ງານມະຫາກໍາກິລາຊີເກມ ຄັ້ງທີ 31 ທີ່ຈະຈັດຂຶ້ນຢູ່ ສສ ຫວຽດນາມ ຈະເລີ່ມວັນທີ 12-23 ພຶດສະພາ 2022, ຂະນະທີ່ ສປປ ລາວ ຈະສົ່ງນັກກິລາເຂົ້າຮ່ວມຊີງຫຼຽນທັງໝົດ 29 ປະເພດກິລາ ທີ່ປະເທດເຈົ້າພາບໄດ້ບັນຈຸ 40 ປະເພດກິລາ.

ທ່ານ ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ກ່າວໃນພິທີຖະແຫຼງຂ່າວການເຂົ້າຮ່ວມແຂ່ງຂັນກິລາຊີເກມ ຄັ້ງທີ 31 ຂອງຄະນະກິລາລາວ ໃນວັນທີ 4 ພຶດສະພາ 2022, ໂດຍມີ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຄະນະຮັບຜິດຊອບກິລາ, ຜູ້ອຸປະຖໍາ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ ວ່າ:

ປີ 2019, ລາວສົ່ງນັກກິລາ 345 ຄົນ ເຂົ້າຊີງຫຼຽນຈາກ 24 ປະເພດກິລາ ໃນຊີເກມ ຄັ້ງທີ 30 ຢູ່ປະເທດຟີລິບປິນ, ສາມາດຍາດໄດ້ 35 ຫຼຽນ ຄື: ຫຼຽນຄໍາ 1 ຫຼຽນ, ຫຼຽນເງິນ 5 ຫຼຽນ ແລະ ຫຼຽນທອງແດງ 29 ຫຼຽນ.

ສໍາລັບກິລາຊີເກມ ຄັ້ງທີ 31 ທີ່ຈະໄດ້ຈັດຂຶ້ນຢູ່ ສສ ຫວຽດນາມ ໃນກາງເດືອນນີ້, ເຈົ້າພາບໄດ້ບັນຈຸທັງໝົດ 40 ປະເພດກິລາເຂົ້າແຂ່ງຂັນ, ສປປ ລາວ ຈະໄດ້ສົ່ງເຂົ້າຮ່ວມ 29 ປະເພດກິລາ ເຊິ່ງລວມມີຄະນະນໍາ, ຄູຝຶກ, ກໍາມະການຕັດສິນ ແລະ ນັກກິລາ ເຂົ້າຮ່ວມທັງໝົດ 435 ຄົນ.

ສໍາລັບ 29 ປະເພດກິລາ ນໍາໃຊ້ງົບປະມານຂອງລັດຖະບານຮອບດ້ານ ມີ 18 ປະເພດກິລາ ຄື: ເປຕັງ, ບີລຽດ-ສະນຸກເກີ້, ຄິກບ໋ອກຊິງ, ມວຍລາວ, ວູຊູ, ລົດຖີບ, ເທຄວັນໂດ, ມວຍສາກົນ, ກະຕໍ້, ປັນຈັກສີລັດ, ກາຣາເຕໂດ, ຢູໂດ, ມວຍປໍ້າ, ຍິງທະນູ, ແລ່ນ-ລານ, ຍົກນໍ້າໜັກ, ໂວວີນາມ ແລະ ລອຍນໍ້າ.

ປະເພດກິລາທີ່ກຸ້ມຕົນເອງດ້ານງົບປະມານຮັບໃຊ້ (ບໍ່ໄດ້ໃຊ້ງົບປະມານຂອງລັດ) ມີ 8 ປະເພດ ຄື: ບານເຕະ (ຍິງ-ຊາຍ), ດອກປີກໄກ່, ເທັນນິດ, ບານສົ່ງຫາດຊາຍ, ກ໋ອບ, ຢິມນາສຕິກ, ອີສະປອດ, ຍິງປືນ, ປິ່ງປ່ອງ, ເພາະກາຍ ແລະ ແດນສະປອດ.

ໃນພິທີ, ພົອ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໃຫ້ຄະນະນໍາ ແລະ ຄູຝຶກ ຈົ່ງເພີ່ມທະວີຄວາມຮັບຜິດຊອບໃນການຕິດຕາມການຝຶກແອບຂອງນັກກິລາຢ່າງໃກ້ຊິດ, ຍົກສູງສະຕິການຈັດລະບຽບວິໄນເຂັ້ມງວດຂອງຄະນະກິລາແຕ່ລະປະເພດ, ສ້າງທຸກເງື່ອນໄຂໃຫ້ການຝຶກຊ້ອມກ່ອນການແຂ່ງຂັນໃຫ້ມີປະ ສິດທິຜົນ.

ພ້ອມນີ້, ຄະນະນໍາກິລາແຕ່ລະປະເພດ ຕ້ອງເອົາໃຈໃສ່ປຸກລະດົມເຊີດຊູນໍ້າໃຈຊາດ, ເອກະລາດຄວາມເສຍສະຫຼະເພື່ອຊາດ, ຄວາມຫ້າວຫັນກະຕືລືລົ້ນ ແລະ ຄວາມເປັນເຈົ້າການໃຫ້ສູງຂຶ້ນຕື່ມ ເພື່ອພ້ອມກັນໃຫ້ໄດ້ຫຼຽນຕ່າງໆເທົ່າທີ່ຈະເຮັດໄດ້ ເພາະລັດຖະບານຈະຕິດຕາມ ແລະ ເອົາໃຈໃສ່ເບິ່ງແຍ່ງ, ອຳນວຍຄວາມສະດວກໃຫ້ກັບການພັດທະນາວຽກງານກິລາ-ກາຍຍະກໍາຂອງລາວ ໃຫ້ກ້າວໜ້າທັນສະໄໝ, ສາມາດເຊື່ອມໂຍງ ແລະ ເຂົ້າຮ່ວມການແຂ່ງຂັນໃນລະດັບສາກົນ.