ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ຮ່ວມກັບ ສູນພັດທະນາສີມືແຮງງານ ພະແນກແຮງງານ ແລະ ສະຫວັດດີກາສັງຄົມ ນະຄອນຫຼວງວຽງຈັນ ໄດ້ປິດຊຸດຝຶກອົບຮົມວິຊາສະເພາະໄລຍະສັ້ນ ວຽກງານປຸງແຕ່ງອາຫານ ແລະ ການບໍລິການໃຫ້ນາຍ ແລະ ພົນຕຳຫຼວດ ກຳລັງປ້ອງກັນສູນກາງ ເພື່ອເປັນການພັດທະນາໃຫ້ມີຄວາມຊໍານານງານຕໍ່ລາຍການອາຫານ ແລະ ການບໍລິການທີ່ຖືກຕ້ອງ ໃນວັນທີ 4 ພຶດສາພາ 2022, ເຂົ້າຮ່ວມ ໂດຍ ພັອ ຄຳເຜີຍ ຄຳດີ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ ແລະ ທ່ານ ໂດອິນ ວິລະນາມ ຜູ້ອຳນວຍການສູນພັດທະນາສີມືແຮງງານ ພະແນກແຮງງານ ແລະ ສະຫວັດດີກາສັງຄົມ ພ້ອມທັງມີບັນດາຄຸ-ອາຈານ ແລະ ນັກສຳມະນາກອນ ເຂົ້າຮ່ວມ.

ພັທ ພູນສີ ແດງຈຳປາ ຮອງຫົວໜ້າຫ້ອງການເມືອງ ກ່າວວ່າ:

ວຽກງານປຸງແຕ່ງອາຫານ ແລະ ການບໍລິການຜ່ານວຽກວິຊາສະເພາະໜຶ່ງທີ່ສຳຄັນ ແມ່ນໜ້າທີ່ການເມືອງໂດຍກົງຂອງກຳລັງປ້ອງກັນສູນກາງ ທີ່ບໍລິການຮັບໃຊ້ການນຳ ທັງເປັນການຮັກສາຊີວິດ, ການກິນຢູ່ ແລະ ສຸຂະພາບຂອງການນໍາໃຫ້ມີຄວາມປອດໄພ, ຮັກສາໄດ້ຫຼັກການອະນາໄມ 3 ສະອາດ ແລະ ການນຳມີສຸຂະພາບແຂງແຮງ.

ສຳລັບການບໍລິການຮັບໃຊ້ການນຳ ຕ້ອງປອດໄພສູງສຸດ, ມີຄວາມລະອຽດອ່ອນ, ນຸ້ມນວນບໍ່ແຂງກະດ້າງ ທັງກໍາໄດ້ແນວຄິດຈິດຕະສາດຂອງການນໍາ ເພື່ອບໍລິການໃຫ້ຖືກກັບຄວາມມັກ, ຄວາມຕ້ອງການຂອງການນໍາ. ສະນັ້ນ, ຜູ້ບໍລິການຈະຕ້ອງມີຄວາມຈິງໃຈບໍລິການຮັບໃຊ້, ຜູ້ໃຊ້ບໍລິການກໍຕ້ອງມີຄວາມເພິ່ງພໍໃຈ, ມີຄວາມປະທັບໃຈຕໍ່ຜູ້ທີ່ໃຫ້ບໍລິການ; ດັ່ງນັ້ນ, ການປຸງແຕ່ງອາຫານບໍລິການຮັບໃຊ້ການນໍາ ຈຶ່ງມີຄວາມສໍາຄັນທີ່ສຸດຕໍ່ກຳລັງປ້ອງກັນສູນກາງ.

ຜ່ານການຝຶກອົບຮົມໄລຍະ 15 ວັນ ມີນາຍ ແລະ ພົນຕໍາຫຼວດທັງໝົດ 17 ສະຫາຍ, ແບ່ງອອກເປັນ 3 ພາກ ຄື: ວິຊາແຕ່ງໂຕະ ແລະ ບໍລິການອາຫານ, ວິຊາເຂົ້າໜົມ ແລະ ອາຫານລາວ.

ຜ່ານການຄົ້ນຄວ້າຮໍ່າຮຽນຕົວຈິງ ນັກຝຶກອົບຮົມສາມາດກຳໄດ້ເນື້ອໃນ, ທິດສະດີ ແລະ ຫຼັກການພື້ນຖານຂອງວຽກງານວິຊາສະເພາະປຸງແຕ່ງອາຫານ ແລະ ການບໍລິການ, ສາມາດນຳໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ມີຄວາມສະດວກຄ່ອງແຄ້ວ, ທັງເປັນການຍົກລະດັບ, ຄວາມຮູ້, ຄວາມສາມາດ, ປະສົບການໃນການປຸງແຕ່ງອາຫານ, ການບໍລິການ ແລະ ເຄື່ອງດື່ມ, ວິທີການປຸງແຕ່ງອາຫານຄາວ ແລະ ຫວານ, ທັງແມ່ນຄວາມຮັບຮູ້ຕິດພັນຕໍ່ຕົນເອງໃນການດໍາລົງຊີວິດປະຈຳວັນ, ສາມາດຊີ້ແຈງອະທິບາຍໄດ້ທຸກຮູບແບບຕ່າງໆ ແລະ ທັງເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງ, ຮັບໃຊ້ໃຫ້ແກ່ການນຳຂັ້ນສູງ ຮັບປະກັນທາງດ້ານສຸຂະພາບ ແລະ ຄວາມປອດໄພ, ໄດ້ຫຼັກການ, ໂພສະນາການອາຫານ 5 ໝູ່, ຫຼັກການສຸຂະອະນາໄມ ພ້ອມທັງສາມາດປະຕິບັດການປຸງແຕ່ງອາຫານຕ່າງໆໄດ້ຫຼາກຫຼາຍຊະນິດ.

ໃນພິທີ, ໄດ້ມອບໃບຢັ້ງຢືນຝຶກອົບຮົມປຸງແຕ່ງໃຫ້ນັກຝຶກອົບຮົມ ຈຳນວນ 17 ສະຫາຍ ແລະ ໃບຊົມເຊີຍໃຫ້ຄູ-ອາຈານ ຈຳນວນ 4 ສະຫາຍ.