ໃນວັນທີ 29 ເມສາ 2022, ກົມໃຫຍ່ພະລາທິການ ປກສ ໄດ້ຈັດພິທີປາຖະກະຖາມູນເຊື້ອ ວັນສ້າງຕັ້ງກໍາລັງພະລາທິການປ້ອງກັນຄວາມສະຫງົບ ຄົບຮອບ 51 ປີ (2 ພຶດສະພາ 1971-2 ພຶດສະພາ 2022), ປາຖະກະຖາໂດຍ ພົຈວ ທອງສຸກ ຍ່າເອີລາວລີ ຮັກສາການ ຫົວໜ້າກົມໃຫຍ່ພະລາທິການ, ມີບັນດາສະຫາຍຄະນະພັກກົມໃຫຍ່, ຄະນະພັກຮັກຖານ, ໜ່ວຍພັກຮາກຖານ, ກົມ, ກອງ, ໂຮງໝໍ 5 ເມສາ ແລະ ສອງບໍລິສັດ ເຂົ້າຮ່ວມຮັບຟັງ.

ໃນພິທີ ພົຈວ ທອງສຸກ ຍ່າເອີລາວລີ ໄດ້ເລົ່າຄືນກ່ຽວກັບປະຫວັດຄວາມເປັນມາຂອງກຳລັງພະລາທິການ ວ່າ:

ກຳລັງພະລາທິການປ້ອງກັນຄວາມສະຫງົບ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 2 ພຶດສະພາ 1971 ຢູ່ຖານທີ່ໝັ້ນຂອງການປະຕິວັດ ເມືອງວຽງໄຊ ແຂວງຫົວພັນ, ໂດຍໄດ້ແຍກອອກຈາກ ພະແນກບໍລິຫານຂອງ ຫ້ອງການປ້ອງກັນຄວາມສະຫງົບສູນກາງ, ເຊິ່ງໄດ້ສ້າງຕັ້ງເປັນພະແນກພະລາທິການ ໂດຍແມ່ນ ທ່ານ ພົມມະສຸກ ນາມວົງສາ ເປັນຫົວໜ້າ, ມີພະນັກງານພຽງ 7 ສະຫາຍ, ໄດ້ແບ່ງອອກເປັນ 2 ຂະແໜງ ຄື: ຂະແໜງຄິດໄລ່ງົບປະມານ ແລະ ຂະແໜງຄຸ້ມຄອງການເບີກຈ່າຍ.

ຕໍ່ມາ, ກຳລັງພະລາທິການ ກໍໄດ້ຮັບການປັບປຸງ ແລະ ເຕີບໃຫຍ່ຂະຫຍາຍຕົວຄຽງບ່າຄຽງໄລ່ກັບກຳລັງວິຊາສະເພາະອື່ນໆ ໃນກຳລັງປ້ອງກັນຄວາມສະຫງົບ. ໃນປີ 1976 ໄດ້ຮັບການປັບປຸງຈາກ ພະແນກພະລາທິການ ມາເປັນ ຫ້ອງພະລາທິການ ແລະ ໃນປີ 1977 ໄດ້ປັບປຸງຈາກ ຫ້ອງພະລາທິການ ມາເປັນ ກົມພະລາທິການ; ໃນໄລຍະນັ້ນ, ມີພະນັກງານພຽງ 120 ສະຫາຍ ແລະ ມີ 13 ຫົວໜ່ວຍຂຶ້ນກັບ.

ໃນແຕ່ລະໄລຍະ, ກຳລັງພະລາທິການ ກໍໄດ້ມີການປັບປຸງທາງດ້ານຈຳນວນ ແລະ ຄຸນນະພາບ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ເພື່ອໃຫ້ສອດຄ່ອງກັບສະພາບການຕົວຈິງ ແລະ ສົມຄູ່ກັບການປະຕິບັດໜ້າທີ່ ເພື່ອຮັບປະກັນພະລາທິການຮອບດ້ານໃຫ້ກຳລັງປ້ອງກັນຄວາມສະຫງົບ ເຮັດສຳເລັດໜ້າທີ່ການເມືອງຂອງຕົນ; ມາຮອດປີ 2011, ນາຍົກລັດຖະມົນຕີ ໄດ້ອອກດໍາລັດເລກທີ 311/ນຍ, ລົງວັນທີ 4 ຕຸລາ ປີ 2011 ວ່າດ້ວຍ ການຍົກລະດັບຈາກ ກົມພະລາທິການ ຂຶ້ນເປັນ ກົມໃຫຍ່ພະລາທິການ.

ໃນໂອກາດດັ່ງກ່າວ, ພົຈວ ທອງສຸກ ຍ່າເອີລາວລີ ຍັງໄດ້ເນັ້ນໃຫ້ກຳລັງພະລາທິການທຸກສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ເຊື່ອມຊຶມ, ກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງຂອງຂັ້ນເທິງ, ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກ, ນາຍ ແລະ ພົນຕຳຫຼວດເປັນປົກກະຕິ ເພື່ອພ້ອມກັນພັດທະນາວຽກງານພະລາທິການ, ຮັບໃຊ້ກຳລັງປ້ອງກັນຄວາມສະຫງົບໃຫ້ຄົບຖ້ວນ ແລະ ທັນເວລາ ຕາມພະລາບົດບາດຂອງຕົນ.