ພະແນກໂຄສະນາ ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ລົງໂຄສະນາປູກຈິດສໍານຶກກ່ຽວກັບ ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ ຢູ່ສະຖາບັນການທະນາຄານ ໃນວັນທີ 4 ພຶດສະພາ 2022 ເພື່ອເຮັດໃຫ້ທຸກຄົນໃນສັງຄົມເວົ້າລວມ, ເວົ້າສະເພາະ ນັກສຶກສາ ສະຖາບັນການທະນາຄານ ເຂົ້າໃຈ, ເຂົ້າເຖິງ, ຮັບຮູ້ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດຢ່າງຖືກຕ້ອງ, ຮັບຮູ້ບັນດານິຕິກໍາ, ຂໍ້ຫ້າມ ແລະ ໂທດ ໃນການກະທໍາຜິດກ່ຽວກັບຢາເສບຕິດ.

ພັທ ນາງ ຄໍາກອງ ເພັດຊົມພູ ຫົວໜ້າພະແນກໂຄສະນາ ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກ່າວວ່າ:

ຢາເສບຕິດໄດ້ແພ່ລະບາດໄປທົ່ວທຸກມຸມໂລກ ເຊິ່ງຕາມສະຖິຕິຂອງ UNODC ບອກວ່າ ໃນໂລກມີຜູ້ຕິດຢາສູງເຖິງ 200 ລ້ານຄົນ, ມີກຸ່ມແກ້ງເຄືອຂ່າຍຄ້າຂາຍເພີ່ມຂຶ້ນທຸກປີ, ການເຄື່ອນໄຫວລັກລອບຂົນສົ່ງຢາເສບຕິດ ແລະ ສານເຄມີ ນັບມື້ບັງອາດເປີດແປນ, ມີຄວາມເປັນອັນຕະລາຍຮ້າຍແຮງຂຶ້ນໄປເລື້ອຍໆ.

+ ຢາເສບຕິດແບ່ງເປັນ 2 ປະເພດ ຄື:

ຢາເສບຕິດທີ່ເກືອດຫ້າມ ປະກອບມີ: ຢາບ້າ, ຢາໄອສ໌, ຢາອີ, ໂຄເຄນ ແລະ ເຮໂຣອິນ.

ຢາເສບຕິດ ແລະ ສານເຄມີທີ່ຖືກຄວບຄຸມການນໍາໃຊ້ ແມ່ນຢາເສບຕິດເຊີ່ງມີທັງຊະນິດກະຕຸ້ນ, ລະງັບ, ອອກລິດຕໍ່ຈິດປະສາດເຊັ່ນ: ຝິ່ນ, ມອກຟິ່ນ, ໂກເດອິນ, ເມຕາໂດນ, ເຟນຕາມິນ, ມີດາໂຊລາມ, ອາໂມບາບີຕານ, ອາເຊຕິກແອນຮາຍໄດຼ, ອາເຊຕິນກຼໍຣາຍ, ຊຸນຟູລິກ, ເອທິນອາຊີເຕດ, ຮາຍໂດຣຄຣໍລິກອາຊິດ, ໂປຣປິໂອມິ, ໄນຕັຣດອອກຊາຍ ແລະ ສານກະຕຸ້ນ ແລະ ອອກລິດຕໍ່ຈິດປະສາດອື່ນ ຕາມທີ່ໄດ້ກໍາໃນລະບຽບການ.

ຜົນຮ້າຍຂອງຢາເສບຕິດຕໍ່ຜູ້ເສບ ຈະເປັນອັນຕະລາຍຕໍ່ຮ່າງກາຍ, ຊີວິດ, ເຮັດໃຫ້ເສຍບົດບາດກຽດສັກສີ, ອະນາຄົດຕົກຕໍ່າ, ສະໝອງຖືກທໍາລາຍ ກາຍເປັນຄົນບ້າ, ເສຍຈິດ, ຄວບຄຸມຕົນເອງບໍ່ໄດ້, ຮ່າງກາຍຈ່ອຍຜອມ, ເກີດພະຍາດຜິວໜັງ, ແຂ້ວຫຼົ່ນໄວ, ບໍ່ສາມາດຊ່ວຍເຫຼືອຕົນເອງ, ຮ້າຍໄປກວ່ານັ້ນ ໃຊ້ຄວາມຮຸ້ນແຮງຕໍ່ຕົນເອງ ແລະ ຜູ້ອື່ນ.

ຜົນຮ້າຍຕໍ່ບຸກຄົນ, ນິຕິບຸກຄົນທີ່ຜະລິດ, ປຸງແຕ່ງ, ຊື້-ຂາຍ, ຈໍາໜ່າຍ, ຄອບຄອງ, ນໍາເຂົ້າ-ສົ່ງອອກຢາເສບຕິດ ຈະເຮັດໃຫ້ເສຍບົດບາດ, ຊື່ສຽງວົງຕະກຸນ, ບໍ່ມີອິດສະຫຼະພາບທາງສັງຄົມ, ເສຍອານາຄົດ ແລະ ຖືກລົງໂທດຕາມກົດໝາຍ (ໂທດສູງສຸດປະຫານຊີວິດ).