ຄະນະກໍາມະການຕ້ານການຄ້າມະນຸດແຂວງສາລະວັນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງ ປະຕິບັດວຽກງານຕ້ານການຄ້າມະນຸດ ປະຈໍາປີ 2019-2021 ໃນທ້າຍອາທິດຜ່ານມາ, ເປັນປະທານ ໂດຍ ທ່ານ ສົມໃຈ ອຸ່ນຈິດ ປະທານຄະນະກໍາມະການຕ້ານການ ຄ້າມະນຸດຂັ້ນແຂວງ ຮອງເຈົ້າແຂວງ ສາລະວັນ ແລະ ພັອ ສີເສິດ ສອນດາລາ ຮອງປະທານຄະນະກໍາມະການຕ້ານການຄ້າມະນຸດ ຂັ້ນແຂວງ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຮອງເຈົ້າເມືອງ, ຄະນະພັກ-ຄະນະບັນຊາ, ຫົວ ໜ້າຫ້ອງ, ກອງບັນຊາການ ປກສ ເມືອງ, ພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.

ພັທ ວຽງສະຫວັນ ສີຫາຈັກ ຫົວໜ້າກອງເລຂາຄະນະກໍາມະການຕ້ານການຄ້າມະນຸດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດປີ 2019-2021 ວ່າ: ຄະນະກໍາມະການຕ້ານການຄ້າມະນຸດແຂວງສາລະວັນ ໄດ້ລົງໂຄສະນາເຜີຍ ແຜ່ກົດໝາຍ ວ່າດ້ວຍການຕ້ານການຄ້າມະນຸດໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ, ອໍານາດການປົກຄອງບ້ານ, ກຸ່ມເປົ້າໝາຍຢາງຕໍ່ເນື່ອງລຽນຕິດ, ສຸມໃສ່ເສີມສ້າງຄວາມເຂັ້ມແຂງ, ຄວາມຮັບຮູ້-ຄວາມເຂົ້າໃຈກ່ຽວກັບວຽກງານຕ້ານການຄ້າມະນຸດໃນຮູບແບບການຝຶກອົບຮົມໃຫ້ທຸກຂະ ແໜງການຂອງພັກ-ລັດ, ເອກະຊົນ, ຫົວໜ່ວຍທຸລະກິດ, ບ້ານເປົ້າໝາຍໄດ້ 15 ຄັ້ງ, ເຄື່ອນໄຫວປູກຈິດສໍານຶກຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ການແຕ່ງດອງກັບຄົນຕ່າງປະເທດທີ່ຖືກຕ້ອງ ແລະ ບໍ່ຖືກຕ້ອງຕາມກົດໝາຍ, ການທ່ອງທ່ຽວ, ບັນດາໂຮງຮຽນຮ້ານອາຫານ, ຮ້ານບັນ ເທີງ, ຮ້ານກິນດື່ມ, ເຮືອນພັກໂຮງແຮມ, ໄດ້ 129 ຄັ້ງ. ນອກນັ້ນ, ຍັງແຈກຍາຍປື້ມກົດໝາຍຕ້ານການຄ້າມະນຸດໄດ້ 1.324 ຫົວ, ໂປຣສະເຕີ 783 ແຜ່ນ, ປຶ້ມກໍານົດ ຕົວຜູ້ຖືກເຄາະຮ້າຍ 934 ຫົວ, ໂຄສະນາຜ່ານທາງໂທລະໂຄ່ງ, ວິ ທະຍຸກະຈາຍສຽງຂອງແຂວງ, ເມືອງ, ບ້ານໄດ້ 1.440 ຄັ້ງ.


ໃນໄລຍະປີ 2019-2021 ມີຄະດີຄ້າມະນຸດເກີດຂຶ້ນທັງໝົດ 16 ເລື່ອງ, ມີຜູ້ຖືກຫາ 20 ຄົນ ຍິງ 8 ຄົນ, ມີຜູ້ຖືກເຄາະຮ້າຍ 24 ຄົນ ຍິງ 16 ຄົນ, ອາຍຸຕໍ່າກວ່າ 18 ປີ 7 ຄົນ, ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ກຸ່ມສ່ຽງຈາກການຄ້າມະນຸດ 11 ຄົນ ຍິງ 10 ຄົນ, ທາລຸນທາງເພດ 4 ຄົນ.