແຜ່ຄຳສັ່ງເລກທີ 19 ຂອງທ່ານນາຍົກລັດຖະມົນຕີ. ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ເຜີຍແຜ່ຄຳສັ່ງແນະ ນຳເລກທີ 137 ຂອງທ່ານເຈົ້າແຂວງໄຊຍະບູລີ. ວ່າດ້ວຍການເພີ່ມທະວີວຽກງານວຽກງານຈັດລະບຽບສັງຄົມ ແລະ ຂໍ້ກຳນົດກົດລະບຽບທີສຳຄັນຂອງບ້ານຕື່ມອີກ. ກອງປະຊຸມໃນເທື່ອນີ້, ທ່ານ ສຸວັນທອງ ພູມມາວົງ ຮອງເລຂາພັກເມືອງພຽງ ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນ ຈົ່ງໄດ້ພ້ອມກັນເປັນເຈົ້າການຮ່ວມກັນໃນການຈັດຕັ້ງປະຕິບັດວຽກງານໂຕຈິງໃຫ້ເປັນໜ້າທີຄວາມຮັບຜິດຊອບຢ່າງຕັ້ງໜ້າຂອງໝົດທຸກຄົນ, ເປັນເຈົ້າການປຸກລະ ດົມລູກຫຼານຂອງຕົນທີ່ຫຼົງທາງ ແລະ ກະທຳຜິດຕໍ່ລະບຽບກົດໝາຍ ໃຫ້ເຂົ້າຮ່ວມການຈັດຕັ້ງປະຕິບັດວາລະສຳຄັນຂອງຊາດ ເພື່ອພ້ອມກັນເຮັດສຳ ເລັດໜ້າທີ່ຕາມຄາດໝາຍໃຫ້ໄດ້ຮັບຜົນດີ ແລະ ແກ້ໄຂບັນຫາຢາເສບຕິດຕາມວາລະແຫ່ງຊາດຕິດພັນກັບການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆພາຍໃນບ້ານດັ່ງກ່າວ ກໍຄືສັງຄົມໃຫ້ໝົດໄປ.

ການເຮັດທົດລອງໃນເທື່ອນີ້, ໄດ້ຜ່ານວາລະດຳເນີນງານ ແລະ ໄດ້ເຕົ້າໂຮມເປົ້າໝາຍຕ່າງໆ ເພື່ອເຂົ້າຮ່ວມສຶກສາອົບຮົມການເມືອງແນວຄິດໃຫ້ເປົ້າໝາຍ ພ້ອມທັງແຍກປະເພດເປົ້າໝາຍປະກົດການຫຍໍ້ທໍ້ແຕ່ລະພາກສ່ວນເພື່ອແກ້ໄຂ, ເຮັດບົດບັນທຶກສຶກສາອົບຮົມດ້ວຍຄວາມສະມັກໃຈ ແລະ ແກ້ໄຂຕາມລະບຽບກົດໝາຍ ພ້ອມທັງລາຍງານຂັ້ນເທິງໃນການຄົ້ວຄວ້າຫາວິທີທາງແກ້ໄຂໃນຈັດຕັ້ງປະຕິບັດວາລະແຫ່ງຊາດໃນຄັ້ງນີ້ໃຫ້ມີຜົນສຳ ເລັດຕາມຄາດໝາຍ, ໂປ່ງໃສ, ເດັດຂາດ, ເລີກເຊິ່ງກ້ວາງຂວາງເພື່ອປູກຈິດສຳນຶກໃຫ້ກັບຜູ້ກະທຳຜິດຮັບຮູ້ເຂົ້າໃຈຕໍ່ກັບລະບຽບກົດໝາຍມະຕິຄຳສັ່ງຕ່າງໆຂອງຂັ້ນເທິງສາມາດ ນຳໄປຈັດຕັ້ງປະຕິບັດກັບການດຳລົງຊີວິດໂຕຈິງຂອງຕົນຢູ່ໃນສັງຄົມກາຍເປັນແບບຢ່າງທີ່ດີ ແລະ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກໍຄືສັງຄົມ ໃຫ້ມີຄວາມສະຫງົບປອດໄພ ໂດຍພື້ນຖານສືບຕໍ່ປະກອບສ່ວນສ້າງເສດຖະ ກິດຄອບຄົວໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຄວາມດ້ອຍ ພັດທະນາເທື່ອລະກ້າວ.