ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນໃນກຳລັງ ປກສ ຕ້ອງຖືເອົາວຽກງານກວດກາ-ກວດການເປັນບັນຫາສຳຄັນໃນການສຶກສາອົບຮົມ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ວຽກງານວິຊາສະເພາະໃຫ້ນາຍ ແລະ ພົນຕຳຫຼວດ, ເຊິ່ງແມ່ນປັດໄຈພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານຕົວຈິງໃຫ້ມີປະສິດທິພາບສູງ.

ກອງປະຊຸມສະຫຼຸບວຽກງານກວດກາພັກປະຈຳໄຕມາດ I ແລະ ວາງທິດທາງແຜນການ ປະຈຳໄຕມາດ II ປີ 2022 ຂອງກົມໃຫຍ່ການເມືອງ ກະຊວງ ປກສ, ສະຫາຍ ພັອ ນາງ ວິໄລທອງ ມັງໜໍ່ເມກ ຄະນະພັກກົມໃຫຍ່ ຫົວໜ້າຫ້ອງການເມືອງ ໃຫ້ຮູ້ວ່າ: ການເຄື່ອນໄຫວວຽກງານກວດກາໃນ ແຕ່ລະດ້ານ, ຄະນະພັກຕ້ອງເອົາໃຈໃສ່ຕໍ່ການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດເປັນປະຈຳ ແລະ ຈັດຕັ້ງຄົ້ນຄວ້າເຊື່ອມຊຶມ, ເຜີຍແຜ່ເອກະສານ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງ ແລະ ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຫັນມາເປັນແຜນການ, ໂຄງການອັນລະອຽດ ເພື່ອຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງຢູ່ ບັນດາຮາກຖານພັກອ້ອມຂ້າງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໃຫ້ໄດ້ຮັບຜົນສຳເລັດໃນ ແຕ່ ລະໄລຍະ.

ໄປຄຽງຄູ່ກັບການສືບຕໍ່ຕິດຕາມການເຄື່ອນໄຫວຂອງຄະນະພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິ, ຄຳສັ່ງຂອງຂັ້ນເທິງໃຫ້ເຂັ້ມງວດ, ມີທັດສະນະຄຸນສົມບັດສິນທໍາປະຕິວັດ, ແບບແຜນດໍາລົງຊີວິດທີ່ຖືກຕ້ອງ, ປອດໃສ ແລະ ໜັກແໜ້ນ. ພ້ອມທັງເພີ່ມທະວີການສຶກສາອົບຮົມການເມືອງນຳພາແນວຄິດໃຫ້ຄະນະພັກ-ຄະນະບັນຊາຢູ່ບັນດາຮາກຖານພັກໃນການຄົ້ນຄ້ວາເຊື່ອມຊຶມກຳແໜ້ນ, ການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງຂອງຂັ້ນເທິງ, ຕິດຕາມ, ກວດກາຊຸກຍູ້ລະບອບແບບແຜນວິທີເຮັດວຽກຂອງຄະນະພັກ, ສະມາຊິກພັກ, ເພື່ອເສີມຂະຫຍາຍດ້ານດີ ແລະ ປັບປຸງແກ້ໄຂດ້ານອ່ອນຂໍ້ຄົງຄ້າງ, ກວດກາປະຫວັດ ແລະ ການເຄື່ອນໄຫວຂອງສະມາຊິກພັກຢູ່ບັນດາຮາກຖານພັກ-ໜ່ວຍພັກ ໃຫ້ແທດເໝາະກັບການດຳລົງຊີວິດຕົວຈິງ. ໃນນີ້, ສືບການຕໍ່ຕິດຕາມ, ກວດກາການເງິນຂອງພັກໃຫ້ຖືກຕ້ອງຕາມກົດລະບຽບພັກປະຊາຊົນປະຕິວັດລາວຢ່າງເຂັ້ມງວດ, ມີການຕິດຕາມ, ກວດກາລາຍຮັບ-ລາຍຈ່າຍເປັນປົກກະຕິ, ການໃຊ້ຈ່າຍເງິນຂອງພັກຕ້ອງແມ່ນການເຫັນດີຈາກສະຫາຍເລຂາອົງຄະນະພັກກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ເປັນຜູ້ອະນຸມັດຕົກລົງ ແລະ ສືບຕໍ່ເປີດກອງປະຊຸມສະຫຼຸບວຽກງານກວດກາປະຈໍາໄຕມາດ ເພື່ອສະຫຼຸບຖອດຖອນບົດຮຽນ, ຕີລາຄາປະເມີນຜົນ ແລະ ປັບປຸງແກ້ໄຂບັນຫາທີ່ຍັງຄົງຄ້າງ.

ໃນໄລຍະຜ່ານມາ, ຄະນະພັກ -ຄະນະບັນຊາແຕ່ລະຂັ້ນ ໄດ້ຕິດ ຕາມ, ກວດກາການເຄື່ອນໄຫວ ຂອງສະມາຊິກພັກ, ພະນັກງານ ຫຼັກແຫຼ່ງໃນການຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ, ກົດ ໝາຍຂອງລັດ, ບັນດາມະຕິ, ຄຳສັ່ງຂອງຂັ້ນເທິງຕາມທິດກໍ່ສ້າງກົມ ກອງແຂງ-ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ການ ເຄື່ອນໄຫວຂອງສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ແຕ່ລະວັນ, ອາທິດ ແລະ ເດືອນ ເປັນປົກກະຕິ ເຮັດໃຫ້ພາຍໃນມີຄວາມສະຫງົບ, ມີຄວາມສາມັກຄີຢ່າງແໜ້ນແຟ້ນ. ໄປຄຽງຄູ່ກັບການມີແບບແຜນວິທີເຮັດວຽກປະຕິບັດຫຼັກການລວມສູນປະຊາທິ ປະໄຕ ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍເຮັດວຽກ ເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກ ຄົນຮັບຜິດຊອບ, ມີແບບແຜນວິທີເຮັດວຽກລະອຽດຈະແຈ້ງ, ວາງ ແຜນການ, ກຳນົດເວລາ, ສະຫຼຸບຖອດຖອນບົດຮຽນໃນແຕ່ລະວຽກ ແລະ ພ້ອມກັນເຮັດສຳເລັດໜ້າທີ່ຕາມການມອບໝາຍ.

ນອກນັັ້ນ, ຍັງໄດ້ເອົາໃຈໃສ່ຕິດຕາມກວດກາສະມາຊິກພັກຢູ່ບັນດາຮາກຖານພັກອ້ອມຂ້າງກົມໃຫຍ່ ການເມືອງ ປກສ ເມື່ອມີການລະ ເມີດກົດລະບຽບພັກ, ລະບຽບວິ ໄນຂອງກຳລັງ, ບັນດາຂໍ້ຫ້າມສຳ ລັບສະມາຊິກພັກໄດ້ມີການສຶກສາ ອົບຮົມກ່າວເຕືອນ, ສຳຫຼວດກວດ ກາກໍ່ສ້າງຊ່ວຍເຫຼືອເຊິ່ງກັນແລະ ກັນ ພ້ອມກັນແກ້ໄຂຈຸດອ່ອນບັນຫາທີ່ຍັງຄົງຄ້າງ, ຖ້າມີຄວາມຜິດຮ້າຍແຮງແມ່ນປະຕິບັດວິໄນໄລ່ອອກພັກ ແລະ ປະຕິບັດວິໄນໄລ່ ອອກຈາກກຳລັງ.

ສັງລວມແລ້ວ, ຄະນະພັກ, ຄະນະບັນຊາ, ພະນັກງານທີ່ເຮັດວຽກງານກວດກາພັກແຕ່ລະຂັ້ນ ຕ້ອງເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ມີແບບແຜນນຳພາ, ມີແຜນການທີ່ລະອຽດ ແລະ ຈະແຈ້ງ, ປຶກສາຫາລືເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງມີຈຸດສຸມ.