ໃນວັນທີ 28 ເມສາ 2022 ນີ້, ຫຼາຍພາກສ່ວນໄດ້ມອບເງິນໃຫ້ຄະນະຊາວໜຸ່ມຮາກຖານ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງທາງເບຕົງ ເຂົ້າຫາຫໍພັກພະນັກງານ ປກສ ແຂວງ, ຄ້າຍອານຸສອນໃຫ້ມີຄວາມແໜ້ນໜາຖາວອນ ແລະ ສະອາດງາມຕາ, ກ່າວຮັບໂດຍ ພັທ ກອງລະສັກ ສີສຸກລາດ ຮອງຫົວໜ້າຫ້ອງການເມືອງ ເລຂາຄະນະຊາວໜຸ່ມຮາກຖານກອງບັນຊາການ ປກສ ແຂວງບໍລິຄຳໄຊ, ມີຄະນະ ຮາກຖານຊາວໜຸ່ມ, ຄະນະໜ່ວຍ ຊາວໜຸ່ມເຂົ້າຮວມເປັນສັກຂີພະຍານ.

ພາກສ່ວນທີ່ມອບເງິນຄັ້ງນີ້, ມີ ບໍລິສັດ ລາວຈະເລີນການຄ້າ ຈໍານວນ 2.000.000 ກີບ, ບໍລິສັດ ອະນຸລັກການໄຟຟ້າ ຈໍາກັດ 1.400.000 ກີບ, ຫ້ອງສັນຕິບານ ປກສ ແຂວງ 1.400.000 ກີບ ແລະ ໜ່ວຍຊາວໜຸ່ມຮາກຖານຫ້ອງການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ 1.000.000 ກີບ ລວມເປັນເງິນທັງໝົດ 5.800.000 ກີບ.

ພັທ ກອງລະສັກ ສີສຸກລາດ ຕາງໜ້າຄະນະຊາວໜຸ່ມຮາກຖານ ປກສ ແຂວງ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງພາກສ່ວນ ຕ່າງໆທີ່ປະກອບສ່ວນສົມທົບທຶນໃນຄັ້ງນີ້, ເຊິ່ງໄດ້ສະແດງໃຫ້ເຫັນເຖິງການມີສ່ວນຮ່ວມຂອງສັງຄົມເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ໃຫ້ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມທັງກ່າວອວຍພອນໄຊອັນປະເສີດໃຫ້ທຸກໆທ່ານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກໃນຊີວິດສ່ວນ ຕົວ ແລະ ຄອບຄົວ, ມີຄວາມຈະເລີນກ້າວໜ້າໃນໜ້າທີ່ວຽກງານ, ການດໍາເນີນທຸລະກິດການຄ້າ-ຂາຍ.