ກອງບັນຊາການ ປກສ ເມືອງຈໍາພອນ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງຕິດ ພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈໍາໄຕມາດ I ແລະ ວາງທິດທາງແຜນການປະຈໍາໄຕມາດ II ປີ 2022, ໃນວັນທີ 28 ເມສາ 2022, ເຂົ້າຮ່ວມມີ ພັອ ສັງທອງ ສີປະເສີດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຕ່າງໜ້າຈາກຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ຄະນະກອງບັນຊາການ ປກສ ເມືອງ, ພະນັກງານ-ນັກຮົບ, ແຂກຮັບເຊີນ ເຂົ້າຮ່ວມ.

ພັທ ບຸນລໍ້າ ເລັ່ງສະຫວັນ ຫົວໜ້າກອງບັນຊາການ ປກສ ເມືອງຈໍາພອນ ກ່າວວ່າ: ໃນ 3 ເດືອນຜ່ານມານີ້, ທົ່ວເມືອງຈໍາພອນ ໄດ້ຮັບຮອງເປັນບ້ານປ້ອງກັນຄວາມສະຫງົບດີ ສະໄໝທີ 3 ມີ 29 ບ້ານ, ຮັບຮອງບ້ານປອດຢາເສບຕິດສະໄໝທີ 1 ມີ 61 ບ້ານ, ມີຄົນ ຕ່າງປະເທດທີ່ເຂົ້າມາຄ້າ-ຂາຍ ມີ ສັນຊາດວຽດນາມ 76 ຄົນ ຍິງ 35 ຄົນ, ຄະດີເກີດຂຶ້ນທັງໝົດ 8 ເລື່ອງ, ຜົນເສຍຫາຍລົດວີໂກ້ 1 ຄັນ, ງົວ 1 ໂຕ, ລົດຈັກ 7 ຄັນ, ກູ້ຄືນໄດ້ລົດຈັກ 1 ຄັນ, ລົດວີໂກ້ 1 ຄັນ, ງົວ 1 ໂຕ ແລະ ສາຍໄຟ 5 ກໍ້, ແກ້ໄຂຄະດີໄດ້ 8 ເລື່ອງ, ຜູ້ຖືກຫາ 14 ຄົນ ຍິງ 1 ຄົນ, ເກັບກຳບັນຊີເປົ້າໝາຍເສບຢາເສບ ຕິດໄດ້ 1.785 ຄົນ ຍິງ 31 ຄົນ, ເປົ້າໝາຍຈຳໝາຍຢາເສບຕິດໄດ້ 97 ຄົນ ຍິງ 32 ຄົນ, ມ້າງກຸ່ມ ມົ້ວສຸມ ແລະ ຄ້າຂາຍໄດ້ 5 ຈຸດ, ກັກຕົວຜູ້ຖືກຫາມາດຳເນີນຄະດີ ໄດ້ 13 ຄົນ ຍິງ 1 ຄົນ, ພ້ອມຂອງ ກາງຢາເສບຕິດ ທັງໝົດ 20.564 ເມັດ, ສ້າງບົດບັນທຶກສຶກສາອົບ ຮົມຜູ້ເສບຢາເສບຕິດໄດ້ 275 ຄົນ ຍິງ 6 ຄົນ, ລົງປັບປຸງທະບຽນສຳ ມະໂນຄົວໃໝ່ ໄດ້ 3 ບ້ານ, ມີ 348 ຄອບຄົວ, ຂຶ້ນທະບຽນສຳ ມະໂນຄົວໄດ້ 50 ຄອບຄົວ, ປ່ຽນ ປື້ມສຳມະໂນຄົວໃໝ່ ໄດ້ 113 ຄອບຄົວ. ນອນນີ້, ຍັງໄດ້ເກັບອາວຸດລ່າເນື້ອ ( ປືນແກັບ ) ໄດ້ 12 ກະບອກ ແລະ ບັນດາວຽກງານທີ່ສຳຄັນອີກຈຳນວນໜຶ່ງ.

ສໍາລັບທິດທາງແຜນການໃນ ໄຕມາດ II ປະຈໍາປີ 2022, ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານລົງກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຕັ້ງໜ້າໃນການສຶກສາອົບຮົມ, ໂຄສະນາແນວທາງນະໂຍບາຍຂອງພັກ-ລັດ, ລະບຽບກົດໝາຍຂອງລັດ, ແນວທາງນະໂຍບາຍຕ່າງໆ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ພໍ່-ແມ່ປະຊາຊົນ, ກຸ່ມເປົ້າໝາຍຕ່າງໆໃຫ້ທົ່ວເຖິງ, ຕັ້ງໜ້າໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃຫ້ຫຼຸດລົງ.